spot_img
Homeຂ່າວເຫດການຮອງປະທານາທິບໍດີ ແຫ່ງ ສສ ມຽນມາ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ຮອງປະທານາທິບໍດີ ແຫ່ງ ສສ ມຽນມາ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

Published on

vice assembly

ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 30 ມີນາ 2015 ທ່ານ ຢຽນ ຕູນ ຮອງ​ປະທານາທິບໍດີ ແຫ່ງ ​ສສ ມຽນ​ມາ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະນະ ໄດ້​ເດີນທາງ​ຢ້ຽມຢາມ​ສັນຖະວະໄມຕີ ແລະ ເຮັດ​ວຽກ​ຢ່າງ​ເປັນ​ທາງ​ການ​ຢູ່ ​ສປປ ລາວ ຕາມ​ຄຳ​ເຊີນ​ຂອງ​ທ່ານ ບຸນ​ຍັງ ວໍລະ​ຈິດ ຮອງ​ປະທານ​ປະເທດ ແຫ່ງ ​ສປປ ລາວ ໃນ​ລະຫວ່າງ​ວັນ​ທີ 30 ມີນາ ຫາ 01 ເມສາ 2015 ເພື່ອ​ຮັດແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ມີ​ມູນເຊື້ອ ແລະ ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ອັນ​ດີງາມ​ຂອງ​ສອງ​ປະເທດ ລາວ-ມຽນ​ມາ ໃຫ້​ແຕກ​ດອກ​ອອກ​ຜົນ​ຍິ່ງ​ຂຶ້ນ​ໄປ.

ພິທີ​ຕ້ອນຮັບ​ທ່ານ​ຮອງ​ປະ​ທານາ​ທິ​ບໍດີ ແຫ່ງ ​ສສ ມຽນ​ມາ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະນະ​ຢ່າງ​ເປັນ​ທາງ​ການ​ ໄດ້​ຈັດ​ຂຶ້ນຢ່າງ​ສົມ​ກຽດ ​ທີ່​ທຳ​ນຽບ​ປະທານປະເທດ (ຫໍຄຳ) ໂດຍ​ທ່ານ ບຸນຍັງ ວໍລະ​ຈິດ ຮອງ​ປະທານ​ປະເທດ ແລະ ພັນ​ລະ​ຍາ ພ້ອມ​ດ້ວຍບັນດາ​ທ່ານ​ໃນ​ຄະນະ​ລັດຖະບານ ແລະ ພະນັກງານ​ຂັ້ນ​ສູງ​ຈາກ​ຂະແໜງ​ການ​ຕ່າງໆ​ເຂົ້າ​ຮ່ວມ ຈາກນັ້ນ​ກໍ່​ມີ​ການ​ພົບ​ປະ​ລະຫວ່າງສອງ​ຝ່າຍ​ຢ່າງ​ເປັນ​ທາງ​ການ​ຂຶ້ນ ທີ່​ທຳ​ນຽບ​ປະທານ​ປະເທດ ຝ່າຍລາວນຳ​ໂດຍ​ທ່ານ ບຸນ​ຍັງ ວໍລະຈິດ ຝ່າຍມຽນ​ມານຳ​ໂດຍ​ທ່ານ ຢຽນ ຕູນ ເຊິ່ງ​ການ​ພົບ​ປະ​ໃນ​ຄັ້ງນີ້ ທັງ​ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ຊາບກ່ຽວ​ກັບ​ສະພາບ​ການ​ພົ້ນ​ເດັ່ນ ພາຍ​ໃນ​ປະເທດ​ຂອງ​ຕົນ ແລກປ່ຽນ​ທັດສະນະ ແລະ ຄຳ​ຄິດ​ຄຳເຫັນ​ຕໍ່​ກັບ​ສະພາບ​ການ​ສາກົນ ແລະ ພາກ​ພື້ນ ທີ່​ຕ່າງ​ຝ່າຍ​ມີຄວາມ​ສົນໃຈ.

