spot_img
Homeຂ່າວເຫດການທ່ານ ຈອນ ແຄ​ຣີ ຖະ​ແຫລງ​ໃນ​ນາມ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ອວຍ​ພອນ​ປີ​ໃໝ່​ແດ່​ຊາວ​ລາວ!

ທ່ານ ຈອນ ແຄ​ຣີ ຖະ​ແຫລງ​ໃນ​ນາມ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ອວຍ​ພອນ​ປີ​ໃໝ່​ແດ່​ຊາວ​ລາວ!

Published on

tnews_1397297720_6659

ທ່ານ​ ຈອນ ແຄ​ຣີ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ໄດ້​ຖະ​ແຫລງ​ໃນ​ນາມ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ອວຍ​ພອນ​ປີ​ໃໝ່​ລາວ ເຊິ່ງ​ມີ​ເນື້ອ​ໃນ​ດັ່ງ​ນີ້:

” ເນື່ອງ​ໃນ​ໂອກາດ​ບຸນປີໃໝ່​ລາວ ​ພສ 2558 ໃນ​ນາມ​ປະທານາທິບໍດີ ບາ​ຣັກ ໂອ​ບາ​ມາ ແລະ ປະຊາຊົນ​ອາ​ເມ​ຣິ​ກາ ຂ້າພະເຈົ້າ​ຂໍ​ຖື​ເປັນ​ກຽດ​ອວຍພອນ​ໄຊ​ອັນ​ປະເສີດ ​ມາ​ຍັງ​ປະຊາຊົນ​ຊາວ​ລາວ​ທຸກ​ທົ່ວ​ໜ້າ ​ຈົ່ງ​ມີ​ແຕ່​ຄວາມສຸກ​ກາຍ​ສະບາຍ​ໃຈ ແລະ ຄວາມ​ຈະເລີນ​ສີວິໄລ ເຊິ່ງ​ວັນ​ເລີ່ມ​ຕົ້ນ​ປີ​ໃໝ່​ແມ່ນ​ວັນ​ສະເຫຼີມສະຫຼອງ​ ຄວາມ​ສຳເລັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວກ​ເຮົາ​ໄດ້​ດຳເນີນ​ຮ່ວມ​ກັນ​ມາ ແລະ ມີ​ຄວາມ​ມຸ້ງ​ຫວັງ​ທີ່​ຈະ​ເຮັດ​ທຸກ​ຢ່າງ​ຮ່ວມ​ກັນ​ໃນ​ອະນາຄົດ ຂ້າພະເຈົ້າ​ຖື​ວ່າ​ສະຫະລັດ​ອາ​ເມ​ຣິ​ກາ ໄດ້​ມີ​ໂອກາດ​ດຳເນີນ​ວຽກ​ງານ​ຮ່ວມ​ກັບ​ລັດຖະບານ​ລາວ ໃນ​ການ​ເປັນ​ປະທານ​ຈັດ​ກອງ​ປະຊຸມ​ເພື່ອ​ແມ່ນ້ຳ​ຂອງ ​ຢູ່​ທີ່​ເມືອງ​ປາກ​ເຊ ແຂວງ​ຈຳປາ​ສັກ ໃນ​ເດືອນ​ກຸມພາ​ທີ່​ຜ່ານ​ມາ​ນີ້ ແລະ ປີໜ້າ​ນີ້​ກໍ່​ເປັນ​ປີ​ສຳຄັນ​ເຊັ່ນ​ດຽວ​ກັນ​ ສຳລັບ​ປະເທດ​ລາວ ແລະ ຂ້າພະເຈົ້າ​ກໍ່​ຫວັງ​ວ່າ ​ສິ່ງ​ດັ່ງກ່າວ​ຈະ​ນຳ​ເອົາ​ຄວາມສຸກ​ມາສູ່​ຊາວ​ລາວ​ຢູ່​ທົ່ວ​ທຸກ​ມຸມ​ໂລກ.

ສະຫະລັດ​ອາ​ເມ​ຣິ​ກາ ຕີ​ລາຄາ​ສູງ​ຕໍ່​ມິດຕະພາບ​ອັນ​ສຳຄັນ​ກັບ​ປະເທດ​ລາວ ຂໍ​ໃຫ້​ປີ​ໃໝ່​ລາວ​ນີ້ ​ນຳ​ພວກ​ເຮົາ​ໄປ​ສູ່​ມິດຕະພາບ​ທີ່​ມີ​ຄວາມ​ໃກ້ຊິດ​ກັນ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ. ”

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

 

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)