spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາການ​ຄົນ​ຖືພາ1 ອາທິດສັນ​ຍານ​ບົ່ງ​ບອກວ່າ​ເຈົ້າ​ກຳ​ລັງ​ຈະ​ເປັນ​ເຈົ້າ​ແມ່

ອາການ​ຄົນ​ຖືພາ1 ອາທິດສັນ​ຍານ​ບົ່ງ​ບອກວ່າ​ເຈົ້າ​ກຳ​ລັງ​ຈະ​ເປັນ​ເຈົ້າ​ແມ່

Published on

1

    ອາການ​ຄົນ​ຖືພາ1ອາທິດຈະ​ເປັນ​ແນວໃດສຳລັບ​ເຈົ້າ​ສາວໆຄົນ​ໃດ​ທີ່​ກຳ​ລັງ​ສົງ​ໄສ​ວ່າ​ຕົວ​ເອງ​ຈະ​ກຳ​ລັງ​ຖືພາ​ຫລື​ບໍ່?ມາ​ເຊັກ​ສັນ​ຍານ​ຕໍ່ໄປ​ນີ້​ກັນ​ເລີຍ​
1. ປະຈຳ​ເດືອນ​ມາ​ຊ້າຫລື​ປະຈຳ​ເດືອນ​ຂາດອັນ​ເພາະ​ຮ່າງກາຍ​ເກີດ​ການ​ປະຕິ​ສົນ​ທິ​ແລ້ວ​ນັ້ນ​ເອງ
2. ຕົກ​ຂາວ​ຫລາຍກວ່າ​ປົກຕິເກີດ​ຈາກ​ຮໍ​ໂມນ​ເອດ​ໂຕ​ເຈນ​ມີ​ການ​ປ່ຽນ​ແປງຈຶ່ງ​ເຮັດໃຫ້​ມີ​ນ້ຳ​ໄຫລ​ອອກ​ມາ​ຈາກ​ຊ່ອງຄອດ​ຫລາຍ​ຂຶ້ນແລະ​ຫລຸດ​ອອກ​ມາ​ເປັນ​ຕົກ​ຂາວ
3. ມີ​ເລືອດ​ອອກ​ມາ​ແບບ​ກະ​ປິບ​ກະ​ປ່ອຍຄ້າຍ​ໆກັບ​ເວລາ​ໃກ້​ໝົດ​ປະຈຳ​ເດືອນຊຶ່ງ​ອາດຈະ​ເກີດ​ຈາກ​ຕົວ​ອ່ອນ​ທີ່​ໄປ​ຝັງ​ຕົວ​ຢູ່​ເທິງ​ຝາ​ມົດລູກ
4.ຮູ້ສຶກ​ຄັດ​ເຕົ້າ​ນົມເນື່ອງ​ຈາກ​ເຕົ້າ​ນົມ​ຈະ​ເກີດ​ການ​ປ່ຽນ​ແປງອາດຈະ​ຮູ້ສຶກ​ຄັດ​ຕຶງ​ຄ້າຍ​ໆກ່ອນ​ມີ​ປະຈຳ​ເດືອນ​ຫລື​ສຽວ​ຈີ໊​ດໆຊຶ່ງ​ອາການ​ນີ້​ຈະ​ເກີດ​ຂຶ້ນ​ໄດ້​ຫລັງ​ຈາກ​ທີ່​ປະຈຳ​ເດືອນ​ເລີ່ມ​ຂາດ​ປະ​ມານ1ອາທິດ
5. ຫາຍ​ໃຈ​ຖີ່​ຂຶ້ນການ​ຫາຍ​ໃຈຮ້ອນ​ຫລື​ຖີ່​ຂຶ້ນເກີດ​ຂຶ້ນ​ຈາກ​ຕົວ​ອ່ອນ​ໃນ​ມົດລູກ​ຕ້ອງ​ການ​ອອກ​ຊິ​ເຈນຈຶ່ງ​ເຮັດໃຫ້​ຮ່າງກາຍ​ຕ້ອງ​ຫາຍ​ໃຈ​ເລື້ອຍ​ຂຶ້ນ​ເປັນ​ສອງ​ເທົ່າ​ນັ້ນ​ເອງ
6.ວິນ​ຫົວໜ້າ​ມືດເນື່ອງ​ຈາກ​ຮໍ​ໂມນ​ແລະ​ຄວາມ​ດັນ​ໃນ​ຮ່າງກາຍ​ເລີ່ມ​ມີ​ການ​ປ່ຽນ​ແປງອາດຈະ​ສົ່ງ​ຜົນ​ໃຫ້​ເຈົ້າ​ຮູ້ສຶກ​ວິນ​ຫົວແລະ​ໜ້າ​ມືດ​ຕາ​ລາຍ​ໄດ້​ເລື້ອຍໆ
7. ຮູ້ສຶກ​ຕົວ​ຮ້ອນ​ຄ້າຍ​ໆຈະ​ເປັນ​ໄຂ້ ເນື່ອງ​ຈາກ​ຮ່າງກາຍ​ຈະ​ມີ​ອຸນຫະພູມ​ສູງ​ຂຶ້ນ
8. ປວດ​ຍ່ຽວ​ການ​ປວດ​ຍ່ຽວ​ເລື້ອຍໆເປັນ​ອີກ​ໜຶ່ງ​ສັນ​ຍານ​ທີ່​ບົ່ງ​ບອກ​ໄດ້​ວ່າ​ເຈົ້າ​ກຳ​ລັງຖືພາເພາະ​ການ​ຖືພາ​ຮ່າງກາຍ​ຈະ​ຕ້ອງ​ໃຊ້​ຫມາກໄຂ່ຫລັງ​ເຮັດວຽກ​ໜັກເນື່ອງ​ຈາກ​ຮ່າງກາຍ​ຕ້ອງ​ຜະລິດ​ເລືອດ​ໄປ​ລ້ຽງ​ສ່ວນ​ຕ່າງໆຫລາຍ​ຂຶ້ນ

