ສະຫຼອງວັນສ້າງຕັ້ງພັກ ປປ ລາວ ທີ່ມີກຽດສະຫງ່າງາມ ຢ່າງຍິ່ງໃຫຍ່ ຄົບຮອບ 60 ປີ

waching

ພິທີ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ພັກ​ປະຊາຊົນປະຕິວັດ​ລາວ ຄົບຮອບ 60 ປີ ໄດ້​ຈັດ​ຂຶ້ນ​ຢ່າງ​ຍິ່ງໃຫຍ່ ໃນ​ຕອນ​ເຊົ້າ​ວັນ​ທີ 21 ມີນາ 2015 ເຊິ່ງ​ເລີ່ມ​ຈາກ​ຄະນະ​ບໍ​ລິຫານ​ງານ​ສູນ​ກາງ​ພັກ ເຊິ່ງ​ນຳໂດຍ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ກຳມະການ​ກົມ​ການເມືອງ​ສູນກາງ​ພັກ ຜູ້​ປະຈຳການ​ຄະນະ​ເລຂາ​ທິ​ການ​ສູນ​ກາງ​ພັກ ຮອງ​ປະທານ​ປະເທດ ເຂົ້າ​ວາງ​ພວງ​ມາລາ​ຢູ່​ອະນຸສາວະລີ​ນັກຮົບ​ນິລະນາມ ແລະ ວາງ​ກະຕ່າ​ດອກ​ໄມ້ທີ່​ຮູບ​ປັ້ນ​ປະທານ ໄກສອນ ພົມ​ວິຫານ ຢູ່​ຫໍ​ພິ​ພິ​ທະ​ພັນ ໄກສອນ ພົມວິຫານ ເພື່ອ​ສະແດງ​ຄວາມເຄົາລົບ​ຮັກ ຄວາມ​ກະຕັນຍູ​ຮູ້​ບຸນຄຸນ​ເຖິງ​ຄຸນງາມຄວາມດີ ນ້ຳໃຈ​ຕໍ່ສູ້​ຢ່າງ​ພິລະ​ອາດ​ຫານ ແລະ ບໍ່ຍອມ​ຈຳນົນ​ຂອງ​ບັນ​ພະ​ບູ​ລຸດລາວ ກໍ່​ຄື​ບັນດາ​ນັກຮົບ​ປະຕິວັດ ທີ່​ເສຍສະຫຼະ​ຊີວິດ​ເລືອດ​ເນື້ອເພື່ອ​ປະເທດ​ຊາດ ແລະ ປະຊາຊົນຢ່າງ​ອົງອາດ​ກ້າຫານ ພາຍ​ໃຕ້ການ​ຊີ້​ນຳ-ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຈົນ​ໄດ້​ຮັບ​ໄຊ​ຊະນະ ແລະ ສະຖາປະນາ​ເປັນ​ສາທາ​ລະນະ​ລັດ ປະຊາທິປະໄຕ ປະຊາ​ຊົນ​ລາວ ໃນ​ວັນ​ທີ 2 ທັນວາ 1975 ເຊິ່ງ​ຄຸນງາມຄວາມດີ ແລະ ຜົນງານ​ອັນ​ໃຫຍ່​ຫຼວງ​ດັ່ງກ່າວ ໄດ້​ຖືກ​ຈາລຶກ​ໄວ້​ໃນ​ຊີວິດຈິດໃຈ​ຂອງ​ທົ່ວ​ປວງ​ຊົນ​ລາວ​ທັງຊາດ​ ຕະຫຼອດ​ໄປ.

stupa

ຈາກ​ນັ້ນ ກໍ່​ໄດ້​ມີ​ພິທີ​ໂຮມ​ຊຸມນຸມ​ໃຫຍ່​ສະເຫຼີມສະຫຼອງ ​ວັນ​ສ້າງຕັ້ງ​ພັກ​ປະຊາຊົນປະຕິວັດ​ລາວ ຄົບຮອບ 60 ປີ ຢູ່​ຫໍ​ປະຊຸມ​ແຫ່ງຊາດ ໂດຍ​ມີ​ພະ​ເຖລານຸເຖລະ ສະຫາຍ ຈູມ​ມາລີ ໄຊ​ຍະ​ສອນ ເລຂາ​ທິ​ການ​ໃຫຍ່ ຄະນະ​ບໍລິຫານງານ​ສູນ​ກາງ​ພັກ ປະທານ​ປະເທດ ສະຫາຍ ຄຳ​ໄຕ ສີ​ພັນ​ດອນ ອະດີດ​ປະທານ​ຄະນະ​ບໍລິຫານ​ງານສູນ​ກາງ​ພັກ ອະດີດ​ປະທານ​ປະເທດ ພ້ອມ​ດ້ວຍ​ບັນດາ​ສະຫາຍກຳມະການ​ກົມ​ການເມືອງ​ສູນກາງ​ພັກ ເລຂາທິການ​ສູນ​ກາງພັກ ກຳມະການ​ສູນ​ກາງ​ພັກ ອະດີດ​ການ​ນຳວິລະ​ຊົນ​ແຫ່ງ​ຊາດ ພະນັກງານ​ອາວຸໂສ​ບຳນານ ພະນັກ​ງານ​ຫຼັກ​ແຫຼ່ງ​ຈາກ​ກະຊວງ ອົງການນະຄອນຫຼວງ ທະຫານ ຕຳຫຼວດ ນັກທຸລະກິດ ຊາວ​ໜຸ່ມ ແລະ ພາກສ່ວນ​ຕ່າງໆ​ເຂົ້າ​ຮ່ວມຢ່າງ​ພ້ອມພຽງ.

