spot_img
Homeຂ່າວເຫດການຮອງປະທານາທິບໍດີ ສ.ມຽນມາ ຢ້ຽມຢາມເຂື່ອນໄຟຟ້ານ້ຳງື່ມ I

ຮອງປະທານາທິບໍດີ ສ.ມຽນມາ ຢ້ຽມຢາມເຂື່ອນໄຟຟ້ານ້ຳງື່ມ I

Published on

presedent mm

ໃນລະຫວ່າງເດີນທາງມາຢ້ຽມຢາມສັນຖະວະໄມຕີສປປລາວ, ແຕ່ວັນທີ 30 ມີນາຫາ 1 ເມສາ 2015 ນີ້, ທ່ານ ຢຽນຕູນ ຮອງປະທານາທິບໍດີແຫ່ງ ສ.ມ ຽນມາ ແລະ ພັນລະຍາພ້ອມຄະນະ, ໄດ້ເດີນທາງໄປຢ້ຽມຢາມເຂື່ອນໄຟຟ້ານ້ຳງື່ມ I ຢູ່ແຂວງວຽງຈັນໃນວັນທີ 31 ມີນານີ້, ​ໂດຍ​ໄດ້ຮັບການຕ້ອນຮັບຈາກທ່ານ ຄໍາເມິງ ພົງທະດີ ເຈົ້າແຂວງວຽງຈັນ, ມີບັນດາອໍານວຍການ, ພ້ອມດ້ວຍອໍານາດການປົກ ຄອງແຂວງວຽງຈັນຕ້ອນຮັບຢ່າງອົບອຸ່ນ.

ໂອກາດນີ້, ທ່ານ ຢຽນຕູນ ແລະ ຄະນະໄດ້ຮັບຟັງການລາຍງານກ່ຽວກັບຄວາມເປັນມາຂອງເຂື່ອນໄຟຟ້ານ້ຳງື່ມ I, ເຊິ່ງເຂື່ອນໄຟຟ້າດັ່ງກ່າວມີກໍາລັງຕິດຕັ້ງ 150 ເມກາວັດ, ປີ 2003-2004 ໄດ້ມີໂຄງການສ້ອມແປງໃຫຍ່ເຄື່ອງຈັກເບີໜຶ່ງ ແລະ ເບີສອງເຮັດໃຫ້ກໍາລັງຕິດຕັ້ງຂອງເຄື່ອງຈັກເພີ່ມຂຶ້ນຈາກ 15 ເມກາວັດເປັນ 17,5 ເມກາວັດ ໃນແຕ່ລະໜ່ວຍເຄື່ອງຈັກ,

ປັດຈຸບັນເຂື່ອນໄຟຟ້ານ້ຳງື່ມ I ມີກໍາລັງຕິດຕັ້ງ 155 ເມກາວັດ, ມີເຄື່ອງຈັກທັງໝົດ 5 ເຄື່ອງ, ພະລັງການຜະ ລິດສະເລ່ຍຕໍ່ປີ 1.025 ກິໂລວັດໂມງຕໍ່ປີ, ມີເນື້ອທີ່ອ່າງໂຕ່ງນ້ຳ 8.460 ກິໂລຕາແມັດ, ເຂື່ອນໄຟຟ້ານ້ຳງື່ມ I ໄດ້ສ້າງຕັ້ງແຕ່ປີ 1968 ເປັນຕົ້ນ ມາ, ພ້ອມນີ້ທ່ານຍັງໄດ້ຮັບຟັງແຜນຍຸດທະສາດ 20 ປີໃນການສົ່ງເສີມພະລັງງານເພື່ອປະຊາຊົນ ແລະ ການຊົມໃຊ້ພະລັງງານ ທົດແທນຈາກຜູ້ຕາງໜ້າກະຊວງພະລັງງານ ແລະ ບໍ່ແຮ່.

ຈາກນັ້ນ, ທ່ານ ຢຽນຕູນ ແລະ ພັນລະຍາພ້ອມຄະນະ, ກໍໄດ້ຢ້ຽມຊົມເຄື່ອງຈັກການຜະລິດໄຟຟ້າແລະຂີ່ເຮືອຊົມ ທິວທັດທໍາມະຊາດແລະຮັບປະທານອາຫານຢູ່ໜ້າເຂື່ອນໄຟຟ້າດັ່ງກ່າວ, ຫລັງຈາກນັ້ນທ່ານຢຽນຕູນແລະພັນລະຍາພ້ອມ ຄະນະໄດ້ເດີນທາງກັບນະຄອນຫລວງວຽງຈັນດ້ວຍຄວາມສະຫວັດດີພາບ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...