spot_img
Homeເກັບຕົກ-ເລື່ອງແປກຈັບພາບໄດ້ ວິນາທີເຫຼືອເຊື່ອ ເມື່ອກະປອມ ໜ້າຕາອາລົມດີ ດິດໃບໄມ້ຄ້າຍກັບ ຫຼິ້ນກິຕ່າ!!

ຈັບພາບໄດ້ ວິນາທີເຫຼືອເຊື່ອ ເມື່ອກະປອມ ໜ້າຕາອາລົມດີ ດິດໃບໄມ້ຄ້າຍກັບ ຫຼິ້ນກິຕ່າ!!

Published on

ຈັບພາບໄດ້ ວິນາທີເຫຼືອເຊື່ອ ເມື່ອກະປອມ ໜ້າຕາອາລົມດີ ດິດໃບໄມ້ຄ້າຍກັບ ຫຼິ້ນກິຕ່າ!!

ກະປອມ

ເມື່ອໃດກໍ່ຕາມທີ່ນຶກເຖີງການຖ່າຍຮູບ ກະປອມ ມີຂ່າວວ່າຫຼາຍຄົນທີ່ບໍ່ມັກສັດເລືອຄານກໍ່ອາດຈະຮ້ອງກິດກັນເປັນແຖວ

ແຕ່ຮູບນີ້ຈະແຕກຕ່າງຈາກກະປອມທົ່ວໄປ ແລະ ຂໍບອກວ່າຈັງວະທີ່ຈັບພາບໄດ້ນັ້ນ ຈົນເຮັດໃຫ້ຫຼາຍທ່ານອາດບໍ່ຢາກເຊື່ອວ່າແມ່ນເປັນເລື່ອງຈິງ.

ນີ້ຄືພາບກະປອມ ເໜືອທໍາມະຊາດທີ່ກໍາລັງໂດງດັງໄປທົ່ວໂລກ ຊຶ່ງຕອນທໍາອິດມີຂ່າວອອກມາກໍ່ງົງວ່າ ກະປອມໂຕນີ້ມັນມີຫຍັງດີ ແຕ່ພໍໄດ້ເຫັນຮູບຖ່າຍໃບນີ້ ແລະ ທ່າທີ່ທີ່ມັນໂພສກໍ່ບອກໄດ້ເລີຍວ່າ ຕ້ອງຮ້ອງອອກມາທັນທີເລີຍລະ!!!

ກະປອມໂຕນີ້ຖືກພົບໃນແຖບ Yogyakarta ປະເທດ Indonesia ແລະ ຜູ້ທີ່ຖ່າຍພາບໄວ້ໄດ້ກໍ່ຄືຊ້າງພາບທີ່ຊື່ວ່າ Aditya Permana

ກປປ

 

ໂດຍລາວເລົ່າວ່າ ກະປອມໂຕນີ້ ກໍາລັງຈັບໃບໄມ້ຢູ່ ແຕ່ທ່າທາງຂອງມັນ ເບິ່ງຄ້າຍກັບວ່າກໍາລັງຕິດກິຕ່າ ແບບໃດກໍ່ເປັນແບບນັ້ນລະ ແລະ ມີສັດໃນທໍາມະຊາດຄອຍເປັນທ່ານຜູ້ຊົມຮັບຟັງສຽງຂອງມັນ

ລາວຍັງເວົ້າຕື່ມອີກວ່າ: “ຕອນທໍາອິດຂ້ອຍກໍ່ບໍ່ໄດ້ເລັ່ງກ່ອງ ໄປທີ່ກະປອມໂຕນີ້ດອກ ແຕ່ໄດ້ໄລຍະໜຶ່ງມັນກໍ່ນັ່ງງຽບ ແລະ ມັນກໍ່ຈັບໃບໄມ້ໃນທ່າຕິດກິຕ່າຢູ່ແບບນັ້ນ ບໍ່ຍອມໜີໄປໃສ” ມັນຊ່າງເປັນພາບທີ່ລົງໂຕເໝາະເຈາະແທ້ໆ

ກປ

 

ຮູບຂອງຊ່າງພາບ ແລະ ເພື່ອນໆ

ຫກກ

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...