spot_img
Homeນານາສາລະຂໍ້ຄິດ 8 ຂໍ້ ເພື່ອຄວາມສຳເລັດ ຂອງມະນຸດເງິນເດືອນ

ຂໍ້ຄິດ 8 ຂໍ້ ເພື່ອຄວາມສຳເລັດ ຂອງມະນຸດເງິນເດືອນ

Published on

screenshot-12

1. ເຮັດວຽກປະຈຳໃຫ້ກ້າວໜ້າ

ຕັ້ງໃນເຮັດວຽກໃຫ້ມີຜົນງານ ໃຫ້ມີຕຳແໜ່ງກ້າວໜ້າ ຈະໄດ້ມີເງິນເດືອນເພິ່ມຂຶ້ນ ມີເງິນເຫຼືອມາລົງທຶນໄດ້ຫຼາຍຂຶ້ນ… ທີ່ສຳຄັນຄື ຕ້ອງເບິ່ງການເຮັດວຽກເປັນການ ພັດທະນາຕົນເອງແລະສ້າງປະໂຫຍດ ໃຫ້ອົງກອນໄປພ້ອມກັນ.

2. ສະແຫວງາຄຸນນະວຸດເພິ່ມ

ນອກຈາກປະລິນຍາຕາມປົກກະຕິແລ້ວ ການສອບເສັງເອົາໃບປະກາດຕ່າງໆ ໃນສາຍອາຊີບ ຍັງຊ່ວຍຕໍ່ຍອດວຽກປະຈຳໃຫ້ເດິນໜ້າ ໄດ້ຢ່າງວ່ອງໄວຂຶ້ນອີກລະດັບໜຶ່ງ ເພາະເປັນສ່ວນເສີມໃຫ້ເຮົາເໜືອກວ່າຄົນທີ່ມີ ໃບປະລິນຍາຕາມປົກກະຕິທົ່ວໄປ…

3. ແບ່ງເງິນມາລົງທຶນເພິ່ມ

ຈາກຂໍ້ 1 ຖ້າເຮົາກ້າວໜ້າໃນໜ້າທີ່ວຽກງານປະຈຳແລ້ວ ມີເງິນເດືອນເພິ່ມຂຶ້ນ ເຮົາກໍແບ່ງເງິນມາລົງທຶນໄດ້ຫຼາຍຂຶ້ນ ເງິນເດືອນ 3,000,000 ແບ່ງມາລົງທຶນ 75% ກໍໄດ້ແຕ່ 2,250,000 ແຕ່ຖ້າເງິນເດືອນ 15,000,000 ແບ່ງມາລົງທຶນພຽງ 30% ກໍໄດ້ 4,000,000 ແລ້ວ ສ່ວນທີ່ເຫຼືອກໍສາມາດໃຊ້ຈ່າຍຍົກລະດັບ ຄຸນນະພາບຊີວິດໄດ້… ແຕ່ຄວາມຈິງແລ້ວ ຢາກໃຫ້ແບ່ງເງິນມາລົງທຶນໃຫ້ຫຼາຍທີ່ສຸດ ເທົ່າທີ່ຈະເຮັດໄດ້ ເທົ່າທີ່ຈະບໍ່ບັ່ນທອນຄຸນນະພາບຊີວິດ ເຊັ່ນ ເຈັບໄຂ້ໄດ້ປ່ວຍ ແຕ່ເງິນໄປຊື້ຫຸ້ນໝົດ ຖອນມາຈ່າຍຄ່າຢາບໍ່ທັນ… ກໍບໍ່ເປັນ.

4. ຫາຄວາມຮູ້ເລື່ອງການລົງທຶນຂັ້ນສູງຂຶ້ນ

ການລົງທຶນທີ່ງ່າຍໃຜໆ ກໍເຂົ້າໃຈ ໃຜໆ ກໍເຮັດໄດ້ ມັກໃຫ້ຜົນຕອບແທນຕ່ຳ ເຊັ່ນ ເງິນຝາກປະຢັດ, ເງິນຝາກປະຈຳ ແຕ່ການລົງທຶນທີ່ຊັບຊ້ອນກວ່າ ທີ່ຕ້ອງໃຊ້ຄວາມຮູ້ວິຊາການເປັນພື້ນຖານ ກໍມັກໄດ້ຜົນຕອບແທນທີ່ສູງຂຶ້ນ ເຊັ່ນ ການລົງທຶນໃນຫຸ້ນ ກໍຈະຕ້ອງເຂົ້າໃຈພາວະເສດຖະກິດໂດຍລວມ ພາວະທຸລະກິດຂອງຫຸ້ນນັ້ນໆ ການປະເມີນມູນຄ່າ ການພິຈາລະນາປຽບທຽບຄວາມຖືກ-ແພງ ການເບິ່ງທ່າອ່ຽງຂອງຕະຫຼາດ.

