Home​ຂ່າວທ່ອງທ່ຽວ ປີໃໝ່ນີ້ ນະຄອນຫລວງ ຈັດຫລາຍກິດຈະກຳ ເພື່ອສົ່ງເສີມການທ່ອງທ່ຽວ

ປີໃໝ່ນີ້ ນະຄອນຫລວງ ຈັດຫລາຍກິດຈະກຳ ເພື່ອສົ່ງເສີມການທ່ອງທ່ຽວ

Published on

10390182_465698530252787_8080604449104563656_n

ໃນອາທິດຜ່ານມາ, ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນ ຫລວງ ວຽງຈັນ, ຫົວໜ້າຄະ ນະຮັບຜິດ ຊອບຈັດງານບຸນປີໃໝ່ລາວປີ 2015, ​ໄດ້​ຖະ​ແຫລ​ງຕໍ່​ສື່​ມວນ​ຊົນ​ລາວ​ວ່າ: ​ເພື່ອ​ເຮັດ​ໃຫ້ການສະ ຫລອງບຸນປີໃໝ່ລາວປີນີ້ ມີ​ບັນຍາກາດ​​ເບີກບານ​ມ່ວນ​ຊື່ນ ​ແລະ ຄຶກຄື້ນ, ຮັບປະກັນ​ໄດ້​ຄວາມ​ສະຫງົບ​ປອດ​ໄພ ​ແລະ ທັງ​ເປັນ​ການ​ດຶງດູດ​ການ​ທ່ອງ​ທ່ຽວ​ນັ້ນ ​ຊຶ່ງ​ນະຄອນຫລວງ​ວຽງ​ຈັນ ​ໄດ້​ເລີ່​ມຈັດ​ກິດ ຈະກຳ​ຕ່າງໆ​ມາ​ແຕ່​ວັນ​ທີ 6 ​ເມສາ, ​​ໂດຍ​ໄດ້ຈັດງານວາງສະແດງ ແລະ ຂາຍສິນຄ້າ, ຈັດການແຂ່ງຂັນສິລະປະວັນນະຄະດີຈາກ 9 ຕົວເມືອງທົ່ວນະຄອນຫລວງວຽງຈັນ ​ແລະ ສະເພາະຄ່ຳ​ຄືນວັນທີ 10 ເມສານີ້, ຈະມີການຈັດງານປະກວດນາງສາວງາມນະຄອນວຽງຈັນ, ທີ່ສູນການຄ້າລາວ–ໄອເຕັກ, ເຊິ່ງຈະເລີ່ມແຕ່ 19:30 – 22:30 ໂມງເປັນຕົ້ນໄປ; ພ້ອມກັນນັ້ນ ໃນວັນທີ 14 ເມສາ, ເຊິ່ງເປັນມື້ສັງຂາຍລ່ວງໃນເວລາປະມານ 13:00 ໂມງ ຈະໄດ້ຈັດຕັ້ງຂະ ບວນແຫ່ພະພຸດ ທະຮູບສັກສິນຄູ່ບ້ານ, ຄູ່ເມືອງ, ແລະ ຂະບວນແຫ່ນາງສາວງາມນະຄອນວຽງຈັນ ປະຈຳປີ ພສ 2558, ໂດຍເລີ່ມຈາກວັດອິນແປງແຫ່ໄປຕາມ ເສັ້ນທາງ​ເສດ​ຖາ​ທິລາດ​ແລ້ວໄປລ້ຽວຢູ່ 4 ແຍກໄຟແດງໂຮງໝໍມະໂຫສົດ ອອກສູ່ຖະໜົນຟ້າງຸ່ມແຫ່ຂຶ້ນໄປສິ້ນ ສຸດຢູ່ວັດ ອິນແປງ.

20186_465698556919451_5822015592315012646_n

ສໍາລັບກິດຈະກຳຢູ່ຫາດດອນຈັນ, ເມືອງຈັນທະບູລີ ແມ່ນຈະຈັດໃຫ້ມີງານປະຕິມະກຳຊາຍ, ໂດຍຈະເລີ່ມແຕ່ວັນທີ 11-19 ເມສານີ້, ນັບແຕ່ເວລາ 9-18:00 ໂມງ ແມ່ນເຂົ້າຊົມງານຄວັດ ແລະ ສະລັກຊາຍ, ຮູບປັ້ນປະເພດຕ່າງໆ ແລະ 18-20:00 ໂມງ ແມ່ນຊົມການແຕ້ມຮູບດ້ວຍມື ໂດຍການນຳເອົາເມັດຊາຍນ້ອຍໆມາແຕ້ມເປັນຮູບ, ຈາກຜູ້ຊ່ຽວຊານມາແຕ່ ຕ່າງປະເທດ ແລະ ນະຄອນຫລວງວຽງຈັນ, ສຳລັບການເຂົ້າຊົມແມ່ນບໍ່ໄດ້ເສຍຄ່າ; ໃນວັນທີ 11-16 ຈະ​ມີການແຂ່ງຂັນກິລາ