20150330171842

ໂດຍ​ສະເພາະ ທັງ​ສອງ​ຝ່າຍໄດ້​ຊົມເຊີຍ​ຜົນສຳເລັດ​ຂອງ​ກອງປະ​ຊູມ​ ຄະນະ​ກຳມາ​ທິ​ການ​ຮ່ວມວ່າ​ດ້ວຍ​ການ​ຮ່ວມ​ມື​ສອງ​ຝ່າຍ ລາວ-ມຽນ​ມາ ມຽນ​ມາ-ລາວ ຄັ້ງ​ທີ 11 ໃນ​ວັນ​ທີ 2-3 ມີນາ 2015 ທີ່​ນະຄອນຫຼວງ​ເນ​ປີ​ດໍ ເຊິ່ງສາມາດ​ຕົກລົງ​ຮ່ວມ​ມື​ກັນ​ຫຼາຍດ້ານ ເວົ້າ​ລວມ ແມ່ນ​ກົນ​ໄກການ​ພົວພັນ ແລະ ຮ່ວມ​ມື ໃນຂະແໜງ​ຕ່າງໆ ພ້ອມ​ທັງ​ເຫັນ​ດີ ຊຸກຍູ້​ຂະແໜງການ​ທີ່​ກ່ຽວຂ້ອງຕ່າງໆ ໃຫ້​ເພີ່ມ​ທະວີ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດໃຈ​ຂອງ​ກອງປະຊຸມ​ດັ່ງກ່າວ ໃຫ້​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ເປັນ​ຮູບ​ປະ​ທຳ.

ພິເສດ ທັງ​ສອງ​ຝ່າຍ​ຍັງ​ໄດ້​ຊົມເຊີຍ​ຕໍ່​ຜົນສຳເລັດ ​ໂຄງການ​ກໍ່ສ້າງ​ຂົວ​ມິດຕະພາບ​ຂ້າມ​ແມ່ນ້ຳຂອງ ລາວ-ມຽນ​ມາ ເຫັນ​ວ່າ​ມີຄວາມ​ຄືບ​ໜ້າ ແລະ ສຳເລັດເກືອບ 100% ເຊິ່ງ​ຈະ​ຈັດ​ໃຫ້​ມີ​ພິທີ​ເປີດ​ນຳ​ໃຊ້​ຂົວ​ຢ່າງ​ເປັນ​ທາງການ ໃນ​ວັນ​ທີ 8 ພຶດສະພາ 2015 ທີ່​ຈະ​ມາ​ເຖິງ​ນີ້ ຈາກ​ນັ້ນ ທີ່​ທຳ​ນຽບ​ປະທານປະເທດ ທ່ານ ຈູມ​ມາລີ ໄຊ​ຍະສອນ ປະທານ​ປະເທດ ແຫ່ງ ​ສປປ ລາວ ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ຂອງ​ທ່ານ ຢຽນ ຕູນ ຮອງ​ປະທານາທິບໍດີ ແຫ່ງ ​ສສ ມຽນ​ມາ ພ້ອມ​ດ້ວຍ​ຄະນະ ທີ່​ເດີນທາງ​ມາ​ຢ້ຽມຢາມ​ສັນຖະວະໄມຕີຢູ່ ​ສປປ ລາວ.

ໂອກາດ​ດັ່ງກ່າວ ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ປະທານ​ປະເທດ ແຫ່ງ ​ສປປ ລາວ ໄດ້​ສະແດງຄວາມ​ຕ້ອນຮັບ​ດ້ວຍ​ບັນຍາກາດຢ່າງ​ອົບ​ອຸ່ນ ແລະ ຕີ​ລາຄາ​ສູງຕໍ່​ການ​ເດີນທາງ​ມາ​ຢ້ຽມຢາມ ​ສປປ ລາວ​ ໃນ​ຄັ້ງ​ນີ້ ເຊິ່ງ​ເປັນ​ການປະກອບສ່ວນ​ໃນ​ການ​ເພີ່ມ​ພູນຄູນ​ສ້າງ​ ສາຍ​ພົວພັນ​ຮ່ວມ​ມື​ຂອງສອງ​ປະເທດທີ່​ມີ​ມາ​ແຕ່​ດົນ​ນານ ເປັນ​ການ​ຮັດ​ແໜ້ນ​ສາຍ​ພົວພັນມິດຕະພາບ​ອັນ​ເປັນ​ມູນເຊື້ອ​ອັນ​ດີງາມ​ ລະຫວ່າງ​ປະຊາຊົນ​ສອງຊາດ ການ​ຮ່ວມ​ມື​ອັນ​ໃກ້​ສິດຖານ​ບ້ານ​ໃກ້​ເຮືອນ​ຄຽງ ລະຫວ່າງ ​ສປປ ລາວ ແລະ ​ສສ ມຽນ​ມາ ໃຫ້​ແໜ້ນ​ແຟ້ນ ແລະ ມີປະ​ສິດທິ​ຜົນ​ສູງ​ຂຶ້ນ.

