spot_img
Homeນານາສາລະນອນຖືກທ່າບັນເທົາອາການເຈັບໄດ້

ນອນຖືກທ່າບັນເທົາອາການເຈັບໄດ້

Published on

4

ຫລາຍ​ຄົນ​​ເຄີຍ​ປະ​ສົບ​ບັນຫາ​ອາການ​ນອນ​ບໍ່​ຫລັບຫລື​ຫລັບ​ບໍ່​ສະບາຍ​ຕະຫລອດ​​ຄືນ​ເພາະ​ອາການ​ເຈັບຊຶ່ງ​ອາການ​ບາງຢ່າງ​ນັ້ນເຮັດໃຫ້​ເຮົາ​ບໍ່​ສາມາດ​ນອນ​ໃນ​ທ່າ​ທີ່​ສະບາຍບາງ​ຄົນ​ຕ້ອງ​ນັ່ງ​ຫລັບ​ເພື່ອ​ໃຫ້​ຮູ້ສຶກ​ເຈັບໜ້ອຍ​ລົງ​ເລີຍ​ກໍ​ມີຊຶ່ງ​ການ​ນອນ​ບໍ່​ຫລັບ​ນີ້​ທີ່​ຈະ​ສົ່ງ​ຜົນ​ໃຫ້​ອາການ​ເຊົາຊ້າ​ຫລື​ໜັກ​ກວ່າ​ເກົ່າແຕ່​ເຊົາ​ກັງ​ວົນ​ກັນ​ໄດ້​ເລີຍເພາະ​ມື້​ນີ້​ຈະ​ພາ​ທຸກ​ຄົນ​ໄປ​ພົບ​ກັບ​ທ່ານ​ອນ​ທີ່​ຊ່ວຍ​ໃຫ້​​ນອນ​ຫລັບ​ສະບາຍ​ຂຶ້ນແລະ​ບໍ່​ຕ້ອງ​ມາ​ນັ່ງ​ກັງວົນ​ກັບ​ອາການ​ເຈັບ​ນໍາອີກ​ໃຜ​ທີ່​ກຳ​ລັງ​ເຈັບດ້ວຍ​ອາການ​ເຫລົ່າ​ນີ້​ນຳ​ໄປ​ໃຊ້​ແລ້ວ​ຫລັບ​ສະບາຍ​​

1.ກົດ​ໄຫລ​ຢ້ອນ 

ທ່ານ​ອນ​ທີ່​ເໝາະ​ສົ:ນອນ​​ແຄງ​ຊ້າຍ

ຖ້າ​ມີ​ອາການ​ແສບ​ຮ້ອນ​ກາງ​ເອິກຂໍ​ແນະ​ນຳ​ໃຫ້​ນອນ​ແຄງ​ໄປ​ທາງ​ຊ້າຍ​ເພາະ​ການ​ທີ່​ເຮົາ​ນອນ​ແຄງ​ຊ້າຍ​ຈະ​ເຮັດໃຫ້​ແຮງ​ດັນ​ບໍລິເວນ​ທີ່​ຕ່ຳ​ກວ່າ​ກ້າມ​ຊີ້ນ​ບໍລິເວນ​ຮູ​ຫ​ລອດອາຫານ​ຫລຸດລົງຊຶ່ງ​ເມື່ອ​ແຮງ​ດັນ​ສ່ວນ​ນັ້ນ​ຫລຸດລົງກົດ​ໃນ​ກະເພາະ​ອາຫານ​ທີ່​ຈະ​ໄຫລ​ຍ້ອນ​ຂຶ້ນ​ມາ​ສ້າງ​ຄວາມ​ລະ​ຄາຍ​ເຄືອງ​ບໍລິເວນ​ຫລອດອາຫານ​ກໍ​ຈະຫ​ລຸດລົງ​ນໍາ​ເຊັ່ນ​ກັນ