ຫາດຊາຍຈາກ 9 ຕົວເມືອງເຊັ່ນ: ບານເຕະ, ບານສົ່ງຫາດຊາຍ, ກະ ຕໍ້ຫວາຍຊາຍ ແລະ ກິລາປະເພດອື່ນໆ, ສະເພາະໃນ ວັນທີ 16, ຈະໄດ້ຈັດໃຫ້ມີການແຂ່ງຂັນຕົບພະທາດຊາຍຄັ້ງຍິ່ງໃຫຍ່ ແລະ ມີພິທີມອບລາງວັນໃຫ້ຜູ້ຊະນະເລີດໃນການແຂ່ງ ຂັນຈາກກິລາປະເພດຕ່າງໆ, ພ້ອມນັ້ນ ຍັງມີງານຕະຫລາດນັດຂາຍສິນຄ້າຜະລິດຕະພັນລາວ, ເຄື່ອງທີ່ລະນຶກຕ່າງໆ.

11146256_465698546919452_6511126669243926715_n

ສ່ວນກິດຈະກຳຫົດສົງນ້ຳສະຫລອງບຸນປີໃໝ່ລາວນີ້,​ ​ໃນ​ມື້ສັງຂານລ່ວງ, ຕອນເຊົ້າເວລາ 8:00 ໂມງ ຈະມີການຈັດຕັ້ງ ພິທີກຳທາງສາສະໜາ, ສ່ວນເວລາ 13:00 ໂມງ, ຈະນຳເອົາພະພຸດທະຮູບສັກສິດຄູ່ບ້ານ, ຄູ່ເມືອງລົງຫົດສົງເພື່ອຕ້ອນຮັບ ປີໃໝ່ລາວ ພສ 2558. ໃນວັນທີ 15 ເມສານີ້, ຊຶ່ງ​ຈະ​ມີ​ການຫົດສົງພະພຸດທະຮູບ ເພື່ອເປັນສິລິ ມຸງຄຸນເຊັ່ນ: ຢູ່ວັດອິນແປງ, ວັດຫາຍໂສກ, ວັດອົງຕື້, ວັດຈັນ, ວັດມີໄຊ, ວັດຊຽງຢືນ, ວັດສີສະເກດ, ວັດສີເມືອງ ແລະ ວັດເກົ້າຍອດ ​ແລະ ຕາມວັດຕ່າງໆ ຕາມອັດທະຍາໄສ ແລະ ໃນວັນສຸດທ້າຍວັນທີ 16 ເມສາ, ເປັນມື້ສັງຂານຂຶ້ນ (ວັນປີໃໝ່), ເລີ່ມແຕ່ເວລາ 7:30 ຈະມີພິທີໃສ່ບາດຖະຫວາຍ ສັງຂະທານ, ຢູ່ວັດອົງຕື້ມະຫາວິຫານ ແລະ ໃນເວລາປະມານ 9:00 ໂມງ ຫາ 18:00 ໂມງ ຈະມີການຫົດສົງນ້ຳມວນຊົນຕາມສະຖານທີ່ຕ່າງໆ ຮອດເວລາ 17:00 ໂມງບັນດາວັດຕ່າງໆ.

ພິເສດໃນປີນີ້ ຢູ່ຖະໜົນເສດຖາທິລາດ, ຈະຈັດໃຫ້ເປັນທາງຄົນຍ່າງຫລິ້ນຫົດສົງນ້ຳເຊິ່ງກັນ ແລະ ກັນ, ຈະໄດ້ປິດບໍ່ໃຫ້ພາຫະນະສັນຈອນໄປ-ມາ, ຊຶ່ງໄດ້ກຳນົດແຕ່ 4 ແຍກໄຟແດງວັດອິນແປງໄປຈົນເຖິງນ້ຳພຸ (ບ້ານຊຽງຢືນ), ເຊິ່ງຈະເລີ່ມປິດແຕ່ເວລາ 13:00-17:00 ໂມງຂອງວັນທີ 14-16 ເມສານີ້. ສ່ວນພາຫະນະທຸກຊະນິດ ແມ່ນໃຫ້ເວັ້ນໄປໃຊ້ເສັ້ນທາງຖະໜົນສາມແສນໄທ, ຖະໜົນຟ້າງຸ່ມ ແລະ ເສັ້ນທາງອື່ນໆ ສຳລັບຜູ້ທີ່ຈະມາສົງພະຢູ່ວັດຕ່າງໆໃນຂອບເຂດດັ່ງກ່າວນັ້ນ ຈະຕ້ອງໄດ້ຈອດລົດໄວ້ຢູ່ ຕາມທາງຮ່ອມ, ທາງຊອຍ ແລະ ຖະໜົນຕ່າງໆ ທີ່ເຈົ້າໜ້າທີ່ໄດ້ ກະກຽມໄວ້.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ມຽນມາ ປະຈຳລາວ ເຂົ້າຢ້ຽມຂ່ຳນັບ

ໃນຕອນເຊົ້າວັນທີ 07 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ອ່ອງ ໂກ (Aung...

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳລາວ

ໃນຕອນແລງຂອງວັນທີ 05 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ,...