ທ່ານ ຢຽນ ຕູນ ຮອງ​ປະ​ທານາ​ທິ​ບໍດີ ແຫ່ງ ​ສສ ມຽນ​ມາ ໄດ້ສະແດງ​ຄວາມ​ຂອບໃຈ ຕໍ່​ທ່ານປະທານ​ປະເທດ ​ທີ່​ໄດ້​ເສຍສະຫຼະເວລາ​ໃຫ້ການ​ຕ້ອນຮັບ​ອັນ​ອົບອຸ່ນ ແລະ ການ​ອຳນວຍ​ຄວາມສະດວກ​ໃນ​ການ​ເດີນທາງ​ມາຢ້ຽມຢາມ​ໃນ​ຄັ້ງ​ນີ້ ພ້ອມ​ທັງ​ຕີ​ລາສູງ​ຕໍ່​ຜົນສຳເລັດ​ອັນ​ພົ້ນ​ເດັ່ນທີ່ ​ສປປ ລາວ ຍາດ​ມາ​ໄດ້ ໃນ​ພາລະ​ກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ໃນຊຸມ​ປີຜ່ານມາ ໂດຍ​ສະເພາະ ຜົນສຳເລັດ​ການຈັດຕັ້ງ​ປະຕິບັດ ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ຄັ້ງ​ທີ 9 ແລະ ແຜນ​ພັດທະນາ​ເສດ​ຖະກິດ-ສັງຄົມ 5 ປີ ຄັ້ງ​ທີ 7 ທີ່​ໄດ້ຮັບ​ໝາກຜົນ​ອັນ​ສຳຄັນ​ຫຼາຍ​ປະການ ຈົນ​ປາກົດ​ພົ້ນ​ເດັ່ນ​ໃນ​ພາກພື້ນ ແລະ ສາກົນ.

ໃນ​ເວລາ​ຕໍ່​ມາ ທາງ​ຄະນະ​ຜູ້ແທນ​ດັ່ງກ່າວ ​ກໍ່​ໄດ້​ເດີນທາງ​ໄປຫ້ອງ​ວ່າການ​ລັດຖະບານ ເພື່ອພົບ​ປະ​ຢ້ຽມຢາມ ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ແຫ່ງ ​ສປປ ລາວ ໃນ​ໂອກາດ​ທີ່ເດີນທາງ​ມາ​ຢ້ຽມຢາມ​ໃນ​ຄັ້ງ​ນີ້ ອີກ​ດ້ວຍ.

ໃນ​ຕອນ​ຄ່ຳ​ຂອງ​ວັນ​ດຽວ​ກັນ ທ່ານ ບຸນ​ຍັງ ວໍລະ​ຈິດ ພ້ອມ​ດ້ວຍພັນ​ລະ​ຍາ ໄດ້​ຈັດ​ງານ​ລ້ຽງ​ຮັບຮອງ​ເປັນ​ກຽດ​ຕ້ອນຮັບ​ທ່ານ ຢຽນ ຕູນ ແລະ ພັນ​ລະ​ຍາ ພ້ອມ​ດ້ວຍຄະນະ ທີ່​ທຳ​ນຽບ​ປະທານ​ປະເທດ ດ້ວຍ​ບັນຍາກາດ​ອັນ​ສະໜິດ​ສະໜົມ ອົບ​ອຸ່ນ ຖານ​ບ້ານ​ໃກ້​ເຮືອນຄຽງ​ປະເທດ​ເພື່ອນ​ມິດ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...