spot_img
Homeນານາສາລະຫລີກລ້ຽງຊາຂຽວປຸງແຕ່ງລົດດ້ວຍນ້ຳຕານແລະນົມ

ຫລີກລ້ຽງຊາຂຽວປຸງແຕ່ງລົດດ້ວຍນ້ຳຕານແລະນົມ

Published on

IMG_4065

ຄວນຫລີກລ້ຽງຊາ​ຂຽວ​ປຸງ​ແຕ່ງ​ນ້ຳ​ຕານແລະນົມສ່ຽງດື່ມ​ຫລາຍ​ຮ່າງກາຍ​ຮັບ​ນ້ຳ​ຕານ​ຫລາຍ​ບໍ່​ຄວນ​ບໍລິ​ໂພກ​ກາຍ6ບ່ວງ​ຕໍ່​ມື້​ຊາ​ຂຽວມີ​ສານ​ອາຫານ​ຫລາຍ​ຊະນິດ​ທີ່​ເປັນ​ປະໂຫຍດ​ຕໍ່​ຮ່າງກາຍ​ແຕ່​ຄວນ​ຕີ​ດື່ມ​ແບບ​ສົດໆສ່ວນ​ຂາ​ຂຽວ​ພ້ອມ​ດື່ມ​ຄວນ​ອ່ານ​ຂໍ້​ມູນ​ໂພສະ​ນາ​ການ​ກ່ອ​ນບໍ​ລິ​ໂພກ

ວິທີ​ການ​ປຸງ​ແຕ່ງ​ລົດ​ເຄື່ອງ​ດື່ມ​ຊາ​ຂຽວ​ມີ​ຫລາຍ​ວິທີແລະ​ຫລາກ​ຫລາຍ​ຮູບ​ແບບຕົວຢ່າງຊາ​ຂຽວ​ປຸງ​ແຕ່ງ​ລົດ​ດ້ວຍ​ນ້ຳ​ຕານ​ຫລື​ສານ​ໃຫ້​ຄວາມ​ຫວານ​ຊະນິດ​ຕ່າງໆເພື່ອ​ໃຫ້​ຊາ​ຂຽວ​ມີ​ລົດ​ຊາດ​ຫວານ​ຂຶ້ນເພາະ​ຊາ​ຂຽວ​ມີ​ສານ​ແທນ​ນິນເຮັດໃຫ້​ມີ​ລົດ​ຝາດໆຊຶ່ງ​ການ​ໃສ່​ນ້ຳ​ຕານ​ຫລື​ສານ​ໃຫ້​ຄວາມ​ຫວານ​ຈະ​ເຮັດໃຫ້​ຊາ​ຂຽວ​ມີ​ລົດ​ຊາດ​ຫອມ​ຫວານ​ຫລາຍກວ່າ​ເກົ່າເຮັດໃຫ້​ຜູ້​ບໍລິ​ໂພກ​ຫັນ​ມາ​ດື່ມ​ຊາ​ຂຽວ​ເພື່ອ​ເຊົາຢາກນໍ້າຫລາຍ​ຍິ່ງ​ຂຶ້ນສ່ວນ​ຊາ​ຂຽວ​ປຸງ​ແຕ່ງ​ລົດ​ດ້ວຍ​ນ້ຳ​ຕານ​ແລະ​ນົມ​ອາດ​ມີ​ການ​ເຕີມ​ຄີມ​ທຽມເພື່ອ​ໃຫ້​ເຄື່ອງ​ດື່ມ​ຊາ​ຂຽວ​ມີ​ລົດ​ຊາດ​ຫອມ​ຫວານ​ມັນ​ຫລາຍ​ຍິ່ງ​ຂຶ້ນ”ການ​ດື່ມ​ຊາ​ຂຽວ​ທີ່​ປຸງ​ແຕ່ງ​ລົດ​ດ້ວຍ​ນ້ຳ​ຕານ​ຫລື​ສານ​ໃຫ້​ຄວາມ​ຫວານ​ຊະນິດ​ຕ່າງໆແລະ​ນົມ​ຫລື​ຜະລິດຕະພັນ​ນົມ​ຫລາຍ​ເກີນ​ໄປຮ່າງກາຍ​ຈະ​ໄດ້ຮັບ​ນ້ຳ​ຕານ​ຫລາຍ​ເກີນ​ຄວາມ​ຈຳ​ເປັນຖ້າ​ດື່ມ​ແບບ​ປຸງ​ແຕ່ງ​ລົດ​ຄວນ​ຈຳ​ກັດ​ປະລິມານ​ກາ​ນບໍ​ລິ​ໂພກແລະ​ຄວນ​ຈື່ໄວ້​ວ່າ​ໃນ​ແຕ່​ລະ​ມື້​ບໍ່​ຄວນ​ບໍລິໂພກ​ນ້ຳ​ຕານ​ກາຍ6ບ່ອງ​ຕໍ່​ມື້ຫລື24 ກຣາມ

