spot_img
Homeນານາສາລະຄວາມບໍ່ໄດ້ຕັ້ງໃຈຂອງມະນຸດ! ບວກກັບສີມືຂອງທໍາມະຊາດ ເຮັດໃຫ້ເກີດສິ່ງທີ່ສວຍງາມເຫຼົ່ານີ້

ຄວາມບໍ່ໄດ້ຕັ້ງໃຈຂອງມະນຸດ! ບວກກັບສີມືຂອງທໍາມະຊາດ ເຮັດໃຫ້ເກີດສິ່ງທີ່ສວຍງາມເຫຼົ່ານີ້

Published on

ຄວາມບໍ່ໄດ້ຕັ້ງໃຈຂອງມະນຸດ! ບວກກັບສີມືຂອງທໍາມະຊາດ ເຮັດໃຫ້ເກີດສິ່ງທີ່ສວຍງາມເຫຼົ່ານີ້

ທໍາມະຊາດ ຖືເປັນຜູ້ສ້າງທີ່ເກັ່ງທີ່ສຸດໃນໂລກໃບນີ້ ກົດເກນແຫ່ງຄວາມເປັນຈິງຂໍ້ນີ້ບໍ່ມີໃຜຖຽງໄດ້ເລີຍ! ເພາະຄວາມງົດງາມຕ່າງໆ ເທີງໂລກໃບນີ້ສ່ວນໃຫຍ່ລ້ວນແລ້ວແຕ່ເກີດມາຈາກທໍາມະຊາດ ບໍ່ວ່າຈະເປັນພູຜາປ່າໄມ້ ສາຍນໍ້າລໍາທານ ສາຍໃຫຍ່-ນ້ອຍ ລວມທັງທ້ອງຟ້າສີຄາມ ແລະ ອຶ່ນໆ ລ້ວນແລ້ວແຕ່ເກີດຈາກສີມືຂອງຜູ້ສ້າງທີ່ຍິ່ງໃຫຍ່ ເກືອບທັງໝົດ ແຕ່ຖ້າຫາກວ່າສີມືຂອງຜູ້ສ້າງທີ່ຫຍິ່ງໃຫຍ່ນີ້ ມາບວກໃສ່ກັບສີມືຂອງຜູ້ສ້າງໃນລະດັບຖັດມາເຊັນດັ່ງມະນຸດເຮົານີ້ລວມເຂົ້າກັນແລ້ວລະ ໜ້າຕາຂອງຄວາມສວຍງາມຕ່າງໆ ນັນຈະເປັນແບບໃດ ມື້ນີ້ທາງທີມງານ ລາວໂພສທ໌ ໄດ້ລວບລວມເອົາຮູບພາບທີ່ສວຍງາມ ທີ່ເກີດຂຶ້ນຈາກການລວມກັນຂອງຜູ້ສ້າງຈາກທໍາມະຊາດ ແລະ ມະນຸດມາໃຫ້ເບິ່ງນໍາກັນ ເຊິ່ງຮູບພາບຕ່າງໆນັ້ນຈະເຮັດໃຫ້ທ່ານຫຼົງໄຫຼໄດ້ສໍ່າໃດນັ້ນລອງມາເບິ່ງພ້ອມໆກັນເລີຍ!

1 ເປຍໂນເກົ່າທີ່ມີຕົ້ນໄມ້ ເກີດໃຫຍ່ແທງຂຶ້ນມາກາງເຄິ່ງພໍດີ

1

 

2 ໂບສຮ້າງເກົ່າແກ່ໃນຝຣັງເສດ

2

3 ບ້ານໜຶ່ງຫຼັງກັບຂົວໄມ້ທີ່ກ່າຍເປັນສາຍຍາວ

3

4 ເວນິສ ເມື່ອງແຫ່ງສາຍນໍ້າທີ່ບໍ່ມີວັນຫຼັບໄຫຼ

4

5 ທາງລົດໄຟທີ່ເຕັມໄປດ້ວຍຫຍ້າຂຽວກະຈີ່ ເບິ່ງແລ້ວຊວນໃຈໃຫ້ຄິດຢາກຈະນັ່ງລົດໄຟຜ່ານທາງເສັ້ນນີ້

5

6 ເດັກນ້ອຍກໍ່ຢາກມີເຮືອນໄມ້ແບບນີ້ຄືກັນເດີ

6

7 ຊາກເຮືອທີ່ຈົມລົງໃນມະຫາສະໝຸດ

7

8 ເຮືອນຮ່າງທີ່ຢູ່ຢ່າງໂດດດ່ຽວກາງປ່າ

8

9 ລົດຖີບເດັກນ້ອຍທີ່ຖືກຕົ້ນໄມ້ໃຫຍ່ຂຶ້ນມາລະຫວ່າງກາງພໍດີ

9

10​ຈຸດຊົມວິວ ແຄມຫາດຊາຍແຄຣິຟໍຣ໌ເນຍ

10

11 ຫ້ອງໂຖງທາງຍ່າງ ທີ່ອອກເຊື່ອລາ ຖືກອອກແບບມາຢ່າງສວຍງາມ ບວກກັບຄວາມເກົ່າ ແລະ ຝຸ່ນລະອອງຕາມທໍາມະຊາດ

11

12 ລາງລົດໄຟເຫາະ Jetstar ທີ່ ນິວເຈີຣ໌ຊີ່

12

13 ສຸສານເກົ່າໃນປ່າທີ່ ເບລຢ່ຽມ

13

14 ໂບສເກົ່າແກ່ ກາງຫິມະໃນອິຕາລີ່

14

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...