spot_img
Homeນານາສາລະດອກໄມ້ບໍ່ແມ່ນພຽງເປັນດອກໄມ້ປະດັບແຕ່ຊ່ວຍບຳບັດສຸຂະພາບໄດ້

ດອກໄມ້ບໍ່ແມ່ນພຽງເປັນດອກໄມ້ປະດັບແຕ່ຊ່ວຍບຳບັດສຸຂະພາບໄດ້

Published on

Untitled-1

ແຕ່​ດອກ​ໄມ້​ບໍ່​ໄດ້​ມີ​ປະໂຫຍດ​ພຽງ​ແຕ່​ໃຊ້​ເປັນ​ດອກໄມ້​ປະ​ດັບ​ເທົ່າ​ນັ້ນເພາະ​ດອກ​ໄມ້​ບາງ​ຊະນິດ​ຍັງມີ​ຄຸນສົມບັດ​ຊ່ວຍ​ບຳ​ບັດ​ສຸຂະພາບ​​ຕ່າງໆໄດ້​ຢ່າງ​ດີ ຖ້າ​ສາວໆຄົນ​ໃດ​ຢາກ​ຮູ້​ວ່າດອກ​ໄມ້​ງົດງາມທີ່​ເຮົາ​ເຫັນ​ກັນ​ທຸກ​ມື້​ມີ​ປະໂຫຍດ​ຕໍ່​ສຸຂະພາບ​ແນວໃດ​ຕ້ອງ​ບໍ່​ພາດ​ກັບບົດ​ຄວາມ​ໃນ​ມື້​ນີ້​ເດັດ​ຂາດ​

1

1.ດອກ​ມະລິ

ດອກ​ໄມ້​ອັນ​ເປັນ​ຕົວ​ແທນ​ແຫ່ງ​ຄວາມ​ບໍລິສຸດ​​ມື້​ສຳຄັນ​​​ຈະ​ເປັນ​ວັນພະ​ເຮົາ​ກໍ​ມັກ​ຈະ​ຈັບ​ເອົາ​ດອກ​ມະ​ລິ​ມາ​ຮ້ອຍເປັນພວງ​ມາ​ໄລ​ເອົາໄປບູຊາ​ພະ​ດ້ວຍ​ດອກ​ໄມ້​ຊະນິດ​ນີ້ສຳລັບ​ສະເໜ່​ຂອງ​ມັນ​ກໍ​ມີ​ຫລາຍ​ຢ່າງຫລັກໆຄືດອກ​ມະ​ລິ​ຈະ​ມີ​ກິ່ນ​ຫອມ​ເຢັນ​ທີ່​ຊ່ວຍ​ບຳ​ບັດ​ຄວາມ​ເສົ້າແລະ​ຍັງ​ເປັນ​ກິ່ນ​ທີ່​ໃຊ້​ປຸງ​ນ້ຳ​ຫອມ​ແລະ​ປະສົມ​ໃນ​ຄີມ​ບຳ​ລຸງ​ສຳລັບ​ຜູ້​ທີ່​ມີ​ຜິວ​ແຫ້ງນໍາ​ອີກ​

2

2.ດອກ​ກຸ​ຫລາ

ນອກ​ຈາກ​ຄວາມ​ສວຍງາມ​ແລະ​ກິ່ນ​ຫອມ​ສົດ​ຊື່ນ​ແລ້ວດອກ​ກຸ​ຫລາບ​ຍັງມີ​ສັບ​ພະຄຸນ​ຊ່ວຍ​ຄວບ​ຄຸມ​ລະ​ດັບ​ຮໍ​ໂມນ​ເພດ​ຍິງແລະ​ຍັງ​ໄດ້ຮັບ​ຄວາມ​ນິຍົມ​ໃນ​ການ​ນຳ​ໄປ​ໃຊ້​ເປັນ​ສ່ວນ​ປະສົມ​ຂອງ​ເຄື່ອງ​ສຳ​ອາງ​ແລະ​ຄີມ​ບຳ​ລຸງ​ຜິວຊ່ວຍ​ໃຫ້​ຜິວ​ເຄັ່ງຕຶງ​​ແລະ​ເບິ່ງ​ນຽນ​ນຸ່ມ​ໄດ້​ນໍາອີກ​ນອກ​ຈາກ​ນີ້​ດອກ​ກຸ​ຫລາບ​ຍັງ​ເປັນ​ດອກ​ທີ່​ຊ່ວຍ​ໃຫ້​ຄູ່​ຮັກ​ຮັກ​ກັນ​ຍາວນານ​ຂຶ້ນ​ນໍາ

