ພະຍາດປວດເສັ້ນປະສາດໜ້າເປັນພະຍາດທີ່ພົບໄດ້ເລື້ອຍພະຍາດໜຶ່ງສ່ວນໃຫຍ່ມັກຈະພົບໃນໄລຍະຜູ້ໃຫຍ່ເຖິງສູງອາຍຸຜູ້ປ່ວຍຈະມີອາການປວດທີ່ໜ້າຂ້າງໃດໜຶ່ງລວມທັງອາດຈະປວດໃນບໍລິເວນແກ້ມ,ເຫງືອກແລະແຂ້ວໄດ້ຢ່າງຮຸນແຮງອາການປວດຈະເກີດຂຶ້ນມາເອງໂດຍຜູ້ປ່ວຍຈະມີຄວາມຮູ້ສຶກເຈັບຄືເຂັມປັກ,ຄືໄຟຊັອດຫລືອາດປວດແບບແສບຮ້ອນທີ່ບໍລິເວນໜ້າລວມທັງເຫງືອກບາງຄົນອາດມີອາການເຈັບຄືກັບເຈັບແຂ້ວເຮັດໃຫ້ເຂົ້າໃຈຜິດວ່າເປັນພະຍາດແຂ້ວແມງແລະໄດ້ຮັບການຖອນແຂ້ວອອກໂດຍບໍ່ຈຳເປັນ ອາການປວດມັກຈະເກີດຮຸນແຮງເປັນໄລຍະໆໃນເວລາສັ້ນໆແຕ່ສາມາດເກີດຂຶ້ນໄດ້ຊ້ຳໆ ຕະຫລອດມື້ແລະນຳມາຊຶ່ງຄວາມທຸກທໍລະມານເປັນຢ່າງຫລວງຫລາຍຜູ້ປ່ວຍບາງຄົນອາດມີຕຳແໜ່ງບໍລິເວນຫນ້າທີ່ເມື່ອໄປກະຕຸ້ນສຳຜັດຖືກຈະໃຫ້ມີອາການເຈັບເກີດຂຶ້ນມາຜູ້ປ່ວຍເຫລົ່ານີ້ອາດຈະມີພຶດຕິກຳຫລີກລ້ຽງການກະຕຸ້ນຕຳແໜ່ງດັ່ງກ່າວເຊັ່ນ:ບໍ່ລ້າງໜ້າຖູແຂ້ວ,ບໍ່ແຖໜວດຫລືຫລີກລ້ຽງການໂອ້ລົມເປັນຕົ້ນ
ສາເຫດຂອງພະຍາດປວດເສັ້ນປະສາດໜ້າ
ພະຍາດປວດເສັ້ນປະສາດໜ້າເກີດຂຶ້ນໄດ້ຈາກຫລາຍສາເຫດແຕ່ຜູ້ປ່ວຍສ່ວນໃຫຍ່ມັກເກີດຂຶ້ນຈາກທີ່ມີເສັ້ນເລືອດສະຫມອງໄປກົດທັບເສັ້ນປະສາດຄູ່ທີ່ຫ້າຊຶ່ງເຮັດຫນ້າທີ່ຮັບຄວາມຮູ້ສຶກຈາກບໍລິເວນໜ້າແລະປາກຈຶ່ງເຮັດໃຫ້ມີອາການປວດເກີດຂຶ້ນທີ່ບໍລິເວນດັ່ງກ່າວສ່ວນສາເຫດອື່ນໆຈະພົບໄດ້ບໍ່ຫລາຍເຊັ່ນ:ມີຊີ້ນປົ່ງສະຫມອງ,ປະສາດເສື່ອມ (multiple sclerosis)ຫລືເປັນຜົນແຊກຊ້ອນຈາກຕິດໄວຣັສກ່ຽວກັບຜິວໜັງເຊັ່ນ:ຕານເຕັ້ນທີ່ບໍລິເວນໜ້າເປັນຕົ້ນ
ການປິ່ນປົວພະຍາດປວດເສັ້ນປະສາດໜ້າໂດຍຢາ
ໃນໄລຍະທຳອິດອາການປວດມັກຈະປິ່ນປົວໄດ້ຜົນດີີຫລາຍໂດຍການກິນຢາແພດໝໍມັກຈະໃຫ້ຢາແກ້ອາການປວດເສັ້ນປະສາດເຊັ່ນ:Tegretal, Trileptal, Dilantin, Neurontinຫລື Baclofenຢາດັ່ງກ່າວພຽງແຕ່ຊ່ວຍບໍ່ໃຫ້ມີອາການປວດແຕ່ບໍ່ໄດ້ປິ່ນປົວສາເຫດຂອງພະຍາດຫລືເຮັດໃຫ້ຫາຍຂາດຈາກພະຍາດດັ່ງນັ້ນເມື່ອເຊົາກິນຢາອາການປວດຈະກັບມາເປັນຊ້ຳອີກຫລືມີຜູ້ປ່ວຍຈຳນວນໜຶ່ງເມື່ອກິນຢາໄປໄລຍະໜຶ່ງມັກຈະບໍ່ໄດ້ຜົນດີີຄືໃນໄລຍະທຳອິດແລະຈຳເປັນຕ້ອງປ່ຽນໄປໃຊ້ວິທີປິ່ນປົວໂດຍວິທີອື່ນ