  1. ຍາກນອນ​ຄົົນທີ່​ກຳ​ລັງ​ເລີ່ມຖືພາ​ຮ່າງກາຍ​ຈະ​ຮູ້ສຶກ​ອ່ອນ​ເພຍ​ແລະ​ຍາກນອນ​ເລື້ອຍແລະ​ຢາກ​ນອນ​ດົນ​ໆຊຶ່ງ​ເປັນ​ຜົນ​ມາ​ຈາກ​ລະ​ດັບ​ຮໍ​ໂມນ​ໃນ​ຮ່າງກາຍ​ທີ່​ປ່ຽນ​ແປງ​ໄປ​ນັ້ນ​ເອງ
    10. ປວດ​ເມື່ອຍ​ຕາມ​ຕົວຈະ​ຮູ້ສຶກ​ຄັ່ນ​ເນື້ອ​ຄັ່ນ​ຕົວ​ຕະຫລອດ​ເວລາເນື່ອງ​ຈາກ​ຮ່າງກາຍ​ຈະ​ເລີ່ມ​ປ່ຽນ​ແປງ​ເພື່ອ​ຕຽມ​ຮັບ​ມື​ສຳລັບ​ການ​ຖືພານັ້ນ​ເອງ
    11. ອືດທ້ອງເນື່ອງ​ຈາກ​ຮໍ​ໂມນ​ໃນ​ຮ່າງກາຍ​ທີ່​ປ່ຽນ​ແປງ​ຈະ​ມີ​ຜົນ​ກະທົບ​ຕໍ່​ກະ​ບວນ​ການ​ຂັບ​ຖ່າຍເຮັດໃຫ້​ເຮັດວຽກ​ໄດ້​ຊ້າຈຶ່ງ​ເປັນ​ສາ​ເຫດ​ຂອງ​ການ​ທ້ອງ​ອືດ​ນັ້ນ​ເອງ
    12. ຮູ້ສຶກ​ຫງຸດ​ຫງິດ​ງ່າຍຫລາຍໆຄົນ​ອາດຈະ​ຮູ້ສຶກ​ຫງຸດ​ຫງິດ​ຂຶ້ນ​ມາ​ແບບ​ບໍ່​ມີ​ສາ​ເຫດອາລົມ​ຈະ​ປັ່ນປ່ວນ​ງ່າຍເນື່ອງ​ຈາກ​ຮອລ໌​ໂມນ​ໂປ​ເຈດ​ເຕີ​ໂລນ​ມີ​ການ​ປ່ຽນ​ແປງ
  2. ດັງ​ໄວບໍ່​ວ່າ​ກິ່ນ​ຫຍັງ​ທີ່​ຢູ່​ຮອບ​ຕົວຄົົນທີ່​ກຳ​ລັງ​ຖືພາຈະ​ສາມາດ​ຮັບ​ຮູ້​ໄດ້​ໄວ​ກວ່າ​ຄົນ​ທົ່ວ​ໄປອັນ​ເປັນ​ຜົນ​ມາ​ຈາກ​ຮໍ​ໂມນ​ເອດ​ໂຕ​ເຈນ​ທີ່​ເພີ່ມ​ຂຶ້ນ​ນັ້ນ​ເອງ
    14. ລັກສະນະ​ການ​ກິນ​ປ່ຽນ​ແປງ​ໄປບາງ​ຄົນ​ອາດຈະ​ຢາກ​ກິນ​ຂອງ​ແປກໆທີ່​ບໍ່​ເຄີຍ​ກິນຫລື​ບາງ​ຄົນ​ກໍ​ອາດຈະ​ເບື່ອ​ອາຫານ​ທີ່​ເຄີຍ​ມັກຫລື​ບາງ​ທີ​ກໍ​ອາດຈະ​ຢາກ​ຮັບປະທານ​ຂອງ​ສົ້ມ​ໆເປັນ​ຕົ້ນ

 

ບົດຄວາມຫຼ້າສຸດ

ແຕ່ງຕັ້ງ ທ່ານ ພອນວິໄລ ແກ້ວບຸນສານ ເປັນຮັກສາການຫົວໜ້າຄະນະຄຸ້ມຄອງດ່ານສາກົນແດນສະຫວັນ.

ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນ ວັນທີ 10 ມີຖຸປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນນາ 2025 ຜ່ານມາ, ດ່ານສາກົນແດນສະຫວັນ ແຂວງສະຫວັນນະເຂດ ໄດ້ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນ,...

ຖວທ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ

ຖວທ ສະຫຼຸບການປະຕິບັດວຽກງານ ແລະ ເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ - ບຸກຄະລາກອນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ ແລະ ບຸກຄະລາກອນ...

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...

ຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ

ຖວທ ແຂວງຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ອີງຕາມແຈ້ງການຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ລົງເມື່ອວັນທີ 12 ມິຖຸນາ 2025...