ໂດຍ​ການ​ນອນ​​ແຄງ​ຄວນ​ຈະ​ຢູ່ໃນ​ທ່າ​ທີ່​ແຂນ​​ຢູ່ໃນ​ລັກສະນະ​ທີ່​ສະບາຍນັ້ນ​ຄື​ຍື່ນ​ໄປ​ທາງໜ້າແລະ​ງໍ​ເຂົ່າ​ຂຶ້ນ​ມາ​ທາງ​​ສ່ວນ​ເທິງ​ຂອງ​ຮ່າງກາຍ​ໜ້ອຍໜຶ່ງແຕ່​ຖ້າ​ອາການ​ຂອງ​​ຂ້ອນ​ຂ້າງ​ໜັກ​​ກໍຄວນ​ຈະ​ປ່ຽນ​ມາ​ນອນ​ໃນ​ທ່າ​ຫງາຍ​ແລ້ວ​ໃຊ້​ໝອນ​ຮອງ​ບໍລິເວນ​ກ້ອງ​ໜ້າ​ເອິກ​ແລະ​ຫົວ​ໂດຍ​ຕ້ອງ​ໃຫ້​ສູງ​ກວ່າ​ລຳ​ໂຕ​ບໍ່​ເກີນ6ນິ້ວຈະ​ຊ່ວຍ​ເຮັດໃຫ້​ຫລັບ​ສະບາຍ​ຫລາຍ​ຂຶ້ນ

  1. ປວດ​ໄຊ​ນັສ

ທ່ານ​ອນ​ທີ່​ເໝາະ​ສົ:ນອນ​​ແຄງໜຸນ​ໝອນ​ສູງ

ອາການ​ໄຊ​ນັສ​ອັກ​ເສບ​ຫລື​ອາການ​ໄຂ້​ຫວັດ​ທຳມະດາເປັນ​ທ່າ​ທີ່​ບໍ່​ຄວນ​ນອນ​ຫງາຍ​ຢ່າງ​ເດັດ​ຂາດເພາະ​ອາດຈະ​ເກີດ​ອາການ​ສະມັກ​ໃນ​ຂະນະ​ນອນ​ຫລັບ​ແລະ​ເປັນ​ອັນຕະລາຍ​ໄດ້ ດັ່ງ​ນັ້ນ​ທ່ານ​ອນ​ທີ່​ດີ​ທີ່ສຸດ​ຄື​ການ​ນອນ​ແຄງ​ແລະ​ໜຸນ​ໝອນ​ໃຫ້​ສູງ​ຂຶ້ນແລະ​ທີ່​ສຳຄັນ​ກໍ​ຄວນ​ຈະໃຫ້​ແຂນ​ນັ້ນ​ຢູ່ໃນ​ລັກສະນະ​ທີ່​ຊ່ວຍ​​ໃຫ້​ຫົວ​ວາງ​ໄດ້​ສະ​ດວກ​ນໍາອີກ​​ໂດຍ​ອາດຈະ​ກອດ

​ໝອນ​ກໍ​ໄດ້​ນອກ​ຈາກ​ນີ້​ຄວນ​ງໍ​ໂຕ​ແລະ​ປ່ອຍ​ຂາ​ຕາມ​ສະບາຍເພື່ອຈະ​ໄດ້​ນອນ​ຫລັບ​ໄດ້​ສະນິດ​ຫລາຍ​ຂຶ້ນ

