ຖ່າຍບໍ່ອອກອາດເປັນເພາະ5ສາເຫດນີ້

stickerline-201312111342181

ຖ່າຍ​ບໍ່​ອອກທ້ອງ​ອືດ​ແມ່ນ​ເກີດ​ຈາກ5ສາ​ເຫດ​ນີ້​ແນ່ນອນ​ຮູ້​ແລ້ວ​ກໍ​ແກ້​ໄຂ​ເລີຍ​ດີກວ່າ​ຈະ​ໄດ້​ຮູ້ສຶກ​ສະບາຍ​ໂຕຂັບ​ຖ່າຍ​ສະດວກ​ທຸກ​ມື້​
ເຊື່ອ​ວ່າ​ສາວໆຫລາຍ​ຄົນ​ກໍ​ເປັນ​ຄືກັນເວລາ​ທີ່​ຖ່າຍ​ບໍ່​ອອກ​ຕິດ​ຕໍ່​ກັນ​ຫລາຍ​ມື້​ຈົນ​ຮູ້ສຶກ​ອຶດ​ອັດ​ບໍ່​ສະບາຍ​ໂຕໄປຫມົດບໍ່​ວ່າ​ຈະ​ກິນໂຢເກີດຫລື​ຫຍັງ​ທີ່​ວ່າ​ດີ​ມາ​ກິນ​ກໍ​ຍັງ​ບໍ່ເຊົາຖ້າ​​ເກີດ​ອາການ​ແບບ​ນີ້​ເລື້ອຍໆແຕ່​ບໍ່​ຮູ້​ວ່າ​ເກີດ​ມາ​ຈາກ​ຫຍັງ​ມື້​ນີ້​​ຈຶ່ງ​ນຳ​ສາ​ເຫດ​ຂອງ​ການ​ຂັບ​ຖ່າຍ​ບໍ່​ອອກ​ມາ​ຝາກມາ​ເບິ່ງ​ກັນ​ວ່າ​ເປັນ​ເພາະ​ສາ​ເຫດ​ໃດ​

ຄວາມ​ຄຽດ
ຮູ້​ຫລື​ບໍ່​ວ່າ​ຄວາມ​ຄຽດ​ກໍ​ເຮັດໃຫ້​ຖ່າຍ​ບໍ່​ອອກ​ໄດ້​ຄືກັນເພາະ​ເວລາ​ຄຽດກໍ​ສົ່ງ​ຜົນ​ໃຫ້​ນອນ​ບໍ່​ຫລັບແລະ​ຖ້າ​ເປັນ​ແບບ​ນັ້ນ​ກໍ​ຈະ​ຍິ່ງ​ເຮັດໃຫ້​ລະບົບ​ຕ່າງໆໃນ​ຮ່າງກາຍ​ປ່ວນໄປຫມົດສະ​ນັ້ນ​ພະຍາຍາມ​ເຮັດ​ໂຕສະບາຍບໍ່​ຄຽດ​ກັນ​ດີກວ່າຈະ​ໄດ້​ບໍ່​ລຳ​ບາກ​ສຸຂະພາບ​ຮ່າງກາຍ​

ບໍ່​ອອກ​ກຳ​ລັງ​ກາຍ
ນັ່ງ​ເຮັດວຽກ​ໜ້າ​ຄອມພິວເຕີ​ມາ​ໝົດແລ້ວຖ້າຫລັງຈາກ​ເລີກ​ວຽກ​​ບໍ່​ຍອມຢືດ​ເສັ້ນ​ຢືດ​ສາຍ​ດ້ວຍ​ການ​ອອກ​ກຳ​ລັງ​ກາຍ​ນຳ​ເລີຍຮັບຮອງ​ວ່າ​ອາການ​​ຖ່າຍ​ຍາກ​ມາຢາມ​ແນ່ນອນເພາະ​ການ​ອອກ​ກຳ​ລັງ​ກາຍ​ສາມາດ​ຊ່ວຍ​ກະຕຸ້ນ​ລະບົບ​ຍ່ອຍ​ອາຫານ​ແນ່ນອນ​ຊ່ວຍ​ໃຫ້​ລະບົບ​ຂັບ​ຖ່າຍ​ດີ​ຂຶ້ນ​

