spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານ​ເຮັດໃຫ້​ເຈັບຫົວ

ອາຫານ​ເຮັດໃຫ້​ເຈັບຫົວ

Published on

5411110203

ອາການ​ເຈັບ​ຫົວ​ຂອງ​ບາງ​ຄົນ​ຈະ​ເກີດຂຶ້ນທັນ​ທີ​ຖ້າ​ທານ​ອາຫານ​ທີ່​ມີ​ສານ​ໄທ​ລາ​ມີນ(Tyramines)ແລະນິ​ໄຊ(Nitrite)ເຂົ້າໄປເພາະ​ຮ່າງກາຍ​ຂອງ​ຄົນໆນັ້ນ​ມີ​ຄວາມ​ໄວ​ຕໍ່​ສານ 2 ໂຕ​ນີ້ ພໍ​ໄດ້ຮັບ​ສານດັ່ງກ່າວຈະ​ເຮັດໃຫ້​ລະບົບ​ປະສາດ​ແລະ​ຫລອດ​ເລືອດ​ຫົດ​ໂຕທັນ​ທີອາຫານ​ທີ່​ມີ​ສານ2ຊະນິດ​ນີ້​ຢູ່​ຫລາຍ​ກໍ່ຄື

1.ຊັອກ​ໂກ​ແລດໂດຍ​ສະເພາະ​ຄົົນທີ່​ເປັນ​ໄມ​ເກນກິນເມື່ອໃດ​ຈະເປັນ​ທຸກ​ເທື່ອຍົກ​ເວັ້ນ​ຊັອກ​ໂກ​ແລດ​ຂາວ​ຊຶ່ງ​ມີ​ນົມ​ເປັນ​ສ່ວນ​ປະກອບ​ຫລັກ​ຫລາຍ​ກວ່າ

2.ໃສ້ອົ່ວ​ແລະ​ຊີ້ນຫລອດເພາະ​ສີ​ແດງ​ຂອງ​ອາຫານ2ຊະນິດ​ນີ້ມາ​ຈາກ​ການ​ຕື່ມສານໂປຕັດຊຽມໄນເຕຣດ​ລົງ​ໄປໂດຍ​ບໍ່​ຮູ້​ວ່າ​​ສານໂປຕັດຊຽມໄນເຕຣດນີ້​ແຫລະມີ​ສານNitriteລະ​ດັບສູງ

  1. ລູກ​ຊິ້ນ​ບໍ່ແມ່ນ​ທຸກ​ຮ້ານແຕ່​ກໍ​ເປັນ​ສ່ວນ​ໃຫຍ່​ທີ່​ຄົນ​ເຮັດ​ລູກ​ຊິ້ນ​ຈະ​ໃສ່​ສານ​ບໍ​ແລັກ​ລົງ​ໄປ​ນໍາ​ເພື່ອ​ຊ່ວຍ​ໃຫ້​ລູກ​ຊິ້ນ​ເດັ້ງ​​ໄດ້​ດີ​ຂຶ້ນທັງ​ໆທີ່​ບໍ​ແລັກ​ເປັນ​ສານ​ກໍ່​ມະ​ເຮັງ
  2. ສານ​ໃຫ້​ຄວາມ​ຫວານ​ແທນ​ນ້ຳ​ຕານຜົນ​ການ​ວິ​ໄຈ​ວ່າ​ຄົົນທີ່​ເປັນ​ໄມ​ເກນ​ຈະ​ເຈັບ​ຫົວ​ເມື່ອ​ກິນ​ສານ​ຊະນິດນີ້
  3. ວາຍ​ແດງໃນ​ວາຍແດງ​ກໍ​ມີ​ໄທ​ລາ​ມີນ,ກັບ​ນິ​ໄຊບໍ່ໜ້ອຍ​ສະ​ນັ້ນ​ບໍ່​ດື່ມ​ດີແລ້ວດີ

ນອກ​ຈາກ​ນີ້​ສຳລັບ​ຄົົນທີ່​ເຈັບຫົວ​ເພາະ​ໄມ​ເກນຍັງ​ຕ້ອງ​ຫລີກລ້ຽງ​ອາຫານ​ຕໍ່ໄປ​ນີ້​

– ຊັອກ​ໂກ​ແລດ,ເນີຍ,ຖົ່ວ,ໃສ້ກອກ

– ຊີ້ນປິ້ງຊີ້ນທີ່​ໃສ່​ເຄື່ອງ​ເທດ​ຫລາຍ​ໆອາຫານ​ມັນໆ,ສະອິວ,ແປ້ງແນວ,ຊີ້ນງົວ

– ເຄື່ອງ​ດື່ມ​ທີ່​ມີ​ຄາ​ເຟ​ອີນ

– ຢາ​ແກ້​ພະຍາດ​ຄວາມ​ດັນ,ຢາ​ປິ່ນປົວ​ກະເພາະCimetidineຢາ​ຄຸມ​ກຳ​ເນີດ

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...