spot_img
Homeວັນນະກຳເຫດການ ວັນທີ 21 ມີນາ 1946 ທີ່ເມືອງທ່າແຂກ

ເຫດການ ວັນທີ 21 ມີນາ 1946 ທີ່ເມືອງທ່າແຂກ

Published on

21 mena

ຢາກໄປໜ້າ ໃຫ້ເບິ່ງຫລັງ! (ຝາກເຕືອນໃຈຄົນລາວທັງຊາດ 21 ມີນາ ເກີດຫຍັງຂຶ້ນ ກັບປະຊາຊົນລາວ ຊາວທ່າແຂກ?!!) …ວັນທີ 21 ມີນາ 1946 ເວລາ 4 ໂມງ 50 ນາທີ ພວກຝຣັ່ງ ໃຊ້ຍົນສະປິດຟາຍ 4 ລຳ ບິນຂຶ້ນຫວ່ານໃບປິວທີ່ມີລາຍ ເຊັນຜູ້ບັນຊາການທະຫານສູງສຸດຂອງຝຣັ່ງປະຈຳຢູ່ິອິນ ດູຈີນ ເຊິ່ງມີເນື້ອໃນວ່າ ” ໃຫ້ກອງກຳລັງປະກອບອາວຸດ ປະຈຳເມືອງທ່າແຂກ ອອກມາຍອມຈຳນົນທີ່ທາງ 3 ແຍກ ກິໂລແມັດທີ 4 ນາມະລາດ ໂດຍດ່ວນ ຖ້າບໍ່ປະຕິບັດພາຍ ໃນ 15 ນາທີ ເມືອງທ່າແຂກ ຈະຖືກທຳລາຍ ແລະ ທຸກຄົນ ຈະຖືກດັບສູນ ” ກອງກຳລັງຂອງ ສະເດັດເຈົ້າ ສຸພານຸວົງ ໄດ້ເດັດດ່ຽວບໍ່ ຍອມຈຳນົນ ແລະ ສຽງປືນກໍແຕກຂຶ້ນໃນໄລຍະຕໍ່ມາ ພວກເຂົາໄດ້ນຳໃຊ້ທັງປືນໃຫຍ່ ແລະ ເຮືອບິນສູ້ຮົບເຂົ້າ ທຳລາຍຕົວເມືອງທ່າແຂກ ເຮັດໃຫ້ປະຊາຊົນລົ້ມຕາຍ ເປັນຈຳນວນຫຼວງຫຼາຍ, ຮອດເວລາ 12 ໂມງທ່ຽງຂອງ ວັນດຽວກັນ ເມື່ອເຫັນວ່າສະພາບການເຫຼັກຫຼາຍກ່ວາ ຖ່ານ ແລະ ເພື່ອຮັກສາຄວາມປອດໄພໃຫ້ແກ່ສະເດັດ ເຈົ້າສຸພານຸວົງ ຄະນະປ້ອງກັນຈິ່ງຮ້ອງຂໍໃຫ້ ລຸງສຸພານຸ ວົງ ໂຕນໜີຂ້າມໄປນະຄອນພະນົມເພື່ອຫຼົບໄພເສຍ ກ່ອນ, ແຕ່ເພິ່ນຊ້ຳພັດບໍ່ຍອມໄປ ເພາະຕ້ອງລໍຟັງ ລາຍງານສະພາບການຈາກແນວຮົບ, ສະເດັດເຈົ້າສຸພາ ນຸວົງໄດ້ເວົ້າຂຶ້ນວ່າ ” ຈະໜີຈາກປະຊາຊົນໄດ້ຢ່າງໃດ ໃນເມື່ອເມືອງທ່າແຂກ ຍັງມີນັກຮົບກູ້ຊາດ ຕໍ່ສູ້ກັບສັດ ຕູຢູ່ ” ຄຳເວົ້າດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມ ກ້າຫານ ແລະ ເດັດດ່ຽວຕໍ່ສູ້ຍອມເສຍສະຫຼະເພື່ອປະ ເທດຊາດ ເພື່ອປະຊາຊົນ ຂອງລຸງສຸພານຸວົງຢ່າງແທ້ຈິງ! ພາຍຫຼັງຈາກນັ້ນ, ເມື່ອສະພາບການບີບຮັດ ລຸງສຸພາ ນຸວົງ ຈິ່ງໄດ້ຖອຍໜີຈາກເມືອງທ່າແຂກທາງເຮືອ ເພື່ອ ຂ້າມໄປຝັ່ງໄທ ແຕ່ກໍຖືກເຮືອບິນຂອງສັດຕູບິນຍິງທຳ ລາຍເຮັດໃຫ້ເພິ່ນຖືກບາດເຈັບ ກະສຸນລູກປືນຍິງຖືກ ໂຕເພິ່ນກະດູກຂ້າງຫັກ 3 ຊີກ ແລະ ທະຫານຄຸ້ມກັນ ເພິ່ນໄດ້ເສຍສະຫຼະຊີວິດເພື່ອກັ້ງບັງກະສຸນລູກປືນໃຫ້ ເພິ່ນອີກ 2 ສະຫາຍ, ແຕ່ຖືວ່າໂຊກດີີ່ທີ່ເພິ່ນສາມາດ ຂ້າມໄປຝັ່ງນະຄອນພະນົມ ແລະ ຮັກສາຕົວຢູ່ທີ່ນັ້ນ. ສົງຄາມຮຸກຮານເມືອງທ່າແຂກ ໃນວັນທີ 21 ມີນາ 1946 ຂອງພວກລ່າເມືອງຂຶ້ນຝຣັ່ງ ໄດ້ສັງຫານປະຊາຊົນຊາວເມືອງທ່າແຂກຜູ້ບໍລິສຸດປະມານ 3000 ຄົນ ເຊິ່ງໃນນັ້ນ 1/5 ແມ່ນເປັນເດັກນ້ອຍ, ສອງວັນຜ່ານໄປຊາກສົບກໍເລີ່ມເນົ່າໄຄ່ ແລະ ຟູຂຶ້ນທົ່ວໜ້ານ້ຳແມ່ນ້ຳຂອງ ສົ່ງກິ່ນເໝັນສະເອືອນໄປທົ່ວບໍລິເວນ, ວັນດັ່ງກ່າວ ຈິ່ງໄດ້ກາຍມາເປັນວັນຄຽດແຄ້ນຫາອັນປຽບບໍ່ໄດ້ຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວເມືອງທ່າແຂກວິລະຊົນ! ປະທານສຸພານຸວົງ ວິລະບູລຸດຜູ້ພິລາດອາດຫານ ຈະຍັງ ຄົງຍືນຍົງຢູ່ໃນດວງໃຈຂອງປະຊາຊົນລາວ ຕະຫຼອດໄປ!!

ເຕືອນ: ປະຫວັດສາດຮູ້ໄວ້ເພື່ອເປັນບົດຮຽນ ການໃຫ້ອະໄພຄືສິ່ງປະເສີດຂອງມະນຸດ

ຂໍ້ມູນຈາກ: ຄົນຂ້າງສະໜາມ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...