spot_img
Homeນານາສາລະເຕົ້າຮູ້ກິນຫລາຍລະວັງສ່ຽງສູນເສຍຄວາມຈື່ຈຳ

ເຕົ້າຮູ້ກິນຫລາຍລະວັງສ່ຽງສູນເສຍຄວາມຈື່ຈຳ

Published on

444416

ຜົນ​ວິ​ໄຈ​ບອກ​ວ່າ​ຜະລິດຕະພັນ​ບາງ​ປະ​ເພດ​ທີ່​ເຮັດ​ຈາກ​ຖົ່ວ​ເຫລືອງເຊັ່ນ:ເຕົ້າ​ຮູ້,ຖ້າ​ກິນຫລາຍ​ເກີນ​ໄປອາດ​ເພີ່ມ​ຄວາມ​ສ່ຽງ​ໃນ​ການ​ສູນ​ເສຍ​ຄວາມ​ຈື່ຈຳຊຶ່ງ​ເປັນ​ອາການ​ໜຶ່ງ​ຂອງ​ພະຍາດ​ຈິດ​ເສື່ອມນັກ​ວິ​ໄຈ​ຈາກ​ມະຫາ​ວິທະຍາ​ໄລ​ລັຟເບີ​ເທີ​ໃນ​ອັງ​ກິດໄດ້​ສຶກ​ສາ​ເລື່ອງ​ນີ້​ກັບ​ຜູ້​ສູງ​ອາຍຸຊາວ​ອິນ​ໂດ​ນີ​ເຊຍ719ຄົນຊຶ່ງ​ອາໄສ​ຢູ່ໃນ​ຕົວ​ເມືອງ​ແລະ​ເຂດ​ຊົນນະບົດ​ເທິງ​ເກາະ​ຊວາພົບ​ວ່າ​ການ​ກິນ​ເຕົ້າ​ຮູ້ຫລາຍ​ເກີນ​ໄປຄື​ບໍ່​ຕ່ຳ​ກວ່າ​ຄາບ​ລະ​ເທື່ອມີ​ສ່ວນ​ເຮັດໃຫ້​ຄວາມຈື່​ຈຳ​ຮ້າຍກວ່າເກົ່າໂດຍ​ສະເພາະ​ຜູ້​ບໍ​ລິ​ໂພກ​ທີ່​ຢູ່ໃນອາຍຸ68ປີ​ຂຶ້ນ​ໄປເປັນ​ທີ່​ຮູ້​ກັນ​ວ່າ ປະຊາຊົນ​ໃນ​ກຸ່ມ​ປະເທດ​ກຳ​ລັງ​ພັດທະນານິຍົມບໍ​ລິ​ໂພກ​ຜະລິດຕະພັນ​ທີ່​ເຮັດ​ຈາກ​ຖົ່ວ​ເຫລືອງເພື່ອ​ເປັນ​ແຫລ່ງ​ໂປ​ຕີນ​ທົດ​ແທນ​ກາ​ນບໍ​ລິ​ໂພກ​ຊື້ນຄົນ​ຕະເວັນ​ຕົກ​ຍັງ​ຫັນ​ມາບໍລິ​ໂພກ​ຖົ່ວ​ເຫລືອງ​ຫລາຍ​ຂຶ້ນ​ນໍາອີກເພາະ​ເຊື່ອ​ວ່າ​ດີ​ມີ​ປະໂຫຍດແຕ່​ຜົນ​ວິ​ໄຈ​ລ່າ​ສຸດ​ພັດບອກ​​ວ່າຖ້າ​ໃຫ້​ຜູ້​ສູງ​ອາ​ຍຸ​ກິນ​ເຕົ້າ​ຮູ້​ຫລາຍ​ເກີນ​ໄປອາດ​ເຮັດໃຫ້​ພວກເຂົາ​ເປັນ​ພະຍາດ​ຈິດ​ເສື່ອມ ຊຶ່ງ​ຈະ​ມີ​ຜົນ​ຕໍ່​ຄວາມ​ຄິດ​ແລະ​ຄວາມຈື່ຈຳເຕົ້າ​ຮູ້ເຕັມ​ໄປ​ດ້ວຍ​ສານ​ໄຟ​ໂຕເອດ​ໂຕ​ເຈນຊຶ່ງ​ໃຫ້​ຜົນ​ໃນ​ແບບ​ດຽວ​ກັບ​ເອດ​ໂຕ​ເຈນທີ່​ເປັນ​ຮໍໂມນ​ເພດ​ຍິງຜົນ​ວິ​ໄຈ​ອັນ​ນີ້​ພົບ​ວ່າຖ້າ​ຮ່າງກາຍ​ໄດ້ຮັບ​ສານ​ໄຟ​ໂຕ​ເອດ​ໂຕ​ເຈນ​ຫລາຍ​ເກີນ​ໄປອາດ​ເພີ່ມ​ຄວາມ​ສ່ຽງ​ເຮັດ​ໃຫ້ເປັນ​ພະຍາດ​ຈິດ​ເສື່ອມສອດ​ຄ້ອງ​ກັບ​ຜົນ​ວິ​ໄຈ​ກ່ອນ​ໜ້າ​ນີ້ທີ່​ລະ​ບຸ​ວ່າ​ການ​ປິ່ນປົວ​ດ້ວຍ​ຮໍ​ໂມນ​ເອດ​ໂຕ​ເຈນຈະ​ເຮັດໃຫ້​ຜູ້​ທີ່​ມີ​ອາ​ຍຸ​ເກີນ65ປີມີ​ຄວາມ​ສ່ຽງ​ເພີ່ມ​ຂຶ້ນ​ເທົ່າ​ໂຕ​ທີ່​ຈະ​ເປັນ​ພະຍາດ​ຈິດ​ເສື່ອມ​ໄດ້ແຕ່​ນັກ​ວິ​ໄຈ​ຍັງ​ຕ້ອງ​ສຶກ​ສາ​ໃນ​ເລື່ອງ​ນີ້​ເພີ່ມຕື່ມເພາະ​ມີ​ຄວາມ​ເປັນ​ໄປ​ໄດ້​ອີກ​ເຊັ່ນ​ກັນ​ວ່າເຕົ້າ​ຮູ້​ອາດ​ບໍ່ແມ່ນ​ຕົວ​ການ​ທີ່​ເຮັດໃຫ້​ຜູ້​ສູງ​ອາ​ຍຸ​ໃນ​ອິນ​ໂດ​ນີ​ເຊຍ​ມີ​ຄວາມ​ຈຳ​ຮ້າຍກວ່າເກົ່າແຕ່​ອາດ​ມາ​ຈາກ​ສານ​ກັນ​ບູດ​ໃນ​ເຕົ້າ​ຮູ້ທີ່​ໄປ​ກະທົບ​ກັບ​ສະຫມອງ​ໃນ​ສ່ວນ​ຂອງ​ຄວາມ​ຈື່ຈຳ ຂະນະ​ທີ່​ຜູ້​ຊ່ຽວຊານ​ຈາກ​ມະຫາ​ວິທະຍາ​ໄລ​ອອກ​ຟອດ​ບອກວ່າເຕົ້າ​ຮູ້​ເປັນ​ອາຫານ​ທີ່​ຊັບ​ຊ້ອນປະກອບ​ດ້ວຍ​ສານ​ອາຫານ​ຫລາຍ​ຢ່າງ​ທີ່​ອາດ​ເປັນ​ສາ​ເຫດ​ໃນ​ເລື່ອງ​ນີ້ແລະ​ເຫັນ​ວ່າ​ຜົນ​ການສຶກສາ​ນີ້​ບົ່ງ​ບອກ​ວ່າ​ສະຫມອງ​ຂອງ​ຜູ້​ສູງ​ອາຍຸອາດ​ມີ​ປະຕິ​ກິ​ລິ​ຍາ​ກັບ​ຮໍ​ໂມນ​ເອດ​ໂຕ​ເຈນ​ໃນ​ທາງ​ກົງ​ກັນ​ຂ້າມ​ກັບ​ທີ່​ເຮົາ​ເຄີຍ​ຄິດ​ໄວ້

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...