  1. ປວດ​ປະຈຳ​ເດືອນ

ທ່ານ​ອນ​ທີ່​ເໝາະ​ສົ:ນອນ​ຫງາຍໜຸນ​ໝອນ​ກ້ອງ​ເຂົ່າ

ຟັງ​ແລ້ວ​ອາດຈະ​ເບິ່ງ​ແປກແຕ່​ອາການ​ໄລຍະ​ມີ​ປະຈຳ​ເດືອນ​ນັ້ນ​ສາມາດ​ບັນ​ເທົາ​ໄດ້​ດ້ວຍ​ການ​ນອນ​ຫງາຍເພາະ​ທ່ານ​ອນ​ຫງາຍ​ເປັນ​ທ່າ​ທີ່​ດີ​ທີ່ສຸດຊຶ່ງ​ສ່ວນ​ຕ່າງໆຂອງ​ຮ່າງກາຍ​ຈະ​ຢູ່ໃນ​ທ່າ​ທາງ​ທີ່​ສະບາຍ​ທີ່ສຸດການ​ນອນ​​ແຄງ​ອາດຈະ​ເຮັດໃຫ້​ນ້ຳ​ໜັກ​ລົງ​ໄປ​ທັບ​ບ່ອນຂ້າງ​ໃດ​ຂ້າງ​ໜຶ່ງ​ແລະ​ເຮັດໃຫ້​ອາການ​ປວດ​ຍິ່ງ​ຮຸນແຮງ​ຫລາຍ​ຂຶ້ນ

ນອກ​ຈາກ​ນີ້​ກໍ​ຢ່າ​ລືມ​ນຳ​ໝອນ​ໜຸນ​ບໍລິເວນ​ກ້ອງເຂົ່າເພື່ອ​ບໍ່​ໃຫ້​ກະດູກ​ສັນ​ຫລັງ​ຢູ່ໃນ​ລັກສະນະ​ໂຄ້ງ​ຫລາຍ​ເກີນ​ໄປຊຶ່ງ​ການ​ໂຄ້ງ​ຂອງ​ກະດູກ​ສັນ​ຫລັງ​ໃນ​ທ່ານ​ອນ​ຫງາຍ​ປົກກະຕິ​ຈະ​ສົ່ງ​ຜົນ​ໃຫ້​ຍິ່ງ​ເຈັບປວດ​ຫລາຍ​ຂຶ້ນ​ກວ່າ​ເກົ່າປ່ອຍ​ແຂນ2ຂ້າ​ງວາງ​ຂ້າງ​ລຳ​ໂຕແລະ​ຖ້າ​​ຍັງ​ຮູ້ສຶກເຈັບ​ປວດ​ຢູ່​ກໍ​ສາມາດ​ເພີ່ມ​ໝອນ​ທີ່​ຮອງ​ກ້ອງ​ຂາ​ໄດ້​

4.ເຈັບແຂ້ວ

ທ່ານ​ອນ​ທີ່​ເໝາະ​ສົ:ນອນ​ຫງາຍແລະ​ຫງາຍ​ໜ້າ​ຂຶ້ນ

ການ​ນອນ​ກັດ​ແຂ້ວຫລື​ການ​ຫຍ້ຳ​ແຂ້ວ​ຂະນະ​ຫລັບເປັນ​ພຶດຕິກຳ​ການ​ນອນ​ຫລັບ​ທີ່​ຜິດ​ປົກກະຕິ​ແລະ​ມີ​ຄວາມ​ເຊື່ອມ​ຕໍ່​ກັບ​ຄວາມ​ຄຽດຄວາມ​ວິ​ຕົກ​ກັງ​ວົນ​ແລະ​ການ​ນອນ​ຫລັບ​ທີ່​ຜິດ​ປົກກະຕິນອກ​ຈາກ​ນີ້​ຍັງ​ເຮັດໃຫ້​ເກີດ​ອາການ​ເຈັບແຂ້ວ​ແລະ​ຄາງກະໄຕ​ໄດ້

ບໍ່​ພຽງ​ເທົ່າ​ນັ້ນການ​ນອນ​ກັດ​ແຂ້ວ​ຍັງ​ເຮັດໃຫ້​ຮູບ​ໜ້າ​ຂອງ​​ປ່ຽນນໍາ​ອີກ​ສະ​ນັ້ນຖ້າ​​ມີ​ອາການ​ດັ່ງ​ກ່າວຄວນ​ປ່ຽນ​ມາ​ນອນ​ໃນ​ທ່າ​ຫງາຍ​ໂດຍ​ຫງາຍ​ຫົວ​ຂຶ້ນທ່ານ​ອນ​ນີ້​ຈະ​ຊ່ວຍຫ​ລຸດ​ອາການ​ນອນ​ກັດ​ແຂ້ວ​ແລະ​ຫຍ້ຳ​ແຂ້ວ​ຂະນະ​ຫລັບ​ໄດ້

