Homeຂ່າວຕ່າງປະເທດກຸ່ມ IS ໂຈມ​ຕີ​ໜ້າ​ສະ​ຖານ​ທູ​ດ​ເກົາ​ຫລີ​ໃຕ້ໃນ​ລິ​ເບຍ ຕຳ​ຫລວດ​ທ້ອງ​ຖິ່ນ​ເສຍ​ຊີ​ວິດ 2 ຄົນ!

ກຸ່ມ IS ໂຈມ​ຕີ​ໜ້າ​ສະ​ຖານ​ທູ​ດ​ເກົາ​ຫລີ​ໃຕ້ໃນ​ລິ​ເບຍ ຕຳ​ຫລວດ​ທ້ອງ​ຖິ່ນ​ເສຍ​ຊີ​ວິດ 2 ຄົນ!

Published on

EyWwB5WU57MYnKOuFtHijq70LyaINtbUQBFSttOaYe3CcIIXyW2BUH

ກຸ່ມ​ລັດ​ອິດ​ສະ​ລາມ ບຸກກວາດ​ຍິງ​ໂຈມ​ຕີ​ໜ້າ​ສະ​ຖານ​ທູດ​ເກົາ​ຫລີ​ໃຕ້ ໃນ​ເມືອງ​ຫລວງ​ປະ​ເທດ​ລິ​ເບຍ ເຮັດ​ໃຫ້​ຕຳ​ຫລວດ​ປ້ອງ​ກັນ​ເສຍ​ຊີ​ວິດ 2 ຄົນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 12 ເມ​ສາ​ຜ່ານ​ມາ​ນີ້​ວ່າ ເກີດ​ເຫດ​ກຸ່ມ​ມື​ປືນ​ໃຊ້​ປືນ​ກົນ ກວາດ​ຍິງ​ກ່​ວາ 40 ນັດ ໂຈມ​ຕີ​ປ້ອມ​ຮັກ​ສາ​ຄວາມ​ປອດ​ໄພ​ ຂອງ​ສະ​ຖານ​ທູດ​ເກົາ​ຫລີ​ໃຕ້ ໃນ​ນະ​ຄອນ​ຫລວງ​ຕິ​ໂປ​ລີ ເມືອງ​ຫລວງ​ຂອງ​ປະ​ເທດ​ລິ​ເບຍ ເມື່ອ​ຕອນ​ເຊົ້າ​ຂອງ​ມື້​ວັນ​ອາ​ທິດ (12 ເມ​ສາ) ທີ່​ຜ່ານ​ມາ ສົ່ງ​ຜົນ​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ເສຍ​ຊີ​ວິດ 2 ຄົນ ແລະ ບາດ​ເຈັບ​ອີກ 1 ຄົນ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ເກົາ​ຫລີ​ໃຕ້ ໄດ້​ລະ​ບຸ​ໃນ​ຖະ​ແຫລງ​ການ​ຂອງ​ຕົນ​ວ່າ ກຸ່ມ​ມື​ປືນ​ໄດ້​ກວາດ​ຍິງ​ຈາກ​ລົດ​ຍົນ​ຄັນ​ໜຶ່ງ ແຕ່​ບໍ່​ມີ​ເຈົ້າ​ໜ້າ​ທີ່​ຊາວ​ເກົາ​ຫລີ​ໃຕ້​ໄດ້​ຮັບ​ບາດ​ເຈັບ​ໃນ​ເຫດ​ການ​ດັ່ງ​ກ່າວ ໂດຍ​ປັດ​ຈຸ​ບັນ​ຕຳ​ຫລວດ​ໃນ​ທ້ອງ​ຖິ່ນ ແມ່ນ​ໄດ້​ເພີ່ມ​ການ​ຄຸ້ມ​ກັນ​ອ້ອມ​ຮອບ​ບໍ​ລິ​ເວນ​ສະ​ຖານ​ທູດ​ແລ້ວ ໂດຍ​ຫລັງ​ເກີດ​ເຫດ​ປະ​ມານ 2 ຊົ່ວ​ໂມງ ກຸ່ມ​ຕິດ​ອາ​ວຸດ​ກຸ່ມ​ໜຶ່ງ ເຊິ່ງ​ອ້າງ​ຕົນ​ວ່າ​ເປັນ​ແນວ​ຮ່ວມ​ຂອງ​ກຸ່ມ​ລັດ​ອິດ​ສະ​ລາມ ຫລື IS ໃນ​ນະ​ຄອນ​ຫລວງ​ຕິ​ໂປ​ລີ ໄດ້​ເຜີຍ​ແຜ່​ຂໍ້​ຄວາມ​ຜ່ານ​ທາງ​ເວັບ​ໄຊທະ​ວິດ​ເຕີ້​ວ່າ ເປັນ​ຜູ້​ຢູ່​ເບື້ອງ​ຫລັງ​ຂອງ​ການ​ກໍ່​ເຫດ​ໂຈມ​ຕີ​ຄັ້ງ​ນີ້.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...