ດື່ມ​ນ້ຳ​ໜ້ອຍ
ການ​ດື່ມ​ນ້ຳ​ບໍ່​ພຽງ​ແຕ່​ເຮັດໃຫ້​ຮ່າງກາຍ​ຊຸ່ມ​ຊື່ນ​ຫລື​ຊ່ວຍ​ໃຫ້​ສຸຂະພາບ​ກາຍ​ແລະ​ຜິວ​ດີ​ແລ້ວ ຍັງ​ຊ່ວຍ​ເຮັດໃຫ້​ຂັບ​ຖ່າຍ​ໄດ້​ສະ​ດວກ​ຂຶ້ນ​ນຳອີກ​ແລະ​ຖ້າ​ຄິດວ່າ​ຕົນເອງ​ກິນ​ໄຟ​ເບີ​ຫລາຍ​ແລ້ວແຕ່​ກໍ​ຍັງ​ຖ່າຍ​ບໍ່​ອອກນັ້ນ​ອາດຈະ​ເປັນ​ເພາະ​ວ່າ​​ດື່ມ​ນ້ຳ​ໜ້ອຍເພາະ​ການ​ກິນ​ໄຟ​ເບີ​ຫລາຍ​ກໍ​ຕ້ອງ​ດື່ມ​ນ້ຳ​ຫລາຍໆນຳເພື່ອ​ໃຫ້​ອາຈົມ​​ບວມ​ແລະ​ອ່ອນຈະ​ໄດ້​ຂັບ​ຖ່າຍ​ຄ່ອງໆ ງ່າຍໆ

ຖືພາ
ໃນ​ໄລຍະ​ຖືພາ​ເປັນ​ໄລຍະ​ທີ່​ຮ່າງກາຍ​ຂອງ​ຜູ້ຍິງ​ເຮົາ​ປ່ຽນ​ແປງທັງ​ຮໍ​ໂມນ​ແລະ​ອາຫານ​ທີ່​ກິນບວກ​ກັບ​ຄວາມ​ຄຽດ​ກໍ​ຈະ​ຍິ່ງ​ສົ່ງ​ຜົນ​ກະທົບ​ຕໍ່​ລະບົບ​ທາງເດີນ​ອາຫານ​ຫລາຍ​ຂຶ້ນສະ​ນັ້ນ​​ແມ່​ທີ່​ກຳ​ລັງ​ຖືພາຄົນ​ໃດ​ປະ​ສົບ​ບັນຫາ​ຖ່າຍ​ຍາກ​ຢູ່ກໍ​ອາດຈະ​ລອງ​ເລືອກ​ກິນ​ອາຫານ​ທີ່​ມີ​ໄຟ​ເບີ​ແລະ​ດື່ມ​ນ້ຳ​ຫລາຍໆກໍ​ຈະ​ຊ່ວຍ​ໄດ້

ພະຍາດ​ລຳ​ໄສ້​ປັ່ນປ່ວນ
ພະຍາດ​ທີ່ເກີດຂຶ້ນ​ກັບ​ຄົນ​ເຮັດວຽກ​ກໍ່ຄື​ພະຍາດ​ລຳ​ໄສ້​ປັ່ນປ່ວນກໍ​ເປັນ​ສາ​ເຫດ​ທີ່​ເຮັດໃຫ້​ຂັບ​ຖ່າຍ​ຍາກ​ເຊັ່ນ​ກັນເພາະ​ພະຍາດ​ນີ້​ຈະ​ມີ​ການ​ປັ້ນ​ຂອງ​ລຳ​ໄສ້​ໃຫຍ່​ຜິດ​ປົກກະຕິ​ຖ້າ​ຫາກວ່າ​ບໍ່​ຢາກ​ທໍລະມານ​ກັບ​ພະຍາດ​ນີ້​ແລະ​ບໍ່​ຢາກ​ທ້ອງ​ອືດ​ເລື້ອຍໆຄວນ​ຈະ​ຮີບ​ໄປ​ພົບ​ແພດ​ເພື່ອ​ປິ່ນປົວ​ໄດ້​ຢ່າງ​ຖືກ​ວິທີ​