spot_img
Homeຂ່າວການສຶກສາສະ​ຖາ​ບັນ​ອາ​ຊີ​ວະ​ສຶກ​ສາ 6 ແຫ່ງ ທົດລອງຮຽນພາສາອັງກິດ ຜ່ານລະບົບອອນລາຍ

ສະ​ຖາ​ບັນ​ອາ​ຊີ​ວະ​ສຶກ​ສາ 6 ແຫ່ງ ທົດລອງຮຽນພາສາອັງກິດ ຜ່ານລະບົບອອນລາຍ

Published on

20150227135544

ບໍລິສັດ ແມັກ​ຊິວ​ລອນ ຈຳກັດ ປະເທດ​ໄທ ແລະ ບໍລິສັດ ແມັກ​ຊິວ​ລອນ ຈຳກັດ ປະຈຳລາວ ໃຫ້ການ​ສະໜັບສະໜູນ​ລະຫັດ​ນຳ​ໃຊ້ສື່​ການ​ຮຽນ​ພາສາອັງກິດ​ອອນ​ລາຍ ຈຳນວນ 300 ລະຫັດ ລວມ​ມູນ​ຄ່າ 600 ລ້ານກີບ ໃຫ້​ແກ່​ໂຮງຮຽນວິທະຍາໄລອາຊີວະ​ສຶກ​ສາ ຈຳນວນ 6 ສະຖາ​ບັນ ສຳລັບ​ນຳ​ໃຊ້​ໃນ​ໂຄງການທົດ​ລອງ​ໃຊ້​ພາສາ​ອັງກິດ​ອອນລາຍ ເພື່ອ​ເພີ່ມ​ສັກກະ​ຍະ​ພາບດ້ານ​ພາສາ​ອັງກິດ ໃຫ້​ແກ່​ປະຊາຊົນ​ລາວ ຮອງ​ຮັບ​ການ​ເຂົ້າ​ເປັນປະຊາ​ຄົມ​ເສດຖະກິດອາ​ຊຽນ (AEC).

ພິທີ​ມອບ-ຮັບ​ໃຫ້ການ​ສະໜັບ​ສະ​ໜູນ​ດັ່ງກ່າວ ຈັດ​ຂຶ້ນ​ວັນ​ທີ 27 ກຸມພາ 2015 ຜ່ານ​ມາ ທີ່ວິທະຍາໄລ​ເຕັກນິກ​ປາກ​ປ່າ​ສັກ ໂດຍ​ກ່າວ​ມອບ​ຂອງ​ທ່ານ ທີ​ຣະທະ​ວັດ ສີ​ທະ​ວັດ ປະທານ​ບໍລິສັດ ແມັກ​ຊິວ​ລອນ ຈຳກັດ ປະເທດ​ໄທ ແລະ ກ່າວ​ຮັບ​ແມ່ນ 6 ສະ​ຖາ​ບັນການ​ສຶກ​ສາ ຄື: ວ.ລ ເຕັກນິກປາກ​ປ່າ​ສັກ ວ.ລ ສັບພະ​ວິຊາ ວ.ລ ເຕັກນິກ​ວິຊາ​ຊີບ​ມິດຕະພາບວຽງ​ຈັນ-ຮ່າ​ໂນ້ຍ ສະ​ຖາ​ບັນ​ພັດທະ​ນາ​ອາຊີວະ​ສຶກ​ສາ ໂຮງຮຽນເຕັກນິກ​ລາວ-ເຢຍ​ລະ​ມັນ ແລະ ພາກ​ວິຊາ​ສ້າງ​ຄູ​ອາຊີວະ​ສຶກ​ສາ (ຄະນະ​ວິສະວະກຳ​ສາດ) ໂດຍການ​ເຂົ້າ​ຮ່ວມ​ຂອງ​ທ່ານ ນະ​ຣິໂຣດ ເຟື່ອງ​ຣະ​ບິວ ເອກ​ອັກ​ຄະ​ຣາຊະ​ທູດ​ໄທ ປະຈຳ​ລາວ ທ່ານ ໜູພັນ ອຸດ​ສາ ຫົວໜ້າ​ກົມ​ອາຊີວະສຶກ​ສາ ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ພ້ອມ​ດ້ວຍ​ຄະນະ​ອຳນວຍ​ການ ຄູ-ອາຈານ ແລະ ແຂກ​ຖືກ​ເຊີນ.

ທ່ານ​ຫົວໜ້າ​ກົມ​ອາຊີວະ​ສຶກສາ ກ່າວ​ວ່າ: ສຳລັບ​ການ​ໃຊ້​ພາສາ​ອັງກິດ​ແບບ​ອອນ​ລາຍ​ນີ້ ເປັນນະ​ວັດຕະ​ກຳ​ໜຶ່ງ​ທີ່​ທາງ​ບໍລິສັດດັ່ງກ່າວ ​ໄດ້​ຄົ້ນຄວ້າ​ໂປຣ​ແກມ ຫຼື ເນື້ອ​ຫາ​ຕ່າງໆ​ລົງ​ໃນ​ສື່​ອອນລາຍ ເຊິ່ງ​ປັດຈຸບັນ​ນີ້ ສັງຄົມ​ເຮົາແມ່ນ​ນຳ​ໃຊ້​ສື່​ນີ້​ຫຼາຍ​ພໍ​ສົມຄວນ ເພື່ອ​ກ້າວ​ເຂົ້າ​ສູ່​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ທ້າຍ​ປີ​ນີ້ ດັ່ງນັ້ນ ພວກ​ເຮົາ​ຈະ​ຕ້ອງ​ໄດ້​ຮຽນ​ຮູ້​ພາສາ​ອັງກິດ​ນີ້​ຫຼາຍ​ຂຶ້ນ ເພື່ອ​ໃຫ້​ສາມາດ​ເຊື່ອມ​ໂຍງ​ກັບ​ບັນດາ​ປະເທດ​ຕ່າງໆ​ໃນ​ພາກ​ພື້ນ ແລະ ສາກົນ ທັງ​ນີ້ກໍ່​ເພື່ອ​ຊ່ວຍ​ໃຫ້​ນັກຮຽນ ນັກ​ສຶກ​ສາ​ຂອງ​ພວກ​ເຮົາ ພາຍຫຼັງ​ທີ່​ເຂົາເຈົ້າ​ຮຽນ​ຈົບ​ໄປແລ້ວ ເພື່ອ​ນຳໄປ​ປະກອບ​ອາຊີບຂອງ​ເຂົາເຈົ້າ ພັດທະນາ​ຄອບຄົວ ກໍ່​ຄື​ສັງຄົມ​ໃນ​ອະນາຄົດ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

ບົດຄວາມຫຼ້າສຸດ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...

ຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ

ຖວທ ແຂວງຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ອີງຕາມແຈ້ງການຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ລົງເມື່ອວັນທີ 12 ມິຖຸນາ 2025...

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ...

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງສູງເຖິງ 51.9 ອົງສາ

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ ຂະນະດຍວກັນຄຸນນະພາບອາກາດກໍຢູ່ໃນລະດັບ ບໍ່ດີ ດັດສະນີຄຸນນະພາບອາກາດຢູ່ທີ 245 ເຊິ່ງສູງເກີດເກນມາດຕະຖານ ສົ່ງຜົນກະທົບຕໍ່ສຸຂະພາບະຊາຊົນ. ໃນວັນທີ 11 ມິຖຸນາ 2025...