spot_img
Homeປະເພນີ-ວັດທະນະທຳຮ່ວມກັນສົ່ງເສີມຮີດຄອງປະເພນີອັນດີງາມ ໃນບຸນປີໃໝ່ລາວ ປະຈຳປີ ພສ 2558

ຮ່ວມກັນສົ່ງເສີມຮີດຄອງປະເພນີອັນດີງາມ ໃນບຸນປີໃໝ່ລາວ ປະຈຳປີ ພສ 2558

Published on

20150401102942

ງານ​ສະເຫຼີມສະຫຼອງ​ບຸນ​ປີໃໝ່​ລາວ ​ພສ 2558 (ປີ​ມະແມ) ທີ່​ຈະ​ໝູນວຽນ​ມາ​ບັນຈົບ​ຄົບຮອບອີກ​ວາລະ​ໜຶ່ງ ຖື​ເປັນ​ເຫດການສຳຄັນ​ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ເນື່ອງ​ຈາກ​ງານ​ບຸນ​ດັ່ງກ່າວ ຈະ​ດຳເນີນ​ໄປ​ດ້ວຍ​ບັນຍາກາດເບີກບານ​ມ່ວນຊື່ນ ຮັກສາ​ໄວ້​ມູນເຊື້ອ​ວັດທະນະທຳ ປະເພນີ​ອັນ​ດີງາມ​ຂອງ​ຊາດ​ລາວ​ເຮົາ ແລະ ຮັກສາ​ໄດ້​ຄວາມ​ສະຫງົບ​ປອດ​ໄພໃນ​ສັງຄົມ ປີ​ນີ້​ອຳນາດ​ການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ (ນວ) ໄດ້​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນວຽກ​ງານ​ກະກຽມ​ງານ​ສະເຫຼີມສະຫຼອງ​ບຸນປີໃໝ່​ລາວ ປະຈຳ​ປີ 2015 ຢູ່​ນະຄອນຫຼວງ​ຢ່າງ​ຍິ່ງໃຫຍ່ ເຊິ່ງ​ມີ​ຫຼາຍ​ກິດຈະກຳ​ທີ່​ຈະຖືກ​ຖ່າຍ​ທອດ​ເຖິງ​ມູນເຊື້ອ ຮີດຄອງ​ປະເພນີ ແລະ ວັດທະນະທຳ​ອັນ​ດີງາມ​ຂອງ​ປວງ​ຊົນ​ລາວທັງ​ຊາດ ລວມ​ທັງ​ຄວາມ​ຈະເລີນສີວິໄລ​ຂອງ ນວ ຕໍ່​ສາຍຕາ​ແຂກນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ແລະ ຕ່າງປະເທດ.

