spot_img
Homeຂ່າວພາຍ​ໃນປວງຊົນລາວທັງຊາດ ຮ່ວມກັນສະຫລອງບຸນປີໃໝ່ລາວ ພສ 2558 ຢ່າງຄຶກຄື້ນມ່ວນຊື່ນ

ປວງຊົນລາວທັງຊາດ ຮ່ວມກັນສະຫລອງບຸນປີໃໝ່ລາວ ພສ 2558 ຢ່າງຄຶກຄື້ນມ່ວນຊື່ນ

Published on

695c2dd94afa417cb092d2afb215a332

ນັບແຕ່ວັນທີ 14-16 ເມສາ 2015ນີ້ ເປັນໄລຍະ ສະເຫລີມສະຫລອງ ປີໃໝ່ລາວ ເຊິ່ງເປັນບຸນປະເພນີ ປະຈຳຊາດຂອງລາວ “ສົ່ງທ້າຍປີເກົ່າ ປີມະເມຍພສ. 2557 ແລະ ຕ້ອນຮັບປີໃໝ່ ປີມະແມ ພສ. 2558” ປະຊາຊົນລາວ ໃນທົ່ວປະເທດ ຕ່າງກໍໄດ້ຈັດຕັ້ງການ ສະເຫລີມສະຫລອງ ດ້ວຍຄວາມເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍ ຄວາມຮັກແພງສາມັກຄີ ຂອງວົງສາຄະນາຍາດ ແຫ່ງຊາດ, ຮັກສາໄດ້ມູນເຊື້ອ ວັດທະນະທຳ ແລະ ຮີດຄອງປະເພນີ ອັນດີງາມຂອງຊາດ.

ພ້ອມນີ້, ຢູ່ຕາມສຳນັກງານອົງການ, ຄຸ້ມບ້ານຊານເມືອງ ບໍ່ວ່າຢູ່ນະຄອນຫລວງວຽງຈັນ ຫລື ບັນດາແຂວງ ໃນທົ່ວປະເທດ ກໍໄດ້ຈັດພິທີບາສີສູ່ຂວັນ, ທຳພິທີຕັກບາດ, ຈັດຕັ້ງພິທີອວຍພອນ ໃຫ້ແກ່ການນຳຂອງຕົນ ຕະຫລອດເຖິງ ຄາລະວະສົມມາ ຜູ້ຊົງຄຸນວຸດທິ, ພໍ່ແມ່ເຖົ້າແກ່ ອາວຸໂສ ເພື່ອສະແດງຄວາມຮູ້ບຸນຄຸນ ກະຕັນຍູກະຕະເວທີ ຕໍ່ຜູ້ມີພະຄຸນ ເພື່ອສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ບົນຈິດໃຈແຫ່ງ ຄວາມເບີກບານມ່ວນຊື່ນ, ຮັກສາໄດ້ ຮີດຄອງປະເພນີ ທີ່ເປັນເອກະລັກຂອງຊາດຕົນ ໃຫ້ຄົງຢູ່ຕະຫລອດການ.

ໃນວັນທີ 14 ເມສາ 2014 ກົງກັບມື້ແຮມ 11 ຄ່ຳເດືອນ 5 ພສ. 2558 ເປັນມື້ທີ່ປວງຊົນລາວ ທັງຊາດໃນທົ່ວປະເທດ ໄດ້ເລີ່ມຕົ້ນ ສະເຫລີມສະຫລອງ ບຸນປີໃໝ່ລາວ ຢ່າງຄຶກຄື້ນມ່ວນຊື່ນ ຕາມຮີດຄອງປະເພນີ ອັນດີງາມຂອງຊາດ ເຊິ່ງໃນວັນດັ່ງກ່າວ ເປັນມື້ສັງຂານລ່ວງ ນັບແຕ່ເວລາ 13:00 ໂມງ ຊາວພຸດ ແລະ ປະຊາຊົນລາວ ຢູ່ນະຄອນຫລວງວຽງຈັນ ກໍຄື ຢູ່ບັນດາແຂວງໃນທົ່ວປະເທດ ຕ່າງກໍໄດ້ ຈັດກິດຈະກຳ ສຳຄັນຕ່າງໆ ທາງພຸດທະສາສະໜາ ເປັນຕົ້ນ ຢູ່ຕາມວັດວາອາຮາມແຕ່ລະແຫ່ງ ໄດ້ນຳເອົາພະພຸດທະຮູບ ລົງປະດິດສະຖານ ໄວ້ທີ່ຫໍສົງ ເພື່ອເປີດໂອກາດ ໃຫ້ຊາວພຸດທະບໍລິສັດ ທັງຫລາຍ ແລະ ປະຊາຊົນລາວ ບັນດາເຜົ່າໄດ້ຫົດສົງ ຕາມຮີດຄອງປະເພນີອັນດີງາມ ທີ່ມີມາແຕ່ດຶກດຳບັນ.

