spot_img
Homeນານາສາລະມີເພດສໍາພັນຕອນເປັນປະຈໍາເດືອນດີຫລືບໍ່?

ມີເພດສໍາພັນຕອນເປັນປະຈໍາເດືອນດີຫລືບໍ່?

Published on

safe_image

ການ​ມີ​ເພດ​ສຳພັນ​ຂະນະ​ມີ​ປະຈຳ​ເດືອນໃນ​ຕ່າງ​ປະເທດ​ທີ່​ພວກເຂົາ​ສຶກ​ສາ​ກັນ​ມາພົບ​ໄດ້​ປະ​ມານ3-30%ໃນ​ປະຊາກອນ​ທີ່​ມີ​ເພດ​ສຳພັນ​ສະ​ໝ່ຳ​ສະເໝີຄົົນທີ່​ມີ​ເພດ​ສຳພັນ​ໃນ​ໄລຍະເວລາ​ດັ່ງ​ກ່າວ​ໃຫ້​ເຫດຜົນ​ກັນ​ວ່າເປັນ​ໄລຍະ​ທີ່​ທັງ​ສອງສະບາຍ​ໃຈ​ວ່າ​ຈະ​ບໍ່​ເຮັດໃຫ້ຖືພາ,ຮູ້ສຶກ​ຖືກ​ກະຕຸ້ນ​ໄດ້​ງ່າຍຮູ້ສຶກ​ວ່າ​ມັນ​ແປກ​ໃໝ່​

ເລື່ອງທໍາອິດບໍ່ຖືພາແທ້ຫລືບໍ່?

ຖ້າ​ເລືອດ​ທີ່​ອອກຈາກ​ຊ່ອງຄອດ​ໃນ​ໄລຍະ​ເວລາ​ດັ່ງ​ກ່າວ​ເປັນ​ປະຈຳ​ເດືອນ​ແທ້ໆ(ເຊັ່ນ:ເລືອດ​ອອກ​ມາ​ຫລັງ​ກິນຢາ​ຄຸມ​ຄົບ​ແຜງຫລື​ຮອບ​ເດືອ​ນມາ​ສະໝໍ່າ​ສະເໝີ​ຫລາຍໆ)ໂອ​ກາດ​ຕັ້ງທ້ອງ​ກໍ​ນ້ອຍ​ຫລາຍ​ທີ່​ຍັງມີ​ໂອ​ກາດ​ຖືພາ​ໄດ້ກໍ​ຈະ​ເປັນ​ໃນ​ກໍລະນີ​ທີ່​ເລືອດ​ທີ່​ອອກ​ບໍ່ແມ່ນ​ເລືອດ​ປະຈຳ​ເດືອນ,ແຕ່​ເປັນ​ເລືອດ”ເຂົ້າໃຈ​ຜິດ”ເຊັ່ນ:ເປັນ​ເລືອດ​ທີ່​ອອກ​ໄລຍະ​ທີ່​ຕົກ​ໄຂ່(ໄລຍະນັ້ນ​ກໍ​ສາມາດ​ມີ​ເລືອດ​ອອກ​ໄດ້​)ຫລື​ອີກ​ກໍລະນີ​ຄື​ໃນ​ຮອບ​ເດືອນ​ຜູ້ຍິງ​ຄົນ​ນັ້ນ​ສັ້ນຕົກ​ໄຂ່​ໄວ​ກວ່າ​ຮອບ​ເດືອນ​ຜູ້ຍິງ​ທີ່​ຮອບ​ເດືອນ​ຍາວແລ້ວ​ມີ​ເພດ​ສຳພັນ​ກັນ​ໃນ​ມື້​ທ້າ​ຍໆ​ຂອງ​ປະຈຳ​ເດືອນແລ້​ວອາ​ສຸ​ຈິ​ເກີດ​ແຂງ​ແຮງລອຍ​ຄອຍຖ້າໄຂ່​ຕົກ​ໄດ້3-5ມື້ກໍ​ສາມາດ​ຖືພາໄດ້
ດັ່ງ​ນັ້ນແມ່ນ​ໂອ​ກາດ​ຈະຖືພາ​ໜ້ອຍ​ກໍ່ແມ່ນແຕ່​ກໍ​ບໍ່ແມ່ນ​ວ່າ”ຈະ​ບໍ່​ມີ​ໂອ​ກາດ​ໄດ້​ລູກຂະນະ​ມີປະຈໍາເດືອນ”
ເລື່ອງ​ທີ່2ແລ້ວ”ຈະ​ມີ​ໂອ​ກາດ​ຕິດ​ເຊື້ອ​ເພີ່ມ​ຂຶ້ນ​ບໍ່”
ລະຫວ່າງ​ມີ​ປະຈຳ​ເດືອນ​ຈະ​ເປັນ​ໄລຍະ​ທີ່​ປະ​ຕູ​ປາກ​ມົດລູກ​ເປີດ​ອອກໃຫ້​ເລືອດ​ຈາກ​ໂພງ​ມົດລູກ​ໄຫລ​ສູ່​ໂລກ​ພາຍນອກ(ຫລື​ຜ້າ​ອະນາໄມ)ນັ້ນ​ເອງ
ຖ້າ​ປະ​ຕູ​ເປີດ​ໃຫ້​ເລືອດ​ອອກ​ໄດ້ກໍ​ສາມາດ​ເປີດ​ໃຫ້​ເຊື້ອ​ພະຍາດ​ເຂົ້າ​ສູ່​ໂພງ​ມົດລູກ​ໄດ້​ເຊັ່ນ​ກັນ
ດັ່ງ​ນັ້ນພະຍາດ​ທີ່​ຕິດ​ຕໍ່​ກັນ​ທາງ​ເພດ​ສຳພັນ​ກໍ​ສາມາດ​ເດີນທາງ​ເຖິງ​ກັນ​ໄດ້​ຢ່າງ​ສະບາຍ​ໄດ້​ແກ່ ເຊື້ອ​ເອດ,ໜອງ​ໃນ,ຊິ​ຟິ​ລິດ,ໄວ​ຣັສ​ຕັບ​ອັກ​ເສບ​ບີຊຶ່ງ​ເຊື້ອ​ດັ່ງ​ກ່າວ​ຕໍ່​ໃຫ້​ມີ​ເພດ​ສຳພັນ​ໃນ​ວັນທີ່​ບໍ່ເປັນປະຈໍາເດືອນກໍ​ມີ​ໂອ​ກາດ​ຈະ​ຕິດ​ຕໍ່​ກັນ​ທາງ​ເພດ​ສຳພັນ​ຢູ່​ແລ້ວແຕ່​ການ​ມີເພດສໍາພັນຕອນມີປະຈໍາເດືອນ”ຈະ​ເຮັດໃຫ້​ມີ​ໂອ​ກາດ​ຕິດ​ເຊື້ອ​ໄດ້​ງ່າຍ​ຂຶ້ນ”ເພາະ​ນອກ​ຈາກ​ປະ​ຕູ​ປາກ​ມົດລູກ​ເປີດ​ອອກ​ແລ້ວພູ​ມ​ຄຸ້ມ​ກັນ​ຂອງ​ແມ່​ຜູ້ຍິງ​ໃນ​ໄລຍະ​ມື້​ນັ້ນ​ຂອງ​ເດືອນຈະຫ​ລຸດລົງ​ໜ້ອຍໜຶ່ງນໍາອີກ​

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...