ທ່ານ ສາຍທອງ ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງຈັນ ປະທານ​ຄະນະ​ກຳມະການຈັດ​ງານ​ສະເຫຼີມສະຫຼອງ​ບຸນ​ປີໃໝ່​ລາວ ປະຈຳ​ປີ 2015 ຂັ້ນ ນວ ກ່າວ​ໃນ​ວັນ​ທີ 31 ມີນາ 2015 ວ່າ: ການ​ຈັດ​ງານ​ບຸນ​ສົ່ງ​ທ້າຍ​ປີເກົ່າ ​ພສ 2557 ແລະ ຕ້ອນຮັບປີ​ໃໝ່​ລາວ ​ພສ 2558 ຢູ່ ນວ ແມ່ນ​ຈະ​ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ເອກະ​ພາບ ​ໃນ​ຂອບ​ເຂດ​ທົ່ວ​ປະເທດ ລະຫວ່າງ​ວັນ​ທີ 14-15-16 ເມສາ 2015 ສະເພາະ​ຢູ່ ນວ ປີ​ນີ້ ອຳນາດ​ການ​ປົກຄອງ ນວ ໄດ້​ຈັດໃຫ້​ມີ​ຫຼາຍ​ກິດຈະກຳ​ທີ່​ສົ່ງເສີມວັດທະນະທຳ ຕາມ​ຮີດຄອງ​ປະເພນີ​ທີ່​ເຄີຍ​ປະຕິບັດ​ກັນ​ມາ​ແຕ່ບັນ​ພະ​ບູ​ລຸດ ພິເສດ​ບຸນ​ກຸດ​ສົງການ​ປະຈຳ​ປີ​ນີ້ ​ຍັງ​ມີ​ການ​ຄັດເລືອກ​ນາງ​ສາວ ນວ ເຊິ່ງ​ງານຄັດ​ເລືອກ​ດັ່ງກ່າວ ຈະ​ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 10 ເມສາ 2015 ທີ່​ສູນການ​ຄ້າ​ລາວ-ໄອ​ເຕັກ ສຳລັບ​ຜູ້ທີ່​ໄດ້​ຮັບ​ຕຳແໜ່ງທັງ 7 ນາງສາວ ຈະ​ເປັນ​ຕົວ​ແທນນາງ​ສາວ ເພື່ອ​ແຮ່​ຂະ​ບວນ​ນາງ​ສັງຂານ ປະຈຳປີ 2015 ແລະ ອັນ​ດັບ​ທີ 1 ຍັງ​ຈະ​ເປັນ​ຕົວ​ແທນ​ຂອງ ນວ ເພື່ອ​ເຂົ້າ​ຮ່ວມ​ຄັດ​ເລືອກ​ນາງສາວ​ລາວ​ຕື່ມ​ອີກ ພ້ອມ​ນັ້ນ ຍັງ​ມີການ​ແຫ່​ພະ​ພຸດ​ທະ​ຮູບ​ສັກສິດ ຄູ່ບ້ານ​ຄູ່​ເມືອງ ແລະ ຫົດສົງ​ພະກິດຈະກຳ​ແຂ່ງຂັນ​ກີລາ​ຫາດຊາຍ ຕົບ​ພະທາດ​ຊາຍ ແລະ ກິດຈະ​ກຳ​ປະຕິ​ມະ​ກຳ​ຊາຍ ທີ່​ຫາດດອນ​ຈັນ ໂດຍ​ກິດຈະກຳ​ນີ້​ຖື​ເປັນກິດຈະກຳ​ພິເສດ ແລະ ເປັນ​ຄັ້ງທຳ​ອິດ​ທີ່​ຈັດ​ຂຶ້ນ​ໃນ​ປະເທດ​ລາວ ກໍ່​ຄື​ໃນ​ງານ​ບຸນປີໃໝ່​ລາວ ເຊິ່ງ​ໄດ້ເຊື້ອ​ເຊີນ​ນັກ​ສິລະ​ປິນ​ທັງ​ພາຍ​ໃນ ແລະ ຕ່າງປະເທດ ເຂົ້າ​ຮ່ວມ​ກິດຈະ​ກຳ​ປະດິດ​ຊາຍ ກໍ່​ຊາຍ​ໃຫ້​ເປັນຮູບຊົງ​ຕ່າງໆ ໂດຍ​ງານ​ປະຕິ​ມະກຳ​ຊາຍ​ນີ້ ແມ່ນ​ຈະ​ເລີ່ມ​ຈັດ​ຂຶ້ນແຕ່​ວັນ​ທີ 1-19 ເມສາ 2015 ເປັນຕົ້ນ​ໄປ.

ພ້ອມ​ດຽວ​ກັນ​ນີ້ ເພື່ອ​ເຮັດໃຫ້ການ​ຫຼິ້ນ​ບຸນປີໃໝ່​ລາວ​ປີ​ນີ້​ຢູ່ ນວ ໃຫ້​ມີ​ຄວາມ​ເປັນ​ລະບຽບຮຽບ​ຮ້ອຍ ແລະ ຮັກສາ​ໄດ້​ມູນເຊື້ອ​ວັດທະນະທຳ​ອັນ​ດີງາມ​ຂອງຊາດ ອຳນາດ​ການ​ປົກຄອງ ນວ ຈຶ່ງ​ອອກ 4 ຂໍ້​ຫ້າມ​ດັ່ງນີ້: 1. ຫ້າມຜູ້​ຂັບ​ຂີ່​ລົດ​ບໍ່​ໃຫ້​ດື່ມ​ເຫຼົ້າ ແລະ ຜູ້ດື່ມ​ເຫຼົ້າ​ແມ່ນ​ບໍ່​ໃຫ້​ຂັບ​ລົດ​ເດັດຂາດ 2. ບໍ່​ໃຫ້​ຂາຍ​ສິນຄ້າ ແລະ ອຸປະກອນ​ທີ່​ກໍ່ໃຫ້ເກີດ​ສຽງ​ແຕກທຸກ​ປະເພດ ບໍ່​ໃຫ້​ຈູດ​ໝາກ​ກະໂພກ ແລະ ບັ້ງໄຟດອກ​ທຸກ​ຊະນິດ 3. ບໍ່​ໃຫ້​ເອົາ​ນ້ຳກ້ອນ ນ້ຳເປື້ອນ ແລະ ນ້ຳ​ສີ​ໃສ່​ຖົງ​ຢ່າງແກວ່ງ​ໃສ່​ລົດ ໃສ່​ຄົນ​ເດັດຂາດ ແລະ 4. ບໍ່​ໃຫ້​ນຸ່ງ​ເຄື່ອງ​ໂປ້ ຍົ້ວຍວນ ແລະ ການ​ກະທຳ​ແບບລາມົກ​ອະນາຈານ​ໃນ​ເຂດ​ວັດ ແລະ ສະຖານທີ່​ຊຸມ​ຊົນ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...