ສຳລັບ ການສະເຫລີມສະຫລອງ ວັນບຸນປະເພນີ ສຳຄັນຂອງຊາດ ສະເພາະຢູ່ ນະຄອນຫລວງວຽງຈັນ ໃນຕອນບ່າຍຂອງມື້ສັງຂານລ່ວງ, ມວນຊົນຊາວ ນະຄອນຫລວງວຽງຈັນ ໄດ້ຈັດກິດຈະກຳ ສຳຄັນທາງປະເພນີ ເປັນຕົ້ນ: ຂະບວນແຫ່ພະພຸດທະຮູບ ແລະ ນາງສັງຂານປະຈຳປີ 2558 ຕາມເສັ້ນທາງເລີ່ມຈາກ ວັດອິນແປງ ແຫ່ໄປຕາມຖະໜົນ ເສດຖາທິລາດ ໄປຫາໄຟແດງມະໂຫສົດ ລ້ຽວອອກເສັ້ນທາງຟ້າງຸ່ມ ໄປຫາວົງວຽນປາກປ່າສັກ ແລ້ວກັບຄືນຫາວັດອິນແປງ.ໃນຂະບວນ ແຫ່ປະກອບມີ ຂະບວນຮັບພະພຸດທະຮູບ, ຂະບວນພະສົງ, ຂະບວນການນຳ ນະຄອນຫຼວງວຽງຈັນ ແລະ ເຖົ້າແກ່ແນວໂຮມ ເຊິ່ງນຳໂດຍ ດຣ. ສິນລະວົງ ຄຸດໄພທູນ ກຳມະການສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງນະຄອນຫລວງວຽງຈັນ. ຂະບວນແຫ່ ຫົວພະຍາກະບິນລະພົມ, ນາງສາວນະຄອນຫລວງວຽງຈັນ ເປັນຕົວແທນໃຫ້ ນາງສັງຂານ (ນາງທັງ 7 ເຊິ່ງເປັນລູກສາວຂອງ ພະຍາກະບິນລະພົມ), ຂະບວນດົນຕີ ມະໂຫລີພື້ນເມືອງລາວ, ຂະບວນ ບຸບຜາສາດ, ອ່າງນ້ຳຫົດສົງ ແລະ ຂະບວນ ມວນຊົນຊາວ ນະຄອນຫລວງວຽງຈັນ ເຂົ້າຮ່ວມຢ່າງຫລວງຫລາຍ.

ການສະຫລອງບຸນປີໃໝ່ລາວ ທີ່ນະຄອນຫລວງວຽງຈັນ ນັບແຕ່ວັນທີ 13-19 ເມສາ 2015 ໄດ້ມີ ການເຄື່ອນໄຫວກິດຈະກຳຕ່າງໆ ຢູ່ຫາດດອນຈັນ ເປັນຕົ້ນ ແມ່ນການແຂ່ງຂັນກິລາ ບານເຕະ-ບານສົ່ງ ແລະ ກະຕໍ້, ກິລາແຂ່ງເຮືອ, ແຂ່ງລົດຈັກຕາມຫາດຊາຍ, ງານປະຕິມະກຳຊາຍ ແລະ ອື່ນໆ.

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...