ສະຫາຍ ຈູມ​ມາລີ ໄຊ​ຍະ​ສອນ ໄດ້​ກ່າວ​ບາງ​ຕອນ​ສຳ​ຄັນວ່າ: ກ່ອນ​ໜ້າ​ນີ້ 60 ປີ ຄື​ວັນ​ທີ 22 ມີນາ 1955 ພັກ​ປະຊາຊົນ​ລາວ (ເຊິ່ງ​ປັດຈຸບັນ​ແມ່ນ​ພັກ​ປະຊາຊົນປະຕິວັດ​ລາວ) ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ ໂດຍ​ແມ່ນ​ສະຫາຍ ໄກສອນ ພົມວິຫານ ເປັນ​ຫົວໜ້າ ເພື່ອ​ສືບ​ທອດ​ພາລະກິດ​ອັນ​ສະຫງ່າ​ງາມ​ຂອງ​ພັກ​ກອມ​ມູ​ນິດ​ອິນດູ​ຈີນ ໃນ​ການ​ນຳພາ​ຂະ​ບວນການ​ປະຕິວັດ​ຂອງ​ປະເທດ​ເຮົາໂດຍ​ກົງ ການ​ກຳເນີດ​ເກີດ​ຂຶ້ນຂອງ​ພັກ ແມ່ນ​ຂີດ​ໝາຍ ແລະ ເປັນ​ບາດ​ລ້ຽວ​ປະຫວັດສາດ​ອັນສຳຄັນ​ຍິ່ງ​ ໃນ​ວິວັດທະນາ​ການຂອງ​ຊາດ​ລາວ​ເຮົາ ເຊິ່ງ​ນັບ​ແຕ່ນັ້ນ​ມາ​ ຂະ​ບວນ​ການ​ຮັກ​ຊາດ​ຂອງປະຊາຊົນ ​ໄດ້​ກ້າວ​ຂຶ້ນ​ສູ່​ຄຸນະພາບໃໝ່​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍປະເທດ​ຊາດ ປົດ​ປ່ອຍ​ປະຊາຊົນ ທັງເປັນ​ການ​ເປີດ​ເສັ້ນທາງ​ອັນ​ສະຫວ່າງ​ສະໄຫວ​ ແຫ່ງ​ການ​ນຳພາຊາດ​ລາວ ກ້າວ​ໄປ​ສູ່​ຄວາມ​ເປັນເອກະລາດ ແລະ ສ້າງສາ​ບ້ານເມືອງ​ໄປ​ສູ່​ຄວາມ​ວັດທະນາ​ຖາວອນ.

ເມື່ອ​ທົບ​ທວນຄືນ​ເສັ້ນທາງແຫ່ງ​ການ​ຕໍ່ສູ້​ອັນ​ລະ​ອິດ​ລະ​ອ້ຽວ ແລະ ມີ​ໄຊ​ສະຫງ່າ​ງາມ​ຂອງຊາດ​ເຮົາ ປະຊາຊົນ​ບັນດາເຜົ່າ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຢ່າງຫາ​ອັນ​ປຽບ​ບໍ່​ໄດ້​ ທີ່​ເຫັນ​ວ່າ 60 ປີຜ່ານມາ ພັກ​ໄດ້​ນຳພາ​ທົ່ວ​ປວງຊົນ​ບັນດາເຜົ່າ​ ດຳເນີນ​ການ​ຕໍ່ສູ້ຕ້ານ​ການ​ຮຸກ​ຮານ ແລະ ແຊກແຊງ​ຂອງ​ພວກ​ຈັກກະພັດ​ລ່າເມືອງ​ຂຶ້ນ ເຮັດ​ສຳເລັດ​ພາລະກິດປົດ​ປ່ອຍ​ຊາດ ສະຖາປະນາ​ສາທາ​ລະນະ​ລັດ ປະຊາທິປະໄຕ ປະຊາ​ຊົນ​ລາວ ຂຶ້ນ ແລະ ຍາດ​ເອົາຜົນສຳເລັດ​ໃນ​ການ​ຮຳບາດແຜສົງຄາມ ສ້າງສາ​ພັດທະນາ​ປະເທດ​ຊາດ​ຕາມ​ແນວທາງ​ປ່ຽນແປງ​ໃໝ່ ເຮັດ​ໃຫ້​ປະເທດ​ຊາດຂອງ​ພວກ​ເຮົາ ​ມີ​ທີ່​ຕັ້ງ​ອັນ​ສົມ​ກຽດ ໃນ​ວົງ​ຄະນາ​ຍາດ​ສາກົນ.

