spot_img
Homeຄລິບ-ວິດີໂອອອກມາແລ້ວວິດີໂອໂປຣໂມດການຊົກມວຍທີ່ໂລກລໍຄອຍ "ຟຼອຍດ໌ vs ປາກຽວ"

ອອກມາແລ້ວວິດີໂອໂປຣໂມດການຊົກມວຍທີ່ໂລກລໍຄອຍ “ຟຼອຍດ໌ vs ປາກຽວ”

Published on

ຄວາມເຄື່ອນໄຫວຂອງມວຍຄູ່ຢຸດໂລກລະຫວ່າງ ຟຼອຍດ໌ ເມເວດເທີ ຈູເນຍ ນັກຊົກຊາວອາເມລິກາທີ່ຈະດວນກຳປັ້ນກັນກັບ ແມນນີ່ ປາກຽວ ສຸດຍອດມວຍຈາກຟີລິບປິນ

ລ່າສຸດກໍ່ໄດ້ມີຄລິບໂປຣໂມດການແຂ່ງຂັນອອກມາເປັນທີ່ຮຽບຮ້ອຍ ໂດຍໃນຄລິບນັ້ນຈະເປັນພາບຂອງ ຟຼອຍດ໌ ເມເວດເທີ ຈູເນຍ ກັບ ແມນນີ່ ປາກຽວຍ່າງອອກມາພົບໜ້າກັນ ໂດຍມີພາບສາກຫຼັງເປັນເມືອງລາດສ໌ເວກັດສ໌

ເຊີ່ງວ່າການຊົກຂອງນັກມວຍສອງຄົນນີ້ ຈະເກີດຂື້ນໃນມື້ວັນທີ 2 ພຶດສະພານີ້ ໃນຂະນະທີ່ຄ່າປີ້ເຂົ້າຊົມນັ້ນລາຄາຖືກສຸດແມ່ນ 1,500$ ຫຼື ປະມານ 12 ລ້ານກີບ ແລະ ແພງທີ່ສຸດແມ່ນ 7,500$ ຫຼື ປະມານ 60 ລ້ານກີບ ເຊີ່ງເວົ້າໄດ້ວ່າເປັນປີ້ເຂົ້າຊົມການຊົກມວຍທີ່ແພງທີ່ສຸດໃນປະຫວັດສາດມວຍໂລກ

ໃນຂະນະດຽວກັນກໍ່ມີການລາຍງານວ່າ ຟຼອຍດ໌ ເມເວດເທີ ຈູເນຍ ຈະໃຊ້ແຂ້ວຢາງມູນຄ່າ 25,000$ ຫຼື ປະມານ 200 ລ້ານກີບໃນການຂື້ນຊົກຄັ້ງນີ້ນຳອີກ

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...