spot_img
Homeຂ່າວການພັດທະນານະຄອນຫຼວງຮັບຮອງເອົາ 5 ບ້ານເປັນບ້ານພັດທະນາ

ນະຄອນຫຼວງຮັບຮອງເອົາ 5 ບ້ານເປັນບ້ານພັດທະນາ

Published on

20150316085315

ບ້ານ​ນາ​ສ້ຽວ ນາ​ຊອນ ຫົວຂົວ ນ້ຳກ້ຽງ ແລະ ບ້ານ​ສົງເປືອຍ​ເໜືອ ທີ່​ຂຶ້ນ​ກັບ​ເມືອງ​ນາຊາຍ​ທອງ ນະຄອນຫຼວງ​ວຽງ​ຈັນ ປະກອບ​ມີ 148 ໜ່ວຍ 1.831 ຄອບຄົວ 1.846 ຫຼັງຄາ​ເຮືອນ ມີພົນລະເມືອງ​ທັງ​ໝົດ 9.000 ຄົນ ຍິງ 4.540 ຄົນ ປະຊາຊົນ​ສ່ວນຫຼາຍ​ແມ່ນ​ຢຶດ​ຖື​ອາຊີບ​ຊາວ​ກະ​ສິກອນ​ປູກຝັງ-ລ້ຽງສັດເປັນ​ຫຼັກ ຖັດ​ລົງ​ມາ​ແມ່ນ​ອາຊີບ​ຄ້າຂາຍ ເຮັດ​ການ​ບໍລິການ ເປັນ​ພະນັກງານ ແລະ ອື່ນໆ ໂດຍ​ປະຕິບັດຕາມ​ຄຳ​ສັ່ງ​ແນະນຳເລກ​ທີ 09/​ກມສພ ວ່າ​ດ້ວຍ​ການ​ສ້າງ​ບ້ານ ແລະ ກຸ່ມ​ບ້ານ​ພັດທະນາ ແລະ ມະຕິ​ກົມ​ການເມືອງເລກ​ທີ 03/ກມສພ ວ່າ​ດ້ວຍ​ການ​ສ້າງ​ແຂວງ ເປັນ​​ຫົວ​ໜ່ວຍ​ຍຸດ​ທະ​ສາດ ສ້າງເມືອງ​ເປັນ​ຫົວໜ່ວຍ​ເຂັ້ມແຂງຮອບດ້ານ ແລະ ສ້າງ​ບ້ານ​ເປັນຫົວໜ່ວຍ​ພັດທະນາ.

ເພື່ອ​ເປັນ​ການ​ສ້າງ​ເງື່ອນໄຂອັນ​ສະດວກ ​ໃນ​ການຈັດຕັ້ງ​ປະຕິບັດ​ຕາມ 4 ເນື້ອ​ໃນ 4 ຄາດ ໝາຍ​ຕິດ​ພັນ​ກັບ​ຄຳ​ຂວັນ 6 ສ ເຫັນ​ໄດ້​ວ່າ​ປະຊາຊົນ​ມີ​ຄວາມເຂົ້າໃຈ ​ຕໍ່​ການ​ປ່ຽນແປງ​ໃໝ່​ຂອງແນວທາງ​ຂອງ​ພັກ ມີ​ຄວາມ​ອຸ່ນອ່ຽນ​ທຸ່ນ​ທ່ຽງ ເຊື່ອ​ໝັ້ນ​ຕໍ່​ການນຳພາ​ຂອງ​ພັກ ມີ​ຄວາມ​ສາ​ມັກຄີ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ບໍ່ມີ​ຄອບຄົວ​ທຸກ​ຍາກ ມີ​ກອງ​ທຶນພັດທະນາ​ບ້ານ ແລະ ອື່ນໆ ຖ້າທຽບໃສ່ 10 ມາດຖານ​ຂອງ​ການສ້າງ​ຄອບຄົວ​ພັດທະນາ ແລະ 19 ມາດຖານ​ຂອງ​ການ​ສ້າງ​ບ້ານ​ພັດທະ​ນາ ມາ​ຈັດ​ຕັ້ງ​ປະຕິບັດ ແລະ ກວດກາ​ປະ​ເມີນ​ຜົນ ແຕ່​ລະ​ມາດຖານ​ເງື່ອນໄຂ ເຫັນ​ວ່າ​ໄດ້​ຕາມແຜນການ​ຂອງ​ມາດຖານ​ເງື່ອນໄຂ ​ທີ່​ວາງ​ໄວ້​ຂອງ​ບ້ານ​ພັດທະນາ.

ພິທີ​ປະກາດ​ຮັບຮອງ​ເອົາ 5 ບ້ານ​ດັ່ງກ່າວ​ເປັນ​ບ້ານ​ພັດທະນາ ໄດ້​ຈັດ​ຂຶ້ນ​ວັນ​ທີ 13 ມີນາ 2015 ທີ່​ຜ່ານ​ມາ ຢູ່​ສະໂມສອນ​ປົກຄອງເມືອງ​ນາ​ຊາຍ​ທອງ ເຊິ່ງ​ມີ​ທ່ານ ບຸນ​ທ່ຽງ ຂຸນ​ສີ ປະທານ​ແນວລາວ​ສ້າງ​ຊາດ​ນະຄອນຫຼວງ​ວຽງຈັນ ທ່ານ ວິລະ​ສັກ ນາມ​ມຸນຕີ ເຈົ້າເມືອງ​ນາ​ຊາຍ​ທອງ ຜູ້​ຕາງໜ້າ​ຫ້ອງການ​ພັດທະນາ​ຊົນ​ນະບົດ ແລະ ລຶບລ້າງ​ຄວາມທຸກຍາກ​ນະຄອນຫຼວງ ແຂກ​ຖືກ​ເຊີນ ອຳນາດ​ການ​ປົກຄອງ​ບ້ານ ແລະ ພໍ່​ແມ່​ປະຊາຊົນ​ເຂົ້າ​ຮ່ວມ.

 

ແຫລ່ງຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...