ທີມວິໄຈທາງການແພດຈາກສ.ເກົາຫລີເຜີຍແຜ່ຜົນການວິໄຈອັນໜຶ່ງສະແດງໃຫ້ເຫັນວ່າ ການດື່ມກາເຟໃນລະດັບປານກາງບໍ່ຫລາຍບໍ່ໜ້ອຍຈົນເກີນໄປທຸກມື້ອາດສົ່ງຜົນໃຫ້ເສັ້ນເລືອດຂອງຄົນເຮົາສະອາດຂຶ້ນຫລຸດຄວາມສ່ຽງຕໍ່ການປ່ວຍເປັນພະຍາດຫົວໃຈອັນເນື່ອງຈາກເສັ້ນເລືອດອຸດຕັນລົງໄດ້
ງານວິໄຈດັ່ງກ່າວໃຊ້ວິທີການສຶກສາກຸ່ມຕົວຢ່າງທັງຊາຍແລະຍິງທີ່ເປັນພະນັກງານປະຈຳຫລາຍກວ່າ25, 000ຄົນຊຶ່ງເປັນຜູ້ທີ່ເຂົ້າຮັບການກວດສຸຂະພາບເປັນປະຈຳຢ່າງສະຫມ່ຳສະເໝີແລະແຕ່ລະບໍ່ມີສັນຍານສະແດງອາການພະຍາດຫົວໃຈໃດໆອອກມາພາຍນອກ ແຕ່ຈາກການສະແກນພົບວ່າ1ໃນ10ຂອງກຸ່ມຕົວຢ່າງຖູກສະແກນພົບພາວະແຄຊຽມເກາະຝາເສັ້ນເລືອດຫົວໃຈຊຶ່ງເປັນການເລີ່ມຕົ້ນຂອງການອຸດຕັນຂອງເສັ້ນເລືອດຢູ່ແລ້ວ
ຫລັງຈາກນັ້ນທີມວິໄຈນຳເອົາຜົນການສະແກນມາປຽບທຽບກັບພຶດຕິກຳການດື່ມກາເຟຂອງກຸ່ມຕົວຢ່າງທັງໝົດ(ໂດຍຄຳນຶງເຖິງປັດໄຈສ່ຽງຕໍ່ການເກີດພະຍາດຫົວໃຈອື່ນໆ ປະກອບດ້ວຍຕົວຢ່າງການສູບຢາ,ການອອກກຳລັງກາຍແລະປະຫວັດການປ່ວຍເປັນພະຍາດຫົວໃຈຂອງຄອບຄົວ)ພົບວ່າພະນັກງານທີ່ດື່ມກາເຟໃນປະລິມານປານກາງ ລະຫວ່າງ3-5ຈອກຕໍ່ມື້ມີແນວໂນ້ມມີສັນຍານຊຶ່ງສະແດງເຖິງອາການເບື້ອງຕົ້ນຂອງພະຍາດຫົວໃຈໜ້ອຍລົງເພາະມີທ່າອ່ຽງທີ່ຈະພົບພາວະແຄຊຽມເກາະຝາເສັ້ນເລືອດຫົວໃຈໜ້ອຍກວ່າກຸ່ມຕົວຢ່າງຊຶ່ງດື່ມກາເຟຫລາຍກວ່າຫລືບໍ່ດື່ມກາເຟເລີຍ
ຢ່າງໃດກໍຕາມທີມວິໄຈຍອມຮັບວ່າຍັງຈຳເປັນຕ້ອງມີການສຶກສາວິໄຈຕໍ່ເນື່ອງເພື່ອຢືນຢັນຜົນການສຶກສາເທື່ອນີ້ແລະຄົ້ນຫາຄຳອະທິບາຍວ່າກາເຟເຊື່ອມຕໍ່ກັບພາວະແຄຊຽມເກາະຝາເສັ້ນເລືອດຫົວໃຈຈັ່ງໃດ
ງານວິໄຈເທື່ອນີ້ກໍ່ໃຫ້ເກີດການຖຽງກັນອີກເທື່ອໜຶ່ງເຖິງຜົນກະທົບຂອງກາເຟຕໍ່ສຸຂະພາບຂອງຫົວໃຈກ່ອນໜ້ານີ້ມີງານວິໄຈບາງຢ່າງບອກວ່າການດື່ມກາເຟເປັນປັດໄຈສ່ຽງໃຫ້ເກີດພະຍາດຫົວໃຈດ້ວຍການໄປເພີ່ມຄໍເລດເຕີລໍແລະແຮງດັນເລືອດ
ແຕ່ກໍມີງານວິໄຈບາງອັນກ່ອນໜ້ານີ້ເຊັ່ນກັນທີ່ສະແດງໃຫ້ເຫັນວ່າການດື່ມກາແຟຊ່ວຍປ້ອງກັນພະຍາດຫົວໃຈໃນບາງລັກສະນະໄດ້