ຊາ​ຂຽວ​ປະກອບ​ດ້ວຍ​ສານ​ອາຫານ​ຕ່າງໆທີ່​ມີ​ຄຸນສົມບັດ​ຕໍ່​ຕ້ານ​ເຊື້ອ​ພະຍາດຕົວຢ່າງວິ​ຕາ​ມິນບີ1ໃຫ້​ສານ​ໄທ​ອາ​ມີນຊ່ວຍ​ຟື້ນ​ຟູ​ຮ່າງກາຍ​ຈາກ​ຄວາມ​ເມື່ອຍ​​ໃຫ້​ມີ​ຄວາມ​ສົດ​ຊື່ນວິ​ຕາ​ມິນບີ2ຊ່ວຍ​ໃຫ້​ຜິ​ວົບ​ລັນ​ສົດ​ຊື່ນປ້ອງ​ກັນ​ຜິວ​ຫ່ຽວ​ຍ່ານແລະ​ປ້ອງ​ກັນ​ເຊື້ອ​ພະຍາດ​ໄດ້​ຢ່າງ​ດີວິ​ຕາ​ມິນບີ3ຊ່ວຍ​ໃນ​ການສ້າງ​ຮໍ​ໂມນ​ຫລາຍ​ຊະນິດແລະ​ຊ່ວຍ​ສ້າງ​ເມັດ​ເລືອດ​ແດງຫລຸດ​ລະ​ດັບ​ຄໍ​ເລດ​ເຕີ​ລໍ​ໃນ​ເລືອດ​ຊຶ່ງ​ຊ່ວຍ​ຄວບ​ຄຸມ​ເບົາ​ຫວານເປັນ​ຕົ້ນ
“ການ​ດື່ມ​ຊາ​ຂຽວ​ໃຫ້​ໄດ້​ຄຸນຄ່າ​ທາງ​ໂພສະ​ນາ​ການຄວນ​ດື່ມ​ຊາ​ຂຽວ​ລົດ​ທຳມະຊາດຕີ​ສົດໆ ໃໝ່ບໍ່​ປຸງ​ແຕ່ງ​ລົດດ້ວຍ​ນ້ຳ​ຕານ​ຫລື​ສານ​ໃຫ້​ຄວາມ​ຫວານ​ຊະນິດ​ຕ່າງໆແລະ​ນົມແຕ່​ຂຶ້ນ​ຢູ່​ກັບ​ປະລິມານ​ໃບ​ຊາ​ທີ່​ໃຊ້​ຊົງຫລື​ຄວາມ​ເຂັ້ມ​ຂຸ້ນ​ໃນ​ການ​ຊົງ​ແຕ່​ລະ​ເທື່ອສ່ວນ​ການ​ເລືອກ​ຊື້​ເຄື່ອງ​ດື່ມ​ຊາ​ຂຽວ​ພ້ອມ​ດື່ມ​ທີ່​ຂາຍ​ຕາມ​ຮ້ານ​ສະ​ດວກ​ຊື້​ມາບໍລິ​ໂພກຄວນ​ອ່ານ​ຂໍ້​ມູນ​ໂພສະ​ນາ​ການ​ກ່ອນແລະ​ຖ້າ​ເລືອກ​ຊື້​ຕາມ​​ຮ້ານ​ຈຳ​ໜ່າຍ​ທົ່ວ​ໄປ​ຄວນ​ຫລຸດ​ນ້ຳ​ຕານ​ໃຫ້​ໜ້ອຍ​ລົງ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...