ເພື່ອ​ສືບຕໍ່​ນຳ​ເອົາ​ການ​ປະຕິວັດ​ຂອງ​ປະເທດ​ເຮົາ​ກ້າວ​ຂຶ້ນ​ຢ່າງບໍ່​ຢຸດ​ ຢັ້ງ ພັກ​ເຮົາ​ໄດ້​ຄົ້ນຄວ້າຊອກ​ຫາ​ເສັ້ນທາງ​ເດີນ​ ທີ່​ແທດເໝາະ​ກັບ​ຈຸດ​ພິເສດ​ຂອງ​ປະເທດເຮົາ​ໃນ​ໄລຍະ​ໃໝ່ ອັນ​ພົ້ນ​ເດັ່ນ​ທີ່ສຸດ​ແມ່ນ​ ນັບ​ແຕ່​ປີ 1986 ເປັນຕົ້ນມາ ພັກ​ເຮົາໂດຍ​ແມ່ນ​ປະທານ ໄກສອນ ພົມວິຫານ ທີ່​ເຄົາລົບຮັກ​ເປັນ​ຜູ້ນຳ​ໜ້າ ໄດ້​ເປັນ​ເຈົ້າການ​ວາງ​ແນວທາງ​ປ່ຽນແປງໃໝ່​ຮອບດ້ານ ແລະ ມີ​ຫຼັກການ ໃນ​ນັ້ນ​ອັນ​ພື້ນຖານ​ກວ່າ​ໝູ່​ແມ່ນໄດ້​ກຳນົດ​ເສັ້ນທາງ​ກ້າວ​ຂຶ້ນ​ຂອງປະເທດ​ ຊາດ​ຄືນໃໝ່ ໂດຍ​ປ່ຽນຈາກ​ການ​ກ້າວ​ຂຶ້ນ​ສັງຄົມ​ນິຍົມໂດຍ​ກົງ ມາ​ເປັນ​ການ​ສືບຕໍ່​ສ້າງ ແລະ ບູລະນະ​ລະບອບ​ປະຊາ​ທິປະ​ໄຕ​ປະຊາຊົນ ສ້າງ​ບັນດາ​ປະຖົມ​ປັດ​ໄຈ​ເພື່ອ​ກ້າວ​ຂຶ້ນ​ສັງຄົມນິຍົມ​ເທື່ອ​ລະ​ກ້າວ ໄດ້​ຫັນປ່ຽນຈາກ​ກົນ​ໄກ​ເສດຖະກິດ​ລວມ​ສູນອາດຍາ​ສິດ ບໍລິຫານ​ເກື້ອກູນ ໄປສູ່​ກົນ​ໄກ​ເສດຖະກິດ​ຕະຫຼາດ​ທີ່​ມີການ​ຄຸ້ມ​ຄອງ​ຂອງ​ລັດ ເຕົ້າໂຮມຄວາມ​ສາມັກຄີ​ທົ່ວ​ປວງ​ຊົນ ​ເພື່ອປົກ​ປັກ​ຮັກສາ ແລະ ສ້າງສາພັດທະນາ​ລະບອບ​ໃໝ່ ຖື​ເອົາການ​ສ້າງສາ​ພັດທະນາ​ເສດ​ຖະກິດ​ເປັນ​ໜ້າທີ່​ໃຈກາງ ໂດຍ​ເສີມຂະຫຍາຍ​ກຳລັງ​ແຮງ​ຂອງ​ທຸກພາກສ່ວນ​ເສດຖະກິດ ​ທີ່​ມີ​ຄວາມສະເໝີພາບ​ຕໍ່ໜ້າ​ກົດໝາຍ ຕິດພັນ​ກັບ​ການ​ເປີດ​ກວ້າງ​ຮ່ວມ​ມື​ກັບ​ສາກົນ.