5. ສົນໃຈທີ່ການໄດ້ກຳໄລ ຫຼາຍກວ່າການໄດ້ຂອງຖືກ

ໃນກໍລະນີທີ່ເຮົາພໍມີຄວາມຮູ້ເລື່ອງ ການປະເມີນມູນຄ່າຫຼັກຊັບ ແລະການປຽບທຽບມູນຄ່າຫຼັກຊັບ ກັບຫຼັກຊັບອື່ນໆ ຫຼືຕະຫຼາດໂດຍລວມາແດ່ແລ້ວ… ຫຼາຍເທື່ອເຮົາມັກຈະຕັດສິນໃຈລົງທຶນ ໂດຍການພິຈາລະນາທີ່ຄວາມຖືກຫຼືແພງ ຂອງລາຄາຫຼັກຊັບໃນຂະນະນັ້ນ ໂດຍຖືຫຼັກວ່າ ຖ້າຖືກຢູ່ ຄືດີ ເປັນຕາຊື້ ແລະຖ້າແພງໂພດ ຄື ບໍ່ດີ ເປັນຕາຂາຍ ຫຼືບໍ່ໜ້າສົນໃຈໃນຕອນນີ້ ການຄິດແບບນີ້ຖືກຢູ່ແຕ່ບໍ່ຖືກໝົດ ແຕ່ໃນຄວາມເປັນຈິງເຮົາພັດພົບວ່າ ສິ່ງທີ່ຄິດວ່າຖືກ ມັນພັດຍັງຖືກລົງຕື່ມໄດ້ອີກ (ຂາດທຶນຊ້ຳຊາກ) ຫຼືບໍ່ກໍຖືກຢູ່ຈັ່ງຊັ້ນ ບໍ່ເຄີຍແພງຂຶ້ນເລີຍ. ໃນຂະນະທີ່ອັນທີ່ເຮົາຄິດວ່າແພງ ມັນພັດຍັງແພງຂຶ້ນໄດ້ອີກເລື້ອຍໆ ນັ້ນກໍເພາະວ່າການນິຍາມຄວາມຖືກແພງບໍ່ເທົ່າກັນ ການເອົາຄວາມຖືກ-ແພງ ຕາມນິຍາມຂອງໂຕເອງ ຈຶ່ງເປັນການຕັດສິນໃຈແບບອຽງຂ້າງເຂົ້າໂຕເອງ. ການລົງທຶນທີ່ດີນັ້ນ ຕ້ອງລົງທຶນແລ້ວໄດ້ກຳໄລ ຕໍ່ໃຫ້ບໍ່ໄດ້ກຳໄລມະຫາສານໃນເວລາອັນສັ້ນ ກໍຕ້ອງເຫັນຜົນຄ່ອຍໆ ເພິ່ມພູນຕາມເວລາທີ່ຜ່ານໄປ ແລະການເຮັດໄດ້ຈັ່ງຊັ້ນ ເຮົາຕ້ອງເຂົ້າໃຈທ່າອ່ຽງຂອງທຸລະກິດ ຂອງຍອດຂາຍຂອງກຳໄລ ເຊິ່ງຈະສົ່ງຜົນຕໍ່ໄປເຖິງທ່າອ່ຽງ ຂອງລາຄາຫຸ້ນໃນທີ່ສຸດ ນັ້ນໝາຍຄວາມວ່າ ຕໍ່ໃຫ້ເຮົາຫາກໍເຫັນທຸລະກິດ ທີ່ລາຄາຫຸ້ນເລິ່ມຈະແພງແລ້ວ ແຕ່ທ່າອ່ຽງຍັງມີຄວາມເຕີບໂຕ ມັນກໍມີໂອກາດທີ່ຈະໄປຕໍ່ໄດ້ ເຊິ່ງໜ້າລົງທຶນກວ່າທຸລະກິດຊຶມໆ ລາຄາຫຸ້ນຖືກໆ ແຕ່ບໍ່ເຫັນອະນາຄົດ.

