spot_img
Homeຂ່າວການພັດທະນາເປີດບໍລິການ ອອກບັດປະຈຳຕົວແບບທັນສະໄໝ ຢ່າງ​ເປັນ​ທາງ​ການ!

ເປີດບໍລິການ ອອກບັດປະຈຳຕົວແບບທັນສະໄໝ ຢ່າງ​ເປັນ​ທາງ​ການ!

Published on

20150330155455

ກົມ​ຄຸ້ມ​ຄອງ​ສຳມະໂນ​ຄົວ ແລະ ກໍ່ສ້າງ​ຮາກ​ຖານ​ກະຊວງ​ປ້ອງ​ກັນຄວາມ​ສະຫງົບ ໄດ້​ຮ່ວມ​ກັບ​ບໍ​ລິສັດ ​ຮົວ​ເວ້​ເຕັກ​ໂນ​ໂລ​ຢີ​ລາວ ​ຈຳກັດ​ຜູ້​ດຽວ ໄດ້​ຈັດ​ພິທີ​ເປີດ​ການອອກ​ບັດປະຈຳຕົວ​ແບບ​ທັນ​ສະໄໝ ​ຢ່າງ​ເປັນ​ທາງ​ການ​ຂຶ້ນ​ວັນ​ທີ 30 ມີນາ 2015 ນີ້​ທີ່​ກົມ​ດັ່ງກ່າວ ໂດຍ​ມີ​ທ່ານ ​ພົ.ວ ສິນ​ທະ​ວົງ ໄຊຍະ​ກອນ ລັດຖະມົນຕີ​ຊ່ວຍ​ວ່າການ ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ມີ​ທູດ​ເສດຖະກິດຈີນ ປະຈຳ​ລາວ ຫົວໜ້າ​ກົມ​ຄຸ້ມ​ຄອງ​ສຳມະໂນ​ຄົວ ແລະ ກໍ່ສ້າງ​ຮາກ​ຖານຜູ້ອຳນວຍການ​ບໍລິສັດ ​ຮົວ​ເວ້ເຕັກ​ໂນ​ໂລ​ຢີ​ລາວ ​ຈຳກັດ​ຜູ້​ດຽວ ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ.

ໂຄງການ​ຄຸ້ມ​ຄອງ​ພົນລະເມືອງດ້ວຍ​ລະບົບ​ທັນ​ສະໄໝ ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ (E-ID) ແມ່ນ​ໂຄງການ​ເງິນ​ກູ້​ຢືມຂອງ​ລັດຖະບານ​ລາວຮ່ວມ​ມື​ກັນ ລະຫວ່າງ​ກະຊວງ ປກສ ແລະ ບໍລິສັດ​ ຮົວ​ເວ້​ເຕັກ​ໂນ​ໂລ​ຢີ​ລາວ ເປົ້າ​ໝາຍ​ຂອງ​ໂຄງການ​ແມ່ນການ​ອອກ​ບັດປະຈຳຕົວ​ ດ້ວຍ​ລະບົບ​ເອ​ເລັກ​ໂຕຣ​ນິກ ໃຫ້​ແກ່​ປະຊາຊົນ​ລາວ​ບັນດາເຜົ່າ​ໃນ​ທົ່ວ​ປະເທດ​ ກວມ​ເອົາ​ໜຶ່ງ​ສູນ​ຜະລິດ​ບັດສູນ​ເກັບ​ກຳ​ຂໍ້​ມູນ ແລະ 160 ສະຖາ​ນີ​ປ້ອນ​ຂໍ້​ມູນ ແລະ ຈະ​ໄດ້​ຈັດຂຶ້ນ ມີ 3 ໄລຍະຄື: ໄລຍະ​ທີ 1 ຢູ່ກົມ ແລະ ນະຄອນຫຼວງ​ວຽງ​ຈັນ ໄລຍະ​ທີ 2 ມີ 2 ຊຸດ ຊຸດ​ລະ 3 ແຂວງ ລວມ 6 ແຂວງ ຄື: ແຂວງ​ອຸດົມ​ໄຊ ຫຼວງ​ພະ​ບາງ ຊຽງ​ຂວາງ ວຽງ​ຈັນ ໄຊ​ສົມບູນ ສະຫວັນ​ນະ​ເຂດ ແລະ ແຂວງຈຳປາ​ສັກ ໄລຍະ​ທີ 3 ມີ 2 ຊຸດ ຊຸດ​ລະ 5 ແຂວງ ລວມ 10 ແຂວງ ຄື: ແຂວງ​ຜົ້ງ​ສາລີ ຫຼວງນ້ຳ​ທາ ບໍ່​ແກ້ວ ໄຊ​ຍະ​ບູ​ລີ ຫົວພັນ ບໍ​ລິ​ຄຳ​ໄຊ ຄຳ​ມ່ວນ ສາລະ​ວັນ ເຊ​ກອງ ແລະ ແຂວງ​ອັດ​ຕະ​ປື ການ​ນຳ​ໃຊ້​ຮາດ​ແວ ແລະ ຊອບແວ ເຫັນ​ວ່າມາ​ຮອດ​ປັດຈຸບັນ ເຄື່ອງພິມ​ບັດປະຈຳຕົວ ​ສາມາດພິມ​ໄດ້ 1 ຊົ່ວໂມງຕໍ່ 457 ບັດ ໃນ 6 ຊົ່ວໂມງ ຈະ​ສາມາດ​ພິມໄດ້ 2.000 ບັດ ລວມ​ມູນ​ຄ່າໂຄງການ​ທັງ​ໝົດ 37.500.000 ໂດ​ລາ​ສະຫະລັດ ນອກຈາກ​ນັ້ນ ໂຄງການ​ຄຸ້ມ​ຄອງ​ພົນລະເມືອງດ້ວຍ​ລະບົບ​ທັນ​ສະໄໝ (E-ID) ແລ້ວ ຍັງ​ມີ​ໂຄງການ​ສາຍດ່ວນ​ລັດຖະບານ ແລະ ໂຄງການ​ກອງ​ບັນຊາ​ການ​ຕຳຫຼວດທັນ​ສະໄໝ​ສອງ​ໂຄງການ​ດັ່ງກ່າວ​ນີ້ ແມ່ນ​ໄດ້​ສຳເລັດ​ການມອບ​ຮັບ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ແລະ ຈະ​ຈັດ​ພິທີ​ມອບ-ຮັບ​ເປັນທາງ​ການ​ໃນ​ໄວໆ​ນີ້.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...