ພຶດຕິ​ກຳ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ ແນວທາງ​ປ່ຽນແປງ​ໃໝ່​ທີ່​ພັກ​ເຮົາໄດ້​ວາງ​ອອກ​ນັ້ນແມ່ນ​ຖືກຕ້ອງ ແລະ ໄດ້​ຮັບ​ການ​ສະໜັບສະໜູນຈາກ​ປວງ​ຊົນ​ທັງ​ຊາດ ກໍ່​ຄື​ເພື່ອນມິດສາ​ກົນ ຍ້ອນ​ແນວ​ນັ້ນ ເຖິງ​ວ່າສະຖານະ​ການ​ຂອງ​ໂລກ​ໄດ້​ຜັນແປ​ໄປ​ຢ່າງ​ໄວວາ ແລະ ສັບສົນກໍ່​ຕາມ ແຕ່​ພາລະກິດ​ປ່ຽນແປງໃໝ່​ກໍ່​ໄດ້​ຮັບ​ໝາກຜົນ​ອັນ​ສຳຄັນ ແລະ ເປັນ​ພື້ນຖານ​ໃນ​ຫຼາຍ​ດ້ານສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ​ມີ​ຄວມ​ໜັກ​ແໜ້ນ ກຳລັງແຮງ​ຂອງ​ຊາດ​ໄດ້​ຮັບ​ການ​ເສີມຂະຫຍາຍ​ ດ້ວຍ​ຂະ​ບວນ​ການ​ສ້າງສາ​ພັດທະນາ​ທີ່​ມີ​ຊີວິດ​ຊີວາ ເສດຖະ​ກິດ​ມີ​ການ​ຂະຫຍາຍຕົວ​ດ້ວຍຈັງຫວະ​ຢ່າງ​ຕໍ່​ເນື່ອງ ຊີວິດ​ການເປັນ​ຢູ່​ຂອງ​ປະຊາຊົນ ​ໄດ້​ຮັບ​ການປັບປຸງ​ດີ​ຂຶ້ນ​ຢ່າງ​ຈະແຈ້ງ ການພົວພັນ​ຮ່ວມ​ມື​ກັບ​ພາຍ​ນອກ​ໄດ້ຮັບ​ການ​ເປີດ​ກວ້າງ ບົດບາດ​ອິດທິ​ພົນ​ຂອງ​ປະເທດ​ເຮົາ​ໃນ​ເວທີສາກົນ ​ກໍ່​ໄດ້​ຮັບ​ການ​ປັບປຸງ​ເພີ່ມທະວີ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.

ໝາກຜົນ​ທີ່​ພວກ​ເຮົາ​ຍາດ​ມາໄດ້ 60 ປີຜ່ານມາແມ່ນ​ໃຫຍ່ຫຼວງ​ແທ້ໆ ແຕ່​ພວກ​ເຮົາ​ກໍ່​ຕ້ອງຮັບ​ຮູ້​ໃຫ້​ຈະ​ແຈ້ງວ່າ ​ບົນ​ເສັ້ນທາງແຫ່ງ​ການ​ກ້າວ​ຂຶ້ນ​ນັ້ນ ພວກ​ເຮົາຍັງ​ປະສົບ​ກັບ​ສິ່ງ​ທ້າ​ທາຍ​ທົດສອບ​ຕ່າງໆ ສະນັ້ນ ພວກ​ເຮົາຕ້ອງ​ສືບຕໍ່​ບຸກ​ບືນ​ກ້າວ​ຂຶ້ນ​ໃຫ້ແຂງແຮງ​ກວ່າ​ເກົ່າ ຕາມ​ແນວທາງ​ປ່ຽນແປງ​ໃໝ່​ຮອບດ້ານ ແລະ ມີ​ຫຼັກການ​ຂອງ​ພັກ ໂດຍ​ຖືເອົາ​ການ​ສ້າງ​ເສດຖະກິດເປັນໜ້າທີ່​ໃຈກາງ ຕິດ​ພັນ​ກັບ​ການພັດທະນາ​ສັງຄົມ ແລະ ການ​ປົກປັກ​ຮັກສາ​ສິ່ງແວດລ້ອມ​ຕາມ​ທິດຍືນ​ຍົງ ໃນ​ສະເພາະ​ໜ້າ​ນີ້ ​ຕ້ອງສຸມ​ໃສ່​ແກ້​ໄຂ​ບັນຫາ​ຄວາມທຸກຍາກ​ຂອງ​ປະຊາຊົນ ນຳ​ເອົາ​ປະເທດ​ຊາດ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​ດ້ອຍ​ພັດທະນາ ແລະ ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ​ໃຫ້ການ​ພັດທະນາ​ປະເທດ​ຊາດ ໄປສູ່​ຈຸດໝາຍ​ສັງຄົມ​ນິຍົມ​ເທື່ອ​ລະກ້າວ.

 

​ແຫ​ລ່ງຂ່າວ: ວຽງ​ຈັນ​ໃໝ່