6. ເປັນຄົນສີມືດີ ດີກວ່າເປັນຄົນໂຊກດີ

ຖ້າເຮົາຄິດດີຄິດໃຫ້ຄົບກ່ອນລົງທຶນ ຕໍ່ໃຫ້ບາງຄັ້ງໂຊກບໍ່ເຂົ້າຂ້າງ ຕ້ອງພົບການຂາດທຶນແດ່ ແຕ່ໃນໄລຍະຍາວແລ້ວ ຫຼັກຄ່າສະເລ່ຍ ຈະສະແດງຜົນຂອງມັນອອກມາແນ່ນອນ ຄືເມື່ອລວມໆ ກັນໃນໄລຍະຍາວ ເຮົາຈະໄປໄດ້ດີ…

7. ຖ້າຈະເຮັດຕ້ອງເຮັດໃຫ້ສຸດແລະໃຫຍ່

ເວລາໃນຊ່ວງຊີວິດຂອງຄົນເຮົາມີຈຳກັດ ຖ້າຕົກລົງໃຈຈະເຮັດຫຍັງແລ້ວຕ້ອງເຮັດໃຫ້ສຸດໆ ເຮັດໃຫ້ສຸດຂຸດໃຫ້ເຖິງແທ້ໆ ເລື່ອງດີໆ ຫຼາຍຢ່າງຖ້າຈະເຮັດໃຫ້ສຳເລັດ ມັນຕ້ອງການຄວາມພະຍາຍາມຂັ້ນສຸດ ແລະຖ້າເຮົາເຊື່ອໝັ້ນວ່າສິ່ງທີເຮົາເຮັດນັ້ນດີ ກໍຕ້ອງຕິດຫາທາງຂະຫຍາຍໃຫ້ມັນເຕີບໂຕຂຶ້ນເລື້ອຍໆ ເພື່ອໃຫ້ຜູ້ຄົນວົງກວ້າງໃນສັງຄົມ ໄດ້ຮັບປະໂຫຍດຫຼາຍຂຶ້ນ ເຊັ່ນ ສິນຄ້າທີ່ດີ ບໍລິການທີ່ດີ ຂໍ້ມູນທີ່ດີ ຂອງດີ ແຕ່ເຮັດນ້ອຍໆ ຊິວໆ ມັນກໍໜ້າເສຍດາຍ ເຊັ່ນ ເຮັດນ້ອຍໆ ມີຄົນໄດ້ໃຊ້ສິນຄ້າ/ບໍລິການ/ຂໍ້ມູນ ພຽງ 100 ຄົນ ແຕ່ຖ້າເຮັດໃຫຍ່ໆ ກໍໄດ້ໃຊ້ທົ່ວປະເທດ ເປັນຕົ້ນ… ຢ່າໃຫ້ ຢາກເຮັດແຕ່ໂຕນ້ອຍໆ ເປັນຂໍ້ອ້າງສຸດຄລາດສິກ ຂອງການຝັນໃຫຍ່ແຕ່ໄປບໍ່ເຖິງ.

8. ມີເປົ້າໝາຍເປັນຜົນຂອງງານ ບໍ່ແມ່ນເງິນ

ຖ້າຜົນງານດີ ບໍ່ດົນເງິນມັນກໍມາເອງ ແຕ່ຖ້າຂ້າມຂັ້ນໄປໝົກມຸ່ນຢູ່ກັບການຄິດວ່າ ເຮັດແລ້ວໄດ້ເງິນເທົ່າໃດ ໄດ້ເງິນແລ້ວຈະເອົາໄປໃຊ້ຫຍັງດີ ມັນຈະເສຍສະມາທິໃນການເຮັດວຽກໃຫ້ດີ ອອກແນວເຟີ້ຝັນ ແລະເມື່ອວຽກງານບໍ່ດີ ເງິນກໍບໍ່ມີທາງມາ ດັ່ງນັ້ນ ຢ່າຂ້າມຂັ້ນ.

 

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...