Homeນານາສາລະ3 ປະໂຫຍດວຽກເຮືອນຈາກນ້ຳຢາບ້ວນປາກ

3 ປະໂຫຍດວຽກເຮືອນຈາກນ້ຳຢາບ້ວນປາກ

Published on

67732

ສຳລັບ​ໃຜ​ທີ່​ໃຊ້ນ້ຳ​ຢາ​ບ້ວນ​ປາກຢູ່​ເປັນ​ປະຈຳອາດຈະມີ​ນ້ຳ​ຢາ​ບ້ວນ​ປາກ​ຕິດ​ໄວ້​​ເຮືອນ​ຢູ່​ແລ້ວແຕ່​ຮູ້​ຫລື​ບໍ່​ວ່ານອກ​ຈາກ​ນ້ຳ​ຢາ​ບ້ວນ​ປາກ​ຈະ​ເຮັດ​ຫນ້າທີ່​ກຳຈັດ​ເຊື້ອ​ພະຍາດ​ໃນ​​ປາກ​ແລ້ວ”ນ້ຳ​ຢາ​ບ້ວນ​ປາກ”ຍັງມີ​ປະໂຫຍດ​ຕ່າງໆອີກ​ຫລວງຫລາຍໂດຍ​ສະເພາະ​ກັບ​ການ​ກຳຈັດ​ເຊື້ອ​ພະຍາດ​ໃນ​ສ່ວນ​ຕ່າງໆຂອງ​ເຮືອນ

1.ເຮັດ​ຄວາມ​ສະ​ອາດ​ຫ້ອງ​ນ້ຳ​ດ້ວຍ​ນ້ຳ​ຢາ​ບ້ວນ​ປາກເທ​ນ້ຳ​ຢາ​ບ້ວນ​ປາກ​ທີ່​ປະສົມ​ແອວ​ກໍ​ຮໍລົງ​ໄປ​ໃນ​ປາກວິດແລ້ວ​ຖິ້ມ​ໄວ້​ປະ​ມານ​ເຄິ່ງ​ຊົ່ວ​ໂມງຈາກ​ນັ້ນ​ໃຊ້​ແປງ​ຂັດ​ວິດເຮັດ​ຄວາມ​ສະ​ອາດ​ຕາມ​ປົກກະຕິ​

2.ປະສົມ​ນ້ຳ​ຊັກ​ເສື້ອ​ຜ້າ​ບາງ​ຢ່າງອາດ​ມີ​ຄາບ​ຕິດ​ແໜ້ນ,ຕິດ​ເລິກ,ເຕັມ​ໄປ​ດ້ວຍ​ເຊື້ອ​ພະຍາດຖ້າ​ຊັກ​ດ້ວຍ​ແຟັບ​ຫລື​ນ້ຳ​ຢາ​ຊັກ​ເຄື່ອງຕາມ​ປົກກະຕິ​ອາດ​ບໍ່​ສະ​ອາດ​ແຕ່​ຖ້າ​ເຮົາ​ປະສົມ​ນ້ຳ​ຢາ​ບ້ວນ​ປາ​ກໄປ​ໃນ​ນ້ຳ​ຊັກ​ເຄື່ອງ​ປະ​ມານ1ຖ້ວຍຈະ​ເຮັດໃຫ້​ການ​ຊັກ​ເຄື່ອງ​ທີ່​ມີ​ຄາບ​ຝັງ​ແໜ້ນ​ເຮັດ​ໄດ້​ງ່າຍ​ຂຶ້ນ

3.ເຊັດ​ໜ້າ​ຈໍ​ໂທລະພາບຫລືຈໍ​ຄອມພິວເຕີຖ້າ​ນ້ຳ​ຢາ​ເຮັດ​ຄວາມ​ສະ​ອາດ​ແວ່ນ​ຫລື​ນ້ຳ​ຢາ​ທີ່​ເຄີຍ​ໃຊ້​ເຮັດ​ຄວາມ​ສະ​ອາດ​ຄອມພິວເຕີ​ໝົດເຮົາ​ສາມາດ​ໃຊ້​ນ້ຳ​ຢາ​ບ້ວນ​ປາກ​ເຮັດ​ຄວາມ​ສະ​ອາດ​ຈໍ​ຄອມພິວເຕີ​ຫລື​ຈໍ​ໂທລະພາບໄດ້​ຄືກັນໂດຍ​ໃຊ້​ຜ້າ​ປຽກ​ໝາດໆເຊັດ​ນ້ຳ​ຢາ​ແລ້ວ​ເອົາ​ຜ້າ​ແຫ້ງເຊັດແຕ່​ມີ​ຂໍ້​ຫ້າມ​ວ່າ​ຢ່າ​ໃຊ້​ນ້ຳ​ຢາ​ບ້ວນ​ປາກ​ເຮັດ​ຄວາມ​ສະ​ອາດ​ໜ້າ​ຈໍLCD ຂອງ​ຄອມພິວເຕີ​ໂນດບຸກ​ເດັດ​ຂາດເພາະ​ແອວ​ກໍ​ຮໍ​ຈາກ​ນ້ຳ​ຢາ​ບ້ວນ​ປາກ​ອາດ​ທຳລາຍ​ວັດ​ສະດຸ​ທີ່​ປະກອບ​ໃນ​ເຄື່ອງ​ຄອມພິວເຕີ​ໄດ້

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...