spot_img
Homeຂ່າວການພັດທະນາສະວິດ ແລະ ເຢຍລະມັນ ສະໜັບສະໜູນນະໂຍບາຍກ່ຽວກັບທີ່ດິນ

ສະວິດ ແລະ ເຢຍລະມັນ ສະໜັບສະໜູນນະໂຍບາຍກ່ຽວກັບທີ່ດິນ

Published on

20150313133248

ພິທີ​ລົງ​ນາມ​ສັນຍາ​ຮັບ​ເອົາໂຄງການ​ບໍລິຫານ​ລັດ ​ກ່ຽວ​ກັບ​ທີ່ດິນ​ປະຈຳ​ພາກ​ພື້ນ​ແມ່ນ້ຳ​ຂອງ ໄດ້​ຈັດ​ຂຶ້ນ​ວັນ​ທີ 13 ມີນາ 2015 ຢູ່​ໂຮງແຮມ​ເມີ​ກຽວ ລະຫວ່າງທ່ານ ​ດຣ. ກິ​ແກ້ວ ຈັນທະ​ບູ​ຣີ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງແຜນການ ແລະ ການ​ລົງທຶນ ແລະ ທ່ານ Manuel Sager ເລຂາ​ທິ​ການ​ປະຈຳ​ຫ້ອງ​ວ່າການ​ລັດຖະ​ບານ​ສະ​ວິດ ຜູ້ອຳນວຍການໃຫຍ່​ອົງການ​ເພື່ອ​ການ​ພັດທະນາ ແລະ ການ​ຮ່ວມ​ມື​ປະເທດ​ສະ​ວິດ ໂດຍ​ຊ້ອງ​ໜ້າ​ພະນັກງານ​ກ່ຽວຂ້ອງ ແລະ ແຂກ​ຖືກ​ເຊີນ.

ໂຄງການ​ບໍລິຫານ​ລັດ​ກ່ຽວກັບ​ທີ່​ດິນ​ປະຈຳ​ພາກ​ພື້ນ​ແມ່ນ້ຳຂອງ ມີ​ຈຸດປະສົງ​ເພື່ອ​ສະໜັບສະ​ໜູນ​ການຈັດຕັ້ງ​ປະຕິບັດ​ນະໂຍ​ບາຍ​ກ່ຽວ​ກັບ​ທີ່​ ດິນ ​ເພື່ອ​ຮັບ​ປະກັນ​ບັນດາ​ຄອບຄົວ​ຊາວ​ກະ​ສິກອນ​ຂອງ​ລາວ​ ໃຫ້​ມີ​ສິດ​ເຂົ້າ​ເຖິງການ​ນຳ​ໃຊ້​ທີ່​ດິນ ແລະ ຊັບ​ພະຍາ​ກອນ​ທຳ​ມະ​ຊາດ ສົ່ງເສີມ​ປະຕິ​ບັດ​ວຽກ​ງານ​ຢ່າງ​ມີ​ປະ​ສິດທິຜົນ​ຂອງ​ຄູ່​ຮ່ວມ​ງານ ໂດຍ​ຜ່ານການ​ຮຽນ​ຮູ້ ເຊິ່ງ​ຈະ​ມີ​ການ​ສ້າງຕັ້ງ​ຄູ່​ຮ່ວມ​ງານ ແລະ ການ​ຮ່ວມມື​ໃນ​ຂົງເຂດ​ພາກ​ພື້ນ ແລະ ສ້າງ​ຄວາມ​ເຂັ້ມແຂງ ຢູ່​ໃນ​ບັນດາປະເທດ​ພາກ​ພື້ນ​ແມ່ນ້ຳ​ຂອງ.