 

ທີ່​ສຳຄັນຖ້າ​ມີ​ອາການ​ເຈັບ​ແຂ້ວການ​ນອນ​ໃນ​ທ່າ​ນີ້​ຈະ​ຊ່ວຍ​ເຮັດໃຫ້​ຄາງກະໄຕ​​ຜ່ອນ​ຄາຍ ຫລຸດ​ອາການ​ເຈັບໄດ້​ຫລາຍ​ເລີຍແລະ​ຖ້າ​​ບໍ່​ຢາກ​ໃຫ້​ຕົນ​ເອງ​ເຜີ​ປ່ຽນ​ທ່າ​ໃນ​ຂະນະ​ທີ່​ຫລັບ ການ​ວາງ​ແຂນ​ແນບ​ລຳ​ໂຕ​ກໍ​ຊ່ວຍ​ໄດ້​

  1. ນອນ​ໂກນ​ຫລື​ມີ​ອາການ​ຢຸດ​ຫາຍ​ໃຈ​ຂະນະ​ນອນ​ຫລັບ

 

ທ່ານ​ອນ​ທີ່​ເໝາະ​ສົມ:ນອນ​ແຄງ​ຫລື​ນອນ​ຄວໍ້າ

ໂດຍ​ປົກກະຕິ​ແລ້ວ​ຄົນ​ສ່ວນ​ໃຫຍ່​ມັກ​ນອນ​ຫງາຍແຕ່​ສຳລັບ​ຄົົນທີ່​ນອນ​ໂກນ​ນັ້ນ​ການ​ນອນ​ຫງາຍ​ອາດຈະ​ຍິ່ງ​ເຮັດໃຫ້​ໂກນ​ໄດ້​ງ່າຍ​ຂຶ້ນ​ເນື່ອງ​ຈາກ​ອະໄວຍະວະ​ຕ່າງໆໃນ​ປາກ​ຈະ​ລົງ​ໄປ​ປິດ​ກັ້ນ​ການ​ໄຫລ​ວຽນ​ຂອງ​ອາ​ກາດ​ແລະ​ເຮັດໃຫ້​ເກີດ​ອາການ​ໂກນ​ໄດ້​ແຖມ​ການ​ນອນ​ຫງາຍ​ຍັງ​ເຮັດໃຫ້​ເກີດ​ພາ​ວະ​ການ​ຢຸດ​ຫາຍ​ໃຈ​ຂະນະ​ທີ່​ຫລັບ​ໄດ້​ນໍາອີກ​

ດັ່ງ​ນັ້ນ​ຖ້າ​​ມີ​ອາການ​ໂກນ​ຫລື​ມີ​ການ​ພົບ​ວ່າ​ເກີດ​ການ​ຢຸດ​ຫາຍ​ໃຈ​ຂະນະ​ຫລັບ​ກໍ​ຄວນ​ລອງ​ນອນ​ໃນ​ທ່າ​​ແຄງ​ຫລື​ນອນ​ຄວໍ້າ​ເພາະ​ທັງ2ທ່າຈະ​ຊ່ວຍ​ເຮັດໃຫ້​ອະໄວຍະວະ​ໃນ​ປາກ​ບໍ່​ໄປ​ປິດ​ກັ້ນ​ຫລອດລົມແລະ​ຖ້າ​ຢ້ານ​ວ່າ​ຈະ​ເຜີ​ພິກ​ໂຕ​ຕອນ​ຫລັບ​ກໍ​ໃຫ້​ຫາ​ໝອນໜ່ວຍ​ໃຫຍ່​ໆ ມາ​ວາງ​ໄວ້​ຂ້າງໆທັງ​ສອງ​ຂ້າງກໍ​ສາມາດ​ຊ່ວຍ​ໄດ້​ເຊັ່ນ​ກັນ

