spot_img
Homeຂ່າວການສຶກສາຜົນ​ວິ​ໄຈ​ຊີ້ ນັກ​ຮຽນ​ມໍ​ປາຍ​ລາວ ເຄີຍ​ດື່ມ​ເຫລົ້າ 90%!

ຜົນ​ວິ​ໄຈ​ຊີ້ ນັກ​ຮຽນ​ມໍ​ປາຍ​ລາວ ເຄີຍ​ດື່ມ​ເຫລົ້າ 90%!

Published on

student

ຈາ​ກບົດ​ລາຍ​ງານ​ວິ​ໄຈ​ສະ​ພາບ​ຊາວໜຸ່ມ ​ແລະ ​ເຍົາວະ​ຊົນ ຢູ່​ ສປປ ລາວ ​ໃຫ້​ຮູ້​ວ່າ: ​ເປັນ​ທີ່​ຮັບ​ຮູ້​ກັນ​ແລ້ວ​ວ່າ ສປປ ລາວ ​ເປັນ​ປະ​ເທດໜຶ່ງທີ່​ມີ​ອັດຕາ​ການ​ດື່ມ​ເຫຼົ້າ-ເບຍ​ຫຼາຍທີ່​ສຸດ ທັງ​ກຸ່ມ​ເພດຊາຍ ​ແລະ ​ເພດ​ຍິງ, ຈາ​ກຜົນ​ການ​ປະ​ເມີນ​ເຫຼົ້າ ​ແລະ ​ເບຍ ສູດ​ທັກ​ສະ​ຊີວິດ​ໄດ້​ພົບ​ເຫັນ​ວ່າ 90% ຂອງ​ນັກຮຽນຊັ້ນມັດທະຍົມ​ປາຍ ເຄີຍ​ດຶ່​ມຫຼົ້າ ໃນ​ນັ້ນຜູ້​ຊາຍ 53% ​ແລ​ະ ຜູ້ຍິງ 16% ​ ແມ່ນ​ເຄີຍ​ເມົາ​ເຫຼົ້າຮ້າຍ​ແຮງ, ນອກຈາກ​ນີ້​ຍັງ​ພົບ​ພຶດຕິ​ກຳ​ສ່ຽງຫຼາຍຢ່າງ​ທີ່​ກ່ຽວພັນ​ກັນ ເຊັ່ນ: ການ​ດຶ່ມ​ເຫຼົ້າ-​ເບຍ,​ ສູບຢາ ​ແລະ ການ​ມີ​ເພດ​ສຳພັນ. ທັດສະນະ​ຄະຕິ​ໃນ​ການ​ດຶ່ມ​ເຫຼົ້າ-​ເບຍ ​ໃນ​ຄວາມ​ເຂົ້າ​ໃຈ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ແຕ່ລະ​ຂົງ​ເຂດ​ແມ່ນ: ກຸ່ມ​ຄົນ​ໃນ​ເມືອງ​ບໍ່ຄ່ອຍ​ຄິດ​ວ່າການ​ດຶ່ມ​ເຫຼົ້າ​ເປັນ​ບັນຫາ ​ເນື່ອງ​ຈາກ​ວ່າ​ບັນຫາ​ທີ່​ເຂົາ​ມີ​ຄວາມ​ກັງວົນ​ໃຈ​ກ່ວາ​ ແມ່ນ​ການ​ໃຊ້​ຢາ​ເສບ​ຕິດ ​ແລະ ສ່ວນ​ຢູ່ຊົນນະບົດພັດ​ມີ​ທັດສະນະ​ວ່າ ການ​ດື່ມ​ເຫຼົ້າ-​ເບຍ​​​ເຮັດ​ໃຫ້​ມີ​ຄວາມ​ມ່ວນ​ຊື່ນ ແລະ ຄຽງຄູ່​ກັນນັ້ນ​ ແມ່ນການ​ສະກັດ​ກັ້ນ ແລະ ​ເຫດຜົນ​ຕ່າງໆ ​ເພາະຢູ່​ປະ​ເທດ​​ເຮົາພັດ​ບໍ່​ໄດ້​ກຳຈັດ​ອາຍຸ​​ໃນ​ການ​ບໍ່​ໃຫ້ດຶ່ມ.

ໃນຂະນະ​ທີ່​ການ​ສູບຢາ​ນັ້ນ ກໍ​ຖື​ວ່າ​ເປັນ​ເລື່ອງ​ປົກກະຕິໃນ​ຊົນນະ​ບົດ ​ໄດ້ນຳໃຊ້​ຢາສູບ​ເພື່ອ​ປ້ອງ​ກັນ​ຍຸງ​, ສຳລັບ​​ຕົວ​ເມືອງ​ແມ່ນ​ນຳ​ໃຊ້ໜ້ອຍ ​ແລະ ການ​ເສບ​ຢາ​ບ້າແມ່ນ​ເປັນ​ບັນຫາ​ສຳຄັນ ​ເຖິງ​​ວ່າ​ບໍ່ມີ​ຂໍ້​ມູນ​ຈະ​ແຈ້ງ​ກ່ຽວກັບ​ອັດຕາ​ການ​ນຳ​ໃຊ້​ຢາ​ບ້າ​ກໍ່ຕາມ, ບົດ​ວິ​ໄຈ​ດັ່ງກ່າວ​ຍັງ​ໃຫ້​ຮູ້​ວ່າ: ການ​ເສບ​ຢາ​ບ້າ​ເປັນ​ບັນຫາ​ທີ່​ພົ້ນ​ເດັ່ນ​ທີ່​ສຸດ​ໃນ​ເຂດ​ຕົວ​ເມືອງ ​ແລະ ຊົນນະບົດ, ອິງ​ຕາມ​ການ​ສຶກສາ​ຂອງ​ຊາວ​ໜຸ່ມທີ່​ຕິດ​ຢາ ​ເຊິ່ງຈຸດ​ເລີ່​ມຕົ້ນ​ແມ່ນ​ມາ​ຈາກ​ການ​ຊັກ​ຊວນ​ຂອງໝູ່ກວມ 92,5%.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...