GER005-01-001

3.ດອກ​ເຈີ​ລາ​ນຽນ

ກິ່ນ​ດອກ​ທີ່​ຫອມ​ສົດ​ຊື່ນ​ຊ່ວຍ​ໃຫ້​ບັນ​ຍາ​ກາດ​ມີ​ຊີວິດ​ຊີ​ວານອກ​ຈາກ​ນີ້​ນ້ຳ​ມັນ​ຫອມ​ລະ​ເຫຍ​ຈາກ​ດອກ​ເຈີ​ລາ​ນຽມ​ຍັງ​ເປັນ​ກິ່ນ​ສຳລັບ​ປຸງ​ນ້ຳ​ຫອມແລະ​ຍັງ    ​ເໝາະ​ກັບ​ການ​ນຳ​ໄປ​ເປັນ​ສ່ວນ​ປະສົມ​ໃນ​ເຄື່ອງ​ສຳ​ອາງ​ແລະ​ຄີມ​ບຳ​ລຸງ​ຜິວ​ທຸກ​ຊະນິດ

4

4.ດອ​ກລາເວນເດີ

ກິ່ນ​ຫອມ​ເຢັນ​ຂອງ​ດອ​ກລາ​ເວນ​ເດີ​ມີ​ສັບ​ພະຄຸນ​ເຮັດໃຫ້​ຈິດ​ໃຈ​ສະຫງົບມີສະ​ມາ​ທິຊ່ວຍ​ຫລຸດ​ຄວາມ​ເຄັ່ງ​ຄຽດຫລຸດ​ອາການ​ເຈັບຫົວຊ່ວຍ​ໃຫ້​ນອນ​ຫລັບ​ສະບາຍ ສາມາດ​ໃຊ້​ໄດ້​ທັງ​ໃນ​ຄີມ​ບຳ​ລຸງ​ແລະ​ຍັງ​ປິ່ນປົວພະຍາດ​ຜິວ​ໜັງ​ອັກ​ເສບ​ລວມ​ເຖິງ​ປິ່ນປົວ​ສິວ​ໄດ້

???????????

5.ດອກ​ດາວ​ເຮືອ

ດອກ​ດາວ​ເຮືອງ​ມີ​ສາ​ນສະ​ກັດ​ພິເສດຄືຄາ​ເລນ​ດູ​ລ່າທີ່​ສາມາດ​ປິ່ນປົວພະຍາດ​ຜິວ​ໜັງ​ບາງ​ຊະນິດ​ໄດ້ເຊັ່ນ:ພະຍາດ​ຜິວ​ໜັງ​ອັກ​ເສບ,ບາດແຜແລະ​ຍັງ​ສາມາດ​ປິ່ນປົວ​ອາການ​ຜິວ​ແຫ້ງ​ແຕກ​ໄດ້​ນໍາອີກ​ນອກ​ຈາກ​ກີບ​ດອກ​ຍັງ​ນຳ​ມາ​ເຮັດ​ນ້ຳ​ຢາ​ລ້າງ​ຕາລວມ​ເຖິງ​ໃຊ້​ກິ່ນ​ບຳ​ບັດ​ມົນ​ລະພິດ​ທາງ​ສຽງ​ແລະ​ອັນຕະລາຍ​ຈາກ​ຄອມພິວເຕີ​ໄດ້

ແມ່ນ​ຈະ​ຫາ​ດອກ​ໄມ້​ສົດໆມາ​ໃຊ້​ບຳ​ບັດ​ສຸຂະພາບ​ແລະ​ຜ່ອນ​ຄາຍ​ອາລົມ​ບໍ່​ໄດ້ ກໍ​ລອງ​ຫັນ​ມາ​ເລືອກ​ໃຊ້​ນ້ຳ​ມັນ​ຫອມ​ລະ​ເຫຍ​ທີ່​ສະ​ກັດ​ຈາກ​ດອກ​ໄມ້​ຊະນິດ​ນັ້ນໆ ເບິ່ງ​ໄດ້​ທັງ​ສຸຂະພາບ​ຈິດ​ດີ​ແລະ​ທີ່​ສຳຄັນ​ຍັງ​ໃຊ້​ບຳ​ລຸງ​ຄວາມ​ງາມ​ໄດ້​ນໍາອີກ​

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...