Homeນານາສາລະອາຫານສຸກໆດິບໆປອດໄພກວ່າທີ່ຄິດ

ອາຫານສຸກໆດິບໆປອດໄພກວ່າທີ່ຄິດ

Published on

216190-510a426d235b1

ໃຜ​ມັກ​ກິນ​ປິ້ງ​ແບບ​ສຸກໆດິບໆອ່ານ​ຂໍ້​ມູນ​ຕໍ່ໄປ​ນີ້​ແລ້ວ​ກໍ່ຈະ​ດີໃຈ​ຂຶ້ນ​​ອີກ​ແຖມ​ອາດຈະ​ໄດ້​ຂໍ້​ອ້າງ​ຫາ​ເວລາ​ໄປ​ກິນ​ກັນ​ໄດ້​ເລື້ອຍໆ​ກວ່າ​ເກົ່າ​

ນັ້ນ​ເພາະ​ມະຫາ​ວິທະຍາ​ໄລ​ວິທະຍາ​ສາດ​ໃນ​ນັອດ​ຕິ້ງ​ແຮມ​ໄດ້​ອອກ​ມາ​ເປີດ​ເຜີຍ​ຂໍ້​ມູນ​ວິ​ໄຈ​ວ່າ​ການ​ກິນປິ້ງ​ແບບ​ສຸກໆ​ດິບໆ(rare steak)ນັ້ນ​ສະ​ອາດ​ປອດ​ໄພປາດສະຈາກ​ເຊື້ອ​ພະຍາດເຊື້ອ​ແບກ​ທີ​ເຣຍ​ແບບທີ່​ຢ້ານກັນ​ມາ​ໂດຍ​ຕະຫລອດ​ຢ່າງ​ແນ່ນອນ​ທັງ​ນີ້​ຈາກ​ການ​ທົດລອງ​ຊີ້ນ​ສະ​ເຕັກ​ທັງ​ແບບ​ສຸກ​ໆແລະ​ແບບ​ສຸກໆດິບໆເຮັດໃຫ້​ຮູ້ວ່າ​ຊີ້ນ​ສຸກ​ນັ້ນ​​ບໍ່ແມ່ນ​ວ່າ​ຈະ​ປອດ​ຈາກ​ແບກ​ທີ​ເຣຍເພາະ​ເຄື່ອງ​ມື​ເຄື່ອງ​ໃຊ້​ໃນ​ການເຮັດ​ຄົວ​ທີ່​ຈະ​ມາ​ສຳ​ຜັດ​ຖືກ​ຊິ້ນ​​ຫລັງ​ສຸກ​ແລ້ວ​ນັ້ນ​ເອງ​ເປັນ​ສາ​ເຫດໂດຍ​ສະເພາະ​ແບກ​ທີ​ເຣຍ​ທີ່​ຕິດ​ມາ​ຈາກ​ແນວ​ຄີບ​ຊີ້ນທີ່​ຊ່ວຍ​ພິກ​ກັບ​ໄປ​ກັບ​ມາ​ໃນເຕົານອກ​ຈາກ​ນັ້ນ​ຄະນະ​ກຳມະການ​ກ່ຽວກັບ​ຊີ້ນ​​ກໍ​ອອກ​ມາ​ບອກວ່າລະຫວ່າງ​ທີ່​ເຮົາ​ຊອຍຊີ້ນ​​ສະ​ເຕັກ​ໃຫ້ເປັນ​ປ່ຽງນັ້ນຊີ້ນ​ຈະ​ເປື້ອນຈາກ​ແບກ​ທີ​ເຣຍ​ທີ່​ຢູ່​ທາງ​ນອກຊຶ່ງ​ແບກ​ທີ​ເຣຍ​ນີ້​ຈະ​ຖືກ​ທຳລາຍ​ໃຫ້​ໝົດ​ໄປ​ໃນ​ລະຫວ່າງ​ການ​ປະກອບ​ອາຫານ ແລະ​ຊີ້ນ​ນັ້ນ​ຈະ​ປອດ​ໄພກໍ​ເມື່ອ​ປ່ຽນ​ເປັນ​ສີບົວຫລື​ສຸກໆດິບໆນັ້ນ​ເອງ​

ບົດຄວາມຫຼ້າສຸດ

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...