spot_img
Homeຂ່າວເຫດການກອງປະຊຸມໃຫຍ່ ຄັ້ງທີ I ອົງຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ກອງປະຊຸມໃຫຍ່ ຄັ້ງທີ I ອົງຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

Published on

20150409152952

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ I ຂອງອົງຄະ​ນະ​ພັກ ກະຊວງ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ໄດ້​ໄຂຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 09-10 ເມສາ 2015 ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ນະຄອນຫຼວງ​ວຽງ​ຈັນ ໂດຍ​ການເປັນ​ປະທານ​ຂອງ​ສະຫາຍ ບັນດິດ.​ສຈ. ບໍ່​ວຽງ​ຄຳ ວົງ​ດາລາ ເລຂາ​ຄະນະ​ພັກ​ກະຊວງ ລັດ​ຖະ​ມົນຕີ​ວ່າການ ກະຊວງ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ປະທານ​ວິ​ທະຍາ​ສາດ​ແຫ່ງ​ຊາດ ມີ​ບັນດາ​ສະຫາຍ​ຮອງ​ເລຂາ​ຄະນະ​ພັກ​ກະຊວງ ແຂກ​ຖືກ​ເຊີນ ສະຫາຍ​ສະມາ​ຊິກ​ພັກອ້ອມ​ຂ້າງ​ກະຊວງ ເຂົ້າ​ຮ່ວມກອງ​ປະຊຸມ​ຄັ້ງ​ນີ້ ຍັງໄດ້​ເປັນ​ກຽດ​ຕ້ອນຮັບສະຫາຍ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ກຳມະ​ການ​ກົມ​ການເມືອງ​ສູນ​ກາງພັກ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ວຽກ​ເສດຖະກິດ ການ​ຜະລິດ ແລະ ຈໍ​ລະ​ຈອນ ໃຫ້​ກຽດເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້.