ການຈັດຕັ້ງ​ປະຕິບັດ​ໂຄງການນີ້​ ຈະ​ດຳເນີນ​ແຕ່​ຕົ້ນ​ປີ 2015-ທ້າຍ​ເດືອນ​ມີນາ 2018 ມູນ​ຄ່າໂຄງການ 12 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 96 ຕື້​ກີບ ໃນ​ນີ້ ທຶນ​ສະໜັບສະໜູນ​ຈາກ​ລັດ​ຖະບານ​ສະ​ວິດ 8 ລ້ານ​ໂດ​ລາ​ສະຫະ​ລັດ ແລະ ລັດຖະບານ​ເຢຍ​ລະມັນ 3,5 ລ້ານ​ເອີ​ໂຣ ສຳລັບ​ຜົນໄດ້​ຮັບ​ແມ່ນ​ ຈະ​ເປັນ​ການ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ສາມາດ​ເຂົ້າເຖິງ​ສິດ​ການ​ນຳ​ໃຊ້​ທີ່​ດິນ ຫຼຸດຜ່ອນ​ຜົນ​ກະທົບ​ຕໍ່​ການ​ນຳ​ໃຊ້​ທີ່ດິນ​ທີ່​ບໍ່​ມີ​ປະສິດທິພາບ​ໃນ ​ສປປ ລາວ ແລະ ບັນດາ​ປະເທດ​ພາກພື້ນ​ແມ່ນ້ຳ​ຂອງ ໂດຍ​ຜ່ານ​ການຈັດ​ຫາ​ຊ່ອງ​ທາງ​ແກ້​ໄຂ​ບັນຫາ ກ່ຽວ​ກັບ​ທີ່​ດິນ​ກະສິກຳ​ໃຫ້​ມີ​ປະສິດທິ​ພາບ ແລະ ໃຫ້​ມີ​ຄວາມ​ຍືນຍົງ ທັງ​ເປັນ​ການ​ປະກອບສ່ວນ​ໃນການ​ພັດທະນາ​ຂອງ ​ສປປ ລາວ ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ກຸ່ມ​ປະເທດດ້ອຍ​ພັດທະນາ ​ໃນ​ປີ 2020.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...

ນໍ້າຖ້ວມຂັງໃນຕົວເມືອງ ນວ ໃນ ໄລຍະລະດູຝົນ ເກີດຈາກຫຼາຍປັດໄຈ

ບັນຫານ້ຳຖ້ວມຂັງໃນຕົວເມືອງ-ຖ້ວມຖະໜົນຫົນທາງ ໃນນະຄອນຫຼວງວຽງຈັນ(ນວ) ໃນລະດູຝົນ ແມ່ນບັນຫາໜຶ່ງທີ່ເກີດຂຶ້ນເປັນປະຈຳທຸກໆປີ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາລົງຊີວິດ ແລະ ຊັບສິນຂອງປະຊາຊົນ ເຮັດໃຫ້ການສັນຈອນເດີນທາງໄປມາ ມີຄວາມຫຍຸ້ງຍາກ ແລະ ສ້າງພາບພົດທີ່ບໍ່ດີ ໃຫ້ແກ່ການຈັດຕັ້ງລັດ ແລະ ອື່ນໆ. ທ່ານ...

ຍອດຜູ້ເສຍຊີວິດພຸ່ງຂຶ້ນ 109 ຄົນ ຈາກເຫດການນ້ຳຖ້ວມຮຸນແຮງໃນລັດເທັກຊັດ ສ.ອາເມລິກາ

ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມກະທັນຫັນໃນລັດເທັກຊັດ ເພີ່ມຂຶ້ນຢ່າງນ້ອຍ 109 ຄົນ ແລະ ເຈົ້າໜ້າທີ່ກຳລັງເລັ່ງດຳເນີນການຄົ້ນຫາຜູ້ສູນຫາຍອີກ 160 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ: ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມໃນລັດເທັກຊັດ ສ.ອາເມລິກາ ຕັ້ງແຕ່ວັນທີ 4 ກໍລະກົດ 2025...

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...