spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມແຄຊຽມໃນຫລອດເລືອດຫົວໃຈ

ແຄຊຽມໃນຫລອດເລືອດຫົວໃຈ

Published on

image cardio2

ແຄ​ຊຽມຫລື​ຫີນ​ປູນ​ທີ່​ຫົວ​ໃຈ​ນີ້ອາດ​ເກາະ​ຢູ່​ທີ່​ຝາ​ຫລອດ​ເລືອດທີ່​ລີ້ນ​ຫົວ​ໃຈຫລື​ທີ່​ເຍື່ອ​ຫຸ້ມ​ຫົວ​ໃຈທີ່​ຄວນ​ລະ​ວັງ​ຄື​ຫີນ​ປູນ​ທີ່​ເກາະ​ທີ່​ຝາ​ຫລອດ​ເລືອດ​ທີ່​ນຳ​ເລືອດ​ໄປ​ລ້ຽງ​ກ້າມ​ຊີ້ນ​ຫົວ​ໃຈຊຶ່ງ​ເກີດ​ຈາກ​ການ​ເສື່ອມ​ສະພາບ​ຂອງ​ຫລອດ​ເລືອດ​ແດງແລະ​ຈະ​ເກີດ​ຂຶ້ນ​ກ່ອນ​ເກີດ​ອາການ​ຂອງ​ພະຍາດ​ຫົວ​ໃຈ​ດົນ​ຫລາຍ​ປີຈາກ​ການສຶກສາ​ພົບ​ວ່າ​ປະລິມານ​ແຄ​ຊຽມ​ນີ້​ສາມາດ​ມີ​ໂອ​ກາດ​ເກີດ​ພະຍາດ​ຫົວ​ໃຈ​ຂາດ​ເລືອດ​ໄດ້ນອກ​ເໜືອ​ຈາກ​ປັດ​ໄຈ​ສ່ຽງ​ອື່ນໆ ເຊັ່ນ​ພະຍາດ​ເບົາ​ຫວານ,ຄວາມ​ດັນ​ເລືອດ​ສູງ,ໄຂ​ມັນ​ໃນ​ເລືອດ​ສູງ,ຫລື​ການ​ສູບຢາພາ​ວະ​ແຄ​ຊຽມ​ເກາະ​ທີ່​ຫລອດ​ເລືອດ​ນີ້ຈະ​ເພີ່ມ​ຄວາມ​ສ່ຽງ​ຕໍ່​ການ​ເກີດກ້າມ​ຊີ້ນ​ຫົວ​ໃຈ​ຕາຍ​ຮຸນແຣງ​ຈາກ​ຫລອດ​ເລືອດ​​ຕັນ​ຮຸນແຣງ
ໃຜ​ຄື​ຜູ້​ທີ່​ຄວນ​ກວດ​ແຄ​ຊຽມ​ໃນ​ຫລອດ​ເລືອດ​ຫົວ​ໃຈ
ສະມາຄົມ​ພະຍາດ​ຫົວ​ໃຈ​ແຫ່ງ​ປະເທດ​ສະ​ຫະລັດ​ອະ​ເມລິ​ກາ​ໄດ້​ແນະ​ນຳ​ວ່າ​ຜູ້​ທີ່​ສົມຄວນ​ໄດ້ຮັບ​ການ​ກວດ​ແຄ​ຊຽມ​ໃນ​ຫລອດ​ເລືອດ​ຫົວ​ໃຈຄື
– ຜູ້​ປ່ວຍ​ທົ່ວ​ໄປ​ທີ່​ອາ​ຍຸ​ຫລາຍກວ່າ45ປີ​ຂຶ້ນ​ໄປ
– ຜູ້​ປ່ວຍ​ທີ່​ມີ​ຄວາມ​ສ່ຽງ​ລະ​ດັບ​ປານ​ກາງ​ຂອງ​ການ​ເກີດ​ພະຍາດ​ຫົວ​ໃຈ
– ຜູ້​ປ່ວຍ​ພະຍາດ​ເບົາ​ຫວານ,ຜູ້​ປ່ວຍ​ພະຍາດ​ຫມາກໄຂ່ຫລັງ​ວາຍ
ຈາກ​ຄຳ​ແນະ​ນຳ​ຂອງ​ສະມາຄົມ​ແພດ​ຜູ້​ຊ່ຽວຊານ​ການ​ປິ່ນປົວ​ເບົາ​ຫວານ​ໃນ​ສະ​ຫະລັດ​ອະ​ ເມ​ລິ​ກາຜູ້​ປ່ວຍ​ເບົາ​ຫວານ,ຜູ້​ປ່ວຍ​ທີ່​ມີ​ອາ​ຍຸ​ຫລາຍແລະ​ຜູ້​ປ່ວຍ​ພະຍາດ​ຫມາກໄຂ່ຫລັງ​ວາຍ​ທີ່​ບໍ່​ສາມາດ​ກວດ​ຫົວ​ໃຈ​ດ້ວຍ​ການ​ຍ່າງ​ສາຍ​ພານ​ຕາມ​ວິທີ​ມາດຕະຖານ​ໄດ້​ນັ້ນການ​ກວດ​ແຄ​ຊຽມ​ໃນ​ຫລອດ​ເລືອດຖື​ວ່າ​ເປັນ​ມາດຕະຖານ​ການ​ກວດ​ຫົວ​ໃຈ​ທີ່​ດີ