ທີ່​ປະຊຸມ​ໄດ້​ຮັບ​ຟັງ​ບົດ​ລາຍງານ​ການເມືອງ​ທັງ​ສອງ​ພາກ ຈາກ​ສະຫາຍ​ເລຂາ​ພັກ​ກະຊວງ ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດວຽກ​ງານ​ໃນ​ໄລຍະ​ຜ່ານ​ມາ ແຕ່ 2011-2015 ແລະ ທິດ​ທາງ​ໃນຕໍ່ໜ້າ 2015-2020 ເພື່ອ​ພ້ອມກັນ​ຄົ້ນຄວ້າ​ປະກອບ​ຄຳ​ຄິດຄຳເຫັນ ຕີ​ລາຄາ​ຜົນງານ​ໄລຍະ​ຜ່ານມາ ແລະ ບັນຫາ​ຂໍ້ຄົງຄ້າງ​ທີ່​ຈະຕ້ອງ​ປັບປຸງ​ແກ້​ໄຂ ເພື່ອ​ເຮັດ​ໃຫ້ວຽກ​ງານ​ການ​ນຳພາ​ໃນ​ຂົງເຂດວິທະຍາສາດ ເຕັກ​ໂນ​ໂລ​ຊີ ທີ່ພວມ​ມີ​ບາດກ້າວ​ຂະຫຍາຍຕົວ​ຢູ່ແລ້ວ ໃຫ້​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຕະຫຼອດ​ໄລຍະ 4 ປີຜ່ານມາ ເຊິ່ງ​ເປັນ​ໄລຍະ​ແຫ່ງ​ການ​ປັບປຸງຢ່າງ​ໃຫຍ່​ຫຼວງ ​ຮອບດ້ານ​ ແບບກ້າວ​ກະໂດດ ແລະ ມີ​ລັກສະນະບຸກ​ທະລຸຂອງ​ຂະແໜງ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີຂອງ​ປະເທດ​ເຮົາ ເຊິ່ງ​ໄລຍະ​ຜ່ານ​ມາ​ ພັກ-ລັດຖະບານ ແມ່ນ​ໄດ້​ເອົາໃຈໃສ່​ຕໍ່ວຽກ​ງານ​ດັ່ງກ່າວ ໄດ້​ສ້າງຕັ້ງ​ສະພາ​ວິທະຍາສາດ-ເຕັກນິກຂຶ້ນ​ໃນປີ 1987 ມີ​ການ​ປັບປຸງ​ສ້າງຕັ້ງເປັນ​ສະພາ​ວິທະຍາສາດ​ແຫ່ງຊາດ ໃນ​ປີ 2003 ໄດ້​ສ້າງຕັ້ງ​ອົງການ​ວິທະຍາສາດເຕັກ​ໂນ​ໂລ​ຊີ ແລະ ສິ່ງແວດລ້ອມຂຶ້ນ ໃນ​ປີ 1999 ເຊິ່ງ​ຫຼັງ​ມາ​ໄດ້​ມີ​ການ​ປັບປຸງ​ສັບ​ຊ້ອນ​ກົງຈັກ ເປັນ​ອົງການວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ໃນ​ປີ 2007 ຈົນ​ມາ​ເຖິງ​ປີ 2011 ຍ້ອນ​ວ່າ​ເປັນ​ອົງຄະ​ນະ​ພັກສ້າງຕັ້ງ​ຂຶ້ນ​ໃໝ່ ແລະ ຄະນະ​ພັກ​ໄດ້​ຮັບການ​ແຕ່ງຕັ້ງ​ບົ່ງ​ຕົວ ສະນັ້ນ ຈຶ່ງ​ບໍ່ໄດ້​ເປີດ​ກອງ​ປະຊຸມ​ໃຫຍ່ ແຕ່​ກໍ່​ໄດ້ອີງໃສ່​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ ເພື່ອ​ຜັນ​ຂະຫຍາຍ ແລະ ຈັດ​ຕັ້ງ​ປະຕິບັດ​ໃນ​ການເຄື່ອນ​ໄຫວ​ຊີ້​ນຳໆ​ພາ​ຕົວ​ຈິງ ໄດ້​ມີການ​ຄົ້ນຄວ້າຊີ້​ນຳ​ຢ່າງ​ຈົດຈໍ່ ໄດ້​ມີ​ການ​ປັບປຸງ​ທາງ​ດ້ານ​ນິຕິ​ກຳທີ່​ກ່ຽວຂ້ອງ ຜັນ​ຂະຫຍາຍ​ເນື້ອ​ໃນ 4 ບຸກ​ທະລຸ ເຂົ້າ​ໃນ 6 ແຜນ​ຍຸດທະ​ສາດ​ການ​ພັດທະນາ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີຂອງ​ປະເທດ​ເຮົາ ​ໃນ​ໄລຍະປີ 2016-2025 ແລະ ວິໄສ​ທັດ ຮອດ​ປີ 2030.