6.ເຈັບຫລັງ

 

ທ່ານ​ອນ​ທີ່​ເໝາະ​ສົ:ນອນ​​ແຄງໜຸນ​ໝອນ​ຢູ່ຂາ

ການ​ນອນ​ຜິດ​ທ່າ​ສາມາດ​ເຮັດໃຫ້​ອາການ​ປວດ​ຫລັງ​ຮ້າຍແຮງ​ລົງ​ໄດ້ເພາະ​ການ​ນອນ​ໃນ​ທ່າ​ທີ່​ບໍ່​ເໝາະ​ສົມ​ຈະ​ເຮັດໃຫ້​ກະດູກ​ສັນ​ຫລັງ​ຢູ່ໃນ​ລັກສະນະ​ທີ່​ຜິດ​ປົກກະຕິຊຶ່ງ​ໂດຍ​ປົກກະຕິ​ກະດູກ​ສັນ​ຫລັງ​ໃນ​ທ່າ​ປົກກະຕິ​ນັ້ນ​ຈະ​ຕ້ອງ​ຢູ່ໃນ​ລັກສະນະ​ໂຄ້ງ​ຢ່າງ​ເໝາະ​ສົມ ດັ່ງ​ນັ້ນ​ການ​ນອນ​ທີ່​ເໝາະ​ສົມ​ສຳລັບ​ຄົົນທີ່​ມີ​ອາການ​ເຈັບ​ຫລັງ​ຄືການ​ນອນ​​ແຄງ​ແລະ​ງໍ​ເຂົ່າ​ໜ້ອຍໜຶ່ງ​ແລະ​ຄວນ​ໜຸນ​ໝອນ​ທີ່​ລະຫວ່າງ​ຂາ2ເບື້ອງ​ເພື່ອ​ໃຫ້​ລັກສະນະ​ຂອງ​ກະໂພກ​ຢູ່ໃນ​ທ່າ​ທີ່​ປົກກະຕິການ​ນອນ​ໃນ​ທ່າ​ນີ້​ຈະ​ຊ່ວຍ​ບໍ່​ໃຫ້​ເຈັບ​ຫລັງ​ໄປ​ຫລາຍກວ່າ​ຍ່າງ​ແລະ​ເຮັດໃຫ້​ນອນ​ຫລັບ​ໄດ້​ສະນິດ​ນໍາອີກ​

  1. ປວດ​ໄຫລ່

ທ່ານ​ອນ​ທີ່​ເໝາະ​ສົ:ນອນ​ຕະ​ແຄງ​ໃນ​ທ່າ​ກອດ

ອາການ​ປວດ​ໄຫລ່​ເກີດ​ໄດ້​ຈາກ​ຫລາຍ​ສາ​ເຫດ​ແຕ່​ສ່ວນ​ໃຫຍ່​ກໍ​ມັກ​ຈະ​ເກີດ​ຈາກ​ການ​ຖື​ຫລື​ພາຍ​ກະ​ເປົ໋າ​ທີ່​ໜັກ​ຈົນ​ເກີນ​ໄປແຕ່​ການ​ນອນ​ແຄງ​ສາມາດ​ບັນ​ເທົາ​ອາການ​ໄດ້​ໂດຍ​ຫລີກລ້ຽງ​ການ​ນອນ​​ແຄງ​ໃນ​ໄຫລ່​ເບື້ອງ​ທີ່​ເຈັບ​ເພາະ​ຈະ​ຍິ່ງ​ເຮັດໃຫ້​ປວດ​ຫລາຍ​ຂຶ້ນແລະ​ງໍ​ຂາ​ໜ້ອຍໜຶ່ງຍື່ນ​ແຂນ​ອອກ​ໄປ​ທາງ​​ໜ້າ​ແລະ​ກອດ​ໝອນ​ເອົາ​ໄວ້ທ່າ​ນີ້​ຈະ​ຊ່ວຍ​ເຮັດໃຫ້​ໄຫລ່​ແລະ​ແຂນ​ທັງ​ສອງ​ເບື້ອງ​ຢູ່ໃນ​ທ່າ​ທາງ​ທີ່​ເປັນ​ທຳມະຊາດ​ຫລາຍ​ທີ່ສຸດ​ແລະ​ເພື່ອ​ປ້ອງ​ກັນ​ການ​ເຈັບຫລັງ​ທີ່​ຈະ​ຕາມ​ມາ​ໃນ​ທ່າ​ນີ້ຄວນ​ຈະ​ນຳ​ໝອນ​ຮອງ​ໄວ້​ລະຫວ່າງ​ຂາ​ນໍາ

