Homeນານາສາລະແຄຊຽມກິນເທົ່າໃດໃຫ້ພໍດີ

ແຄຊຽມກິນເທົ່າໃດໃຫ້ພໍດີ

Published on

263030__11052012115657

ເມື່ອ​ຢ້ານ​ເດັກນ້ອຍ​ບໍ່​ສູງ​ກໍ​ຄິດ​ຫາແຄ​ຊຽມມາ​ເຖິງ​ໄວ​ກາງ​ຄົນຈົນ​ໄວ​ສູງ​ອາ​ຍຸ​ເກີດ​ຢ້ານ​ພະຍາດ​ກະດູກ​ພຸນກໍ​ຖາ​ມຫາ​ແຄ​ຊຽມດ້ວຍ​ເຫດ​ນີ້​ແຄ​ຊຽມ​ຈຶ່ງ​ເປັນ​ສານ​ອາຫານ​ຂວັນ​ໃຈ​ຄົນ​ທຸກ​ເພດ​ທຸກ​ໄວເຊັ່ນ​ດຽວ​ກັບ​ສານ​ອາຫານ​ທຸກ​ຊະນິດເຮົາ​ຄວນ​ໄດ້ຮັບແຄ​ຊຽມ​ຢ່າງ​ພໍ  ​​ພໍ​ດີເພາະ​ຖ້າ​ໄດ້ຮັບ​ຫລາຍ​ໄປ​ກໍ​ອາດ​ເປັນ​ໂທດສະ​ຖາ​ບັນ​ສຸກຂະພາບ​ແຫ່ງ​ຊາດ (National Institute of Health-NIH) ປະເທດ​ສະ​ຫະລັດ​ອະ​ເມ​ລິ​ກາແນະ​ນຳ​ປະລິມານ​ແຄ​ຊຽມທີ່​ຄວນ​ໄດ້ຮັບ​ໃນ​ແຕ່​ລະ​ມື້ໂດຍ​ພິຈາລະນາ​ຈາກ​ເພດ​ແລະ​ໄວດັ່ງນີ້

      ອາ​ຍຸ                   ຜູ້​ຊາຍ                   ຜູ້ຍິງ    

1-3 ປີ             700 ມິ​ລິ​ກຣາມ           700 ມິ​ລິ​ກຣາມ
4-8 ປີ              1, 000 ມິລິ​ກຣາມ         1, 000 ມິນ​ລິ​ກຣາມ
9-13 ປີ            1, 300 ມິລິ​ກຣາມ         1, 300 ມິລິ​ກຣາມ
14-18 ປີ           1, 300 ມິລິ​ກຣາມ         1, 300 ມິລິ​ກຣາມ
19-50 ປີ           1, 000 ມິລິ​ກຣາມ         1, 000 ມິລິ​ກຣາມ
51-70 ປີ           1, 000 ມິ​ລິ​ກຣາມ         1, 200 ມິ​ລິ​ກຣາມ
71 ປີ​ຂຶ້ນ​ໄປ         1, 200 ມິ​ລິ​ກຣາມ         1, 200 ມິລິ​ກຣາມ

ຮູ້​ລະ​ດັບແຄ​ຊຽມ​ທີ່​ຕ້ອງ​ການ​ໃນ​ແຕ່​ລະ​ມື້​ແລ້ວ​ແນະ​ນຳ​ພືດ​ຜັກ​ທີ່​ອຸດົມ​ແຄ​ຊຽມ​ໃຫ້​ເລືອກ​ກິນ​ກັນ​ດັ່ງ​ນີ້ປະລິມານ​ແຄ​ຊຽມຂອງ​ຜັກ​ຕໍ່ໄປ​ນີ້​ໃນ​ປະລິມານ100ກຣາມມີ​ແຄ​ຊຽມດັ່ງນີ້ໃບ​ອີ່ເລີດມີ​ແຄ​ຊຽມ601ມິ​ລິ​ກຣາມ,ຜັກ​ແພວ573ມິ​ລິ​ກຣາມ,ເຫັດ​ລົມ541ມິລິ​ກຣາມ,ໃບ​ຍໍ469ມິ​ລິ​ກຣາມ,ໝາກ​ຂາມ​ສົດ429ມິ​ລິ​ກຣາມ,ຍອດ​ແຄ395ມິລິ​ກຣາມ,ຜັກ​ກະ​ເສດ387ມິ​ລິ​ກຣາມ,ຍອດ​ສະ​ເດົາ 354 ມິລິ​ກຣາມ

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...