ຜ່ານ​ການ​ປະຕິບັດ​ວຽກ​ງານຕົວ​ຈິງ ສາມາດ​ສ້າງ​ຜົນງານ​ໄດ້ຫຼາຍ​ດ້ານ ໂດຍ​ສະເພາະ ຜົນງານ​ທາງ​ດ້ານ​ກໍ່ສ້າງ​ພະນັກງານ ໄລຍະ 2011-2014 ໄດ້​ນຳພາ​ໜ່ວຍ​ພັກ​ຮາກ​ຖານ ເຄື່ອນໄຫວ​ປັບປຸງ​ກໍ່ສ້າງ​ພັກ ຈົນ​ສາມາດ​ຂະຫຍາຍ​ສະມາຊິກ​ພັກ ຈາກ 52 ສະຫາຍ ເພີ່ມ​ຂຶ້ນ​ເປັນ 123 ສະຫາຍ ສາມາດ​ຂະຫຍາຍໜ່ວຍ​ພັກ​ຈາກ 7 ໜ່ວຍ ເປັນ 13 ໜ່ວຍ​ພັກ ໄດ້​ມີ​ການ​ປັບປຸງ​ໃຫ້​ມີ 13 ໜ່ວຍ​ງານ​ລະດັບ​ກົມ ຄື: ຫ້ອງການ​ກະຊວງ 3 ກົມ​ເສນາ​ທິການ 5 ກົມ​ວິຊາ​ການ 3 ສະ​ຖາບັນ ແລະ ສຳເລັດ​ການ​ສ້າງຕັ້ງພະ​ແນກ​ວິທະຍາສາດ ແລະ ເຕັກໂນ​ໂລ​ຊີ ໃນ 18 ແຂວງທົ່ວ​ປະເທດ ແລະ ຫ້ອງການ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີຂັ້ນເມືອງ ໃນ 48 ເມືອງ 3 ສ້າງ ແລະ ຜົນງານ​ອື່ນໆ​ອີກເປັນ​ຈຳນວນ​ຫຼວງຫຼາຍ.

ສະເພາະ​ຄາດໝາຍ​ສູ້​ຊົນ​ໃນຕໍ່ໜ້າ ຈະ​ໄດ້​ສືບຕໍ່​ໂຄສະນາ​ເຜີຍແຜ່ ແລະ ເຊື່ອມ​ຊຶມ​ແນວທາງນະໂຍບາຍ​ຂອງ​ພັກ ໂດຍ​ສະເພາະ ແນວ​ຄິດ​ທິດ​ສະ​ດີ ແລະ ພຶດຕິ​ກຳ​ຂອງ​ພັກ ຈະ​ສ້າງ​ໜ່ວຍພັກ​ແຂງ​ຮູ້​ນຳພາ​ຮອບດ້ານ ຢ່າງໜ້ອຍ​ໃຫ້​ໄດ້ 70% ສ້າງ​ພະນັກງານ​ຄຸ້ມ​ຄອງທີ່​ມີ​ທັດສະນະ​ການເມືອງ​ໜັກ​ແໜ້ນ ຂັ້ນ​ກົມ​ໃຫ້​ໄດ້ຜ່ານ​ການ​ຍົກ​ລະດັບ​ທິດ​ສະ​ດີການເມືອງ​ຊັ້ນ​ສູງ ເພີ່ມ​ຂຶ້ນ​ຢ່າງໜ້ອຍ 20 ສະຫາຍ ຊັ້ນ​ກາງ​ຢ່າງໜ້ອຍ 100 ສະຫາຍ ຂະຫຍາຍ ແລະ ຮັບ​ສະມາຊິກ​ພັກ ແລະ ຮັບເອົາ​ມະຫາຊົນ​ຜູ້​ກ້າວໜ້າ​ທີ່​ມີຄຸນະພາບ ເຂົ້າ​ເປັນ​ສະມາຊິກ​ພັກ ໃຫ້​ມີ​ຈຳນວນ​ເພີ່ມ​ຂຶ້ນ ຢ່າງ​ໜ້ອຍ 250 ສະຫາຍ ທັງ​ໝົດ​ນີ້ ແມ່ນເພື່ອ​ແນໃສ່​ບຸກ​ທະລຸ ກຳລັງ​ການຜະລິດ​ຂອງ​ປະເທດ ຍົກ​ປະ​ສິດທິພາບ​ຂອງ​ການ​ຜະລິດ ແລະ ຄວາມ​ອາດ​ສາມາດ​ແຂ່ງຂັນຂອງ​ພາຍ​ໃນ ປະກອບສ່ວນ​ຢ່າງໜັກ​ແໜ້ນ ເຂົ້າ​ໃນ​ການ​ພັດ​ທະນາ​ເສດຖະກິດ-ສັງຄົມຂອງ​ປະເທດ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...