8.ເຈັບຄໍ

ທ່ານ​ອນ​ທີ່​ເໝາະ​ສົ:ນອນ​​ແຄງ

ຖ້າ​​ມີ​ອາການ​ເຈັບຄໍບໍ່​ຄວນ​ນອນ​ຄວໍ້າ​ເດັດ​ຂາດ​ເພາະ​ການ​ນອນ​ຄວໍ້າຈະ​ເຮັດໃຫ້​​ຕ້ອງ​ອຽງ​ຫົວ​ໄປ​ເບື້ອງ​ໃດ​ເບື້ອງ​ໜຶ່ງ​ໃນ​ຂະນະ​ຫລັບຊຶ່ງ​ຈະ​ສົ່ງ​ຜົນ​ໃຫ້​ອາການ​ປວດ​ຮ້າຍແຮງ​ລົງ​ກວ່າ​ເກົ່າສະ​ນັ້ນ​ຖ້າ​ເຈັບ​ຄໍຂໍ​ແນະ​ນຳ​ໃຫ້​ນອນ​​ແຄງແລະ​ໜຸນ​ໝອນ​ໃຫ້​ມີ​ລັກສະນະ​ພໍ​ດີ​ກັບ​ໄຫລ່ຈະ​ຊ່ວຍ​ເຮັດໃຫ້​ອາການ​ເຈັບ​ບໍລິເວນ​ຄໍຫ​ລຸດລົງ​ໄດ້ແຕ່​ຕ້ອງ​ໃຫ້​ໝັ້ນໃຈ​​ວ່າ​ໝອນ​ສູງ​ພໍ​ດີ​ກັບ​ໄຫລ່ເພາະ​ຖ້າ​ໝອນ​ບາງ​ເກີນ​ໄປ​ກໍ​ອາດຈະ​ເຮັດໃຫ້​ຄໍ​ປວດ​ຫລາຍ​ຂຶ້ນ​ຍິ່ງ​ກວ່າ​ເກົ່າ​ ໄດ້​ຮຽນ​ຮູ້​ທ່ານ​ອນ​ກັນ​ໄປ​ແລ້ວກໍ​ຢ່າ​ລືມ​ລອງ​ນຳ​ໄປ​ໃຊ້​ກັນ​ເບິ່ງ​ອາການ​ເຈັບຕ່າງໆຈະ​ໄດ້ ​ບັນເທົາ​ລົງແຕ່​ຖ້າ​ອາການ​ເຫລົ່າ​ນີ້​ຍັງ​ເປັນ​ຊຳເຮື້ອ​ຢູ່​ບໍ່​ຍອມ​ເຊົາທາງ​ທີ່​ດີ​ທີ່ສຸດ​ກໍ​ຄື​ການ​ໄປ​ພົບ​ແພດ​ຜູ້​ຊ່ຽວຊານ​ເພື່ອ​ມີການ​ພິຈາລະນາຖ້າ​ເປັນ​ຫຍັງ​ຈະ​ໄດ້​ຮີບ​ປິ່ນປົວ​ກັນ​ໄດ້​ຢ່າງ​ທັນ​ທີ​ 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...