ການປິ່ນປົວພະຍາດປວດເສັ້ນປະສາດໜ້າໂດຍການທຳລາຍເສັ້ນປະສາດ
ເມື່ອປິ່ນປົວດ້ວຍຢາບໍ່ໄດ້ຜົນອີກຕໍ່ໄປການປິ່ນປົວໂດຍການທຳລາຍເສັ້ນປະສາດຄູ່ທີ່ຫ້າ (ບາງສ່ວນ)ເປັນທາງເລືອກທາງໜຶ່ງໃນການຄວບຄຸມອາການປວດຊຶ່ງມີວິທີການທີ່ໃຊ້ກັນຫລາຍຢູ່ສອງວິທີຄື
1.ການທຳລາຍເສັ້ນປະສາດໂດຍຄວາມຮ້ອນ(Percutaneous radiofrequency rhizotomy)
2.ການທຳລາຍເສັ້ນປະສາດໂດຍລັງສີ(Radiosurgery)
ນອກເໜືອຈາກສອງວິທີດັ່ງກ່າວແລ້ວຍັງມີວິທີອື່ນໆໃນການທຳລາຍເສັ້ນປະສາດຄູ່ທີ່ຫ້າ ເຊັ່ນການໃຊ້ປູມເປົ້າກົດທຳລາຍເສັ້ນປະສາດຫລືການສີດສານກີເຊີລອນທຳລາຍປອກປະສາດເປັນຕົ້ນການປິ່ນປົວໂດຍການທຳລາຍເສັ້ນປະສາດບໍ່ວ່າຈະໂດຍວິທີໃດກໍຕາມຈະມີຂໍ້ດີແລະຂໍ້ເສຍຄືໆກັນເປັນວິທີທີ່ບໍ່ຕ້ອງໄດ້ຮັບການດົມຢາສະຫລົບຫລືຜ່າຕັດບໍ່ມີບາດແຜບໍ່ຈຳເປັນຕ້ອງພັກຟື້ນໃນໂຮງໝໍມີຄວາມສ່ຽງຕ່ຳສາມາດເຮັດໄດ້ໃນຜູ້ທີ່ສຸຂະພາບບໍ່ແຂງແຮງເຊັ່ນມີອາຍຸຫລາຍຫລືມີພະຍາດປະຈຳໂຕລວມທັງເປັນວິທີການປິ່ນປົວທີ່ມີປະສິດທິພາບສູງຜູ້ປ່ວຍສ່ວນໃຫຍ່ເຊົາທຸກທໍລະມານຈາກອາການປວດແຕ່ຈະເນື່ອງຈາກບາງສ່ວນຂອງເສັ້ນປະສາດຄູ່ທີ່ຫ້າຖືກທຳລາຍຈາກການປິ່ນປົວດັ່ງນັ້ນຈະມີຜົນຂ້າງຄຽງຄືຈະມີອາການຊາທີ່ໜ້າຄືໄດ້ຮັບການສີດຢາມຶນແລະອາດຈະເປັນບັນຫາຊວນລຳຄານໄດ້ຢ່າງຫລວງຫລາຍໃນຜູ້ປ່ວຍບາງຄົນ
ການປິ່ນປົວພະຍາດປວດເສັ້ນປະສາດໜ້າໂດຍການຜ່າຕັດ
ເນື່ອງຈາກພະຍາດປວດເສັ້ນປະສາດໜ້າສ່ວນໃຫຍ່ເກີດຂຶ້ນຈາກການທີ່ມີເສັ້ນເລືອດສະຫມອງໄປກົດບຽດເສັ້ນປະສາດຈຶ່ງມີການປິ່ນປົວໂດຍການຜ່າຕັດສະຫມອງເຂົ້າໄປປ່ຽນຕຳແໜ່ງຂອງເສັ້ນເລືອດການປິ່ນປົວໂດຍວິທີນີ້ເປັນການແກ້ໄຂທີ່ສາເຫດໂດຍກົງດັ່ງນັ້ນຈຶ່ງມີອັດຕາການຫາຍຂາດຈາກພະຍາດສູງອີກທັງຜູ້ປ່ວຍຈະບໍ່ມີບັນຫາເລື່ອງໜ້າຊາພາຍຫລັງການປິ່ນປົວເນື່ອງຈາກບໍ່ມີການທຳລາຍໃດໆຕໍ່ເສັ້ນປະສາດດ້ວຍຄວາມກ້າວໜ້າຂອງເຕັກນິກປະສາດຈຸນສັນຍະກຳໃນປະຈຸບັນເຖິງແມ່ນວ່າຈະເປັນການປິ່ນປົວທີ່ຕ້ອງມີການຜ່າຕັດສະຫມອງແຕ່ກໍຈັດວ່າມີຄວາມສ່ຽງຕ່ຳຫລາຍໂດຍທົ່ວໄປຜູ້ປ່ວຍພັກຟື້ນຢູ່ໃນໂຮງໝໍໃຊ້ເວລາບໍ່ຫລາຍມື້