ກວດ​ແລ້ວ​ໄດ້​ປະໂຫຍດ​ຫຍັງ
ເນື່ອງ​ຈາກ​ຜົນ​ການ​ກວດ​ແຄ​ຊຽມ​ຈະ​ຊ່ວຍ​ໃຫ້​ມີ​ໂອ​ກາດ​ເກີດ​ແລະ​ການ​ເສັຍຊີວິດ​ຈາກ​ພະຍາດ​ຫົວ​ໃຈແລະ​ຍັງ​ຊ່ວຍ​ເປັນ​ຂໍ້​ມູນ​ປະກອບ​ການ​ເລືອກ​ມາ​ຕົນ​ການ​ປ້ອງ​ກັນ​ການ​ເກີດ​ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ຕີບ​ໃນ​ຜູ້​ປ່ວຍ​ແຕ່​ລະ​ຄົນ​ໄດ້​ຢ່າງ​ເໝາະ​ສົມຄະ​ແນນ​ແຄ​ຊຽມ​ທີ່​ຫົວ​ໃຈ​ສູງ​ໝາຍ​ຄວາມ​ວ່າ​ມີ​ຄວາມ​ສ່ຽງ​ຫລາຍຊຶ່ງ​ຕ້ອງ​ພິຈາລະນາ​ໃຫ້​ຢາ​ທັນ​ທີ
ເປັນຫຍັງ​ຕ້ອງ​ຄົ້ນ​ຫາ​ຄົົນທີ່​ມີ​ຄວາມ​ສ່ຽງ
ເພາະ​ການ​ປ້ອງ​ກັນ​ພະຍາດ​ນີ້ສາມາດ​ເຮັດ​ໄດ້​ງ່າຍໆແລະ​ເຮັດ​ໄດ້​ທຸກ​ຄົນບໍ່​ວ່າ​ຈະ​ສ່ຽງ​ຫລາຍ​ຫລື​ໜ້ອຍເຊັ່ນ:ການ​ງົດ​ສູບຢາອອກ​ກຳ​ລັງ​ກາ​ຍຢ່າງສະໝໍ່າສະເໝີຫລຸດ​ອາຫານ​ໄຂ​ມັນພັກ​ຜ່ອນ​ໃຫ້​ພຽງ​ພໍ,ບໍ່​ຄຽດ,ງົດ​ສູບ​ຢາໂດຍ​ສະເພາະ​ຖ້າ​ເປັນ​ຄວາມ​ດັນ​ເລືອດ​ສູງ​ແລະ​ເບົາ​ຫວານ​ກໍ​ຈະ​ໄດ້​ປັບ​ພຶດຕິກຳ​ແລະ​ເບິ່ງແຍງ​ຕົນ​ເອງ​ຫລາຍ​ຂຶ້ນໂດຍ​ຄວບ​ຄຸມ​ຄວາມ​ດັນ​ເລືອດ​ໃຫ້​ບໍ່​ເກີນ140/90 ມິລີແມັດປອດແລະ​ໄຂ​ມັນLDLຕ່ຳ​ກວ່າ130mg%

ການ​ກວດ​ວັດ​ປະລິມານ​ແຄ​ຊຽມ​ໃນ​ຫລອດ​ເລືອດ​ຫົວ​ໃຈໃຊ້​ເວລາ​ກວດ​ວ່ອງໄວດ້ວຍ​ເຄື່ອງ​ເອັກ​ຊະ​ເລ​ຄອມພິວເຕີຄວາມ​ໄວ​ສູງ128sliceແລະ​ບໍ່​ຕ້ອງ​ສີດ​ສີ​ສວນ​ຫົວ​ໃຈພາບ​ທີ່​ໄດ້​ຈາກ​ການ​ກວດ​ວິທີ​ນີ້​ຈະ​ມີ​ຄວາມ​ຄົມ​ແຈ້ງ​ເນື່ອງ​ຈາກ​ເຄື່ອງ​ມີ​ຄວາມ​ໄວ​ໃນ​ການ​ຈັບ​ພາບ​ສູງ​ຫລາຍສາມາດ​ຈັບ​ພາບ​ຂະນະ​ທີ່​ຫົວ​ໃຈ​ເຕັ້ນ​ໄດ້​ດີແລະ​ຈະ​ບອກ​ເຖິງ​ປະລິມານ​ຫີນ​ປູນ​ທີ່​ສະ​ສົມ​ຢູ່ໃນ​ຝາ​ຫລອດ​ເລືອດ​ຫົວ​ໃຈ​ໄດ້ແມ່ນ​ໃນ​ປະລິມານ​ທີ່​ໜ້ອຍຈຶ່ງ​ເປັນ​ການ​ກວດ​ທີ່​ຫາ​ພາ​ວະ​ຄວາມ​ສ່ຽງ​ຂອງ​ການ​ເປັນ​ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ເລີ່ມ​ຕົ້ນ​ໃນ​ຄົນ​ປົກກະຕິ​ໄດ້​ເປັນ​ຢ່າງ​ດີ
ເຄື່ອງ​ເອັກສະ​ເລນີ້ຈະ​ວັດ​ປະລິມານ​ຫີນ​ປູນ​ເປັນ​ຕົວ​ເລກເດັກ​ນ້ອຍ​ເກີດໃໝ່ທີ່​ມີ​ຫລອດ​ເລືອດ​ປົກກະຕິຄ່າ​ຈະ​ເປັນ​ສູນເມື່ອ​ອາ​ຍຸ​ຫລາຍ​ຂຶ້ນກໍ​ອາດຈະ​ພົບ​ຫີນ​ປູນ​ໄດ້​ນຳແຕ່ບໍ່​ຄວນ​ກາຍ200-400ຖ້າ​ກາຍ400ຈະ​ຍິ່ງ​ມີ​ຄວາມ​ສ່ຽງ​ສູງ​ຫລາຍ​ໆ

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)