Homeຂ່າວການສຶກສາໜຸ່ມສາວ ແຂ້ວເຫຼັກຢ່າຄິດວ່າທັນສະໄໝ! ຮູ້ຫຼືບໍ່ວ່າແຟຊັ່ນນີ້ມີມາຕັ້ງແຕ່ 2000ປີກ່ອນ ຄສ!!!

ໜຸ່ມສາວ ແຂ້ວເຫຼັກຢ່າຄິດວ່າທັນສະໄໝ! ຮູ້ຫຼືບໍ່ວ່າແຟຊັ່ນນີ້ມີມາຕັ້ງແຕ່ 2000ປີກ່ອນ ຄສ!!!

Published on

ໜຸ່ມສາວ ແຂ້ວເຫຼັກຢ່າຄິດວ່າທັນສະໄໝ! ຮູ້ຫຼືບໍ່ວ່າແຟຊັ່ນນີ້ມີມາຕັ້ງແຕ່ 2000ປີກ່ອນ ຄສ!!!

1

ຢ້ອນກັບໄປເມື່ອປະມານເກືອບ 10 ປີທີ່ແລ້ວຢູ່ບ້ານຮົາ ການດັດແຂ້ວຖືວ່າເປັນເຫດການແປກໃໝ່ ແລະ ລາຄາກໍ່ຄ່ອນຂ້າງສູງ ແຕ່ກໍ່ຍັງມີໄວລຸ້ນທັງຍິງຊາຍຈໍານວນບໍ່ໜ້ອຍ ທີ່ພາກັນເຂົ້າຄີລນິກເພື່ອເຮັດການດັດແຂ້ວ ແລະ ໃນປັດຈຸບັນນີ້ເລື່ອງບໍລິການຕ່າງໆກໍ່ເລີ່ມເຂົ້າທີ່ເຂົ້າທາງແດ່ແລ້ວ, ເວລາອອກໄປງານສັງຄົມຕ່າງໆ ກໍ່ໄດ້ເຫັນຜ່ານຫູຜ່ານຕາເປັນຈໍານວນບໍ່ໜ້ອຍ ບາງຄົນກໍ່ໃສ່ເພື່ອດັດແຂ້ວແທ້ ແຕ່ກໍ່ອາດຈະມີບາງຄົນກໍ່ໃສ່ເພື່ອຄວາມງາມຄວມເທ້ໄປຕາມກະແຟຊັ່ນກໍ່ວ່າກັນໄປ!

ແຕ່ໄວລຸ້ນທັງຫຼາຍເອີ່ຍ ພວກເຈົ້າຮູ້ບໍ່ວ່າ “ການດັດແຂ້ວ” ບໍ່ແມ່ນແຟຊັ່ນໃໝ່ຟຸ້ງຟິ້ງອີຫຍັງເລີຍ! ເພາະມີຫຼັກຖານຄົ້ນພົບແລ້ວວ່າ ການດັດແຂ້ວມີມາຕັ້ງແຕ່ສະໄໝ 2000ປີກ່ອນສຄ ພຸ້ນ!!

2

ຊຶ່ງຫຼັກຖານ ແຂ້ວເຫຼັກນີ້ ຖືກພົບໃນຂຸມສົບຂອງ ມໍ່າມີ່ຮ່າງໜຶ່ງ ທີ່ປະເທດເອຢິບ ໂດຍນັກບູຮານຄະດີໄດ້ໃຊ້ເທກນິກພິເສດກວດສອບອາຍຸຂອງໂຄງກະດູກ ພົບວ່າເກົ່າແກ່ຫຼາຍນ່າຈະມີອາຍຸຫຼາຍກວ່າ 2000ປີກ່ອນສຄ ແລະ ກໍ່ຕ້ອງອື້ງຕາມໆກັນໄປເມື່ອເຫັນວ່າ “ພວກເຂົາຮຽນຮູ້ການໃຊ້ລວດຊະນິດທອງແດງແບບດຽວກັບສາຍໄຟມາຮອບ ແລະ ຮ້ອຍແຂ້ວເອົາໄວ້”

3

ຕ້ອງຍອມຮັບປະເທດເອຢິບ ອີຫຼີກ່ຽວກັບລາວເລື່ອງວີວັດທະນາການອີຫຍັງຫຼາຍໆຢ່າງ ທີ່ຊາວເອຢິບໄດ້ຄິດຄົ້ນ ແລະ ລອງເຮັດ ຊຶ່ງເຮັດໃຫ້ເຮົາອຶ້ງທຶ້ງກັບຫຼາຍໆຢ່າງ, ຖ້າສະໄໝນັ້ນມີເຄື່ອງມືບັນທຶກຫຼັກຖານດີໆ ເຊື່ອວ່າມະນຸດໃນຍຸກປັດຈຸບັນຕ້ອງຕາຄ້າງກັນເປັນແຖວເລີຍ! (ໂດຍສະເພາະວິທີການສ້າງປີລະມິດ ທີ່ຍັງຄົງຖົກຖຽງກັນຢູ່ຈວບຈົນປັດຈຸບັນ).

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...