spot_img
Homeນານາສາລະດື່ມນໍ້າຕົ້ມ! ທີ່ຕົ້ມຄືນໃໝ່ຫຼາຍໆຄັ້ງ ອາດໃຫ້ໂທດແກ່ຮ່າງກາຍໃດ້...

ດື່ມນໍ້າຕົ້ມ! ທີ່ຕົ້ມຄືນໃໝ່ຫຼາຍໆຄັ້ງ ອາດໃຫ້ໂທດແກ່ຮ່າງກາຍໃດ້…

Published on

ດື່ມນໍ້າຕົ້ມ! ທີ່ຕົ້ມຄືນໃໝ່ຫຼາຍໆຄັ້ງ ອາດໃຫ້ໂທດແກ່ຮ່າງກາຍໃດ້…

 

Steam-Kettle_1

ນໍ້າເຢັນທີ່ເຮົານໍາເອົາມາຕົ້ມເຊັ່ນວ່າ ນໍ້າປະປາ ຫຼື ນໍ້າບາດານ ແລະ ອຶ່ນໆ… ຈະມີແຮ່ທາດຫຼາຍຊະນິດ ເມື່ອຕົ້ມຮ້ອນແລ້ວຮ້ອນອີກ(ຕົ້ມສຸກແລ້ວປະໄວ້ໃຫ້ເຢັນ ແລະ ນໍາເອົາມາຕົ້ມຄືນໃໝ່ອີກ) ຫຼາຍໆຄັ້ງ ນໍ້າຈໍານວນຫຼາຍຈະລະເຫີຍອາຍສ່ວນທີ່ເຫຼືອຈຶ່ງມີປະລິມານແຮ່ທາດຊະນິດຕ່າງໆ ຢູ່ເຂັ້ມຂົ້ນຂຶ້ນຫຼາຍ ແລະ ເກີນມາດຕະຖານການບໍລິໂພກ ຂອງຮ່າງກາຍ.

ac

ນໍ້າທີ່ຕົ້ມ ຮ້ອນ-ຝົດເປັນເວລາດົນໆ ໄອອອນຂອງ ຊິລເວີຣ໌ໄນເຕຣຕ ທີ່ຢູ່ໃນນໍ້າ ຈະປ່ຽນເປັນຊິນເວີຣ໌ໄນໄຕຣ໌ທ໌ ຊຶ່ງເປັນສານທີ່ໃຫ້ໂທດແກ່ຮ່າງກາຍ ແລະ ແຮ່ທາດບາງຢ່າງ ທີ່ເປັນໂທດຕໍ່ຮ່າງກາຍຂະມີປະລິມານເພີ່ມຂຶ້ນເພາະ ການລະເຫີຍອາຍຂອງນໍ້າ ແລະ ອາດຈະຫຼາຍຈົນເກີນຂີດຈໍາກັດ ຄວາມສາມາດຂອງຮ່າງກາຍໃນການກໍາຈັດຂັບຖ່າຍອອກມາ, ສະນັ້ນ ຈຶ່ງ ບໍ່ຄວນດື່ມນໍ້າທີ່ຕົ້ມແລ້ວຕົ້ມອີກ ຊໍ້າຫຼາຍໆຄັ້ງ ໂດຍສະເພາະການຕົ້ມບາງຄັ້ງທີ່ນໍ້າໃນໝໍຈົນບົກແຫ້ງລົງຫຼາຍຈາກການຕົ້ມ ຍິ່ງເປັນອັນຕະລາຍ.

 

BoilingWater

ບົດຄວາມຫຼ້າສຸດ

ມອບ-ຮັບງົບປະມານ ໃນການສ້ອມແປງເສັ້ນທາງ 16B ໄລຍະທາງ 8 ກິໂລແມັດ

ກຽມສ້ອມແປງເສັ້ນທາງ 16B ດ້ວຍງົບປະມານມູນຄ່າ 445.053,17 ໂດລາສະຫະລັດ ໃນວັນທີ 22 ເມສາ ນີ້ ທີ່ຫ້ອງປະຊຸມ ພະແນກໂຍທາທິການ ແລະ ຂົນສົ່ງແຂວງເຊກອງ ໄດ້ມີພິທີມອບ-ຮັບງົບປະມານ ໃນການສ້ອມແປງເສັ້ນທາງ...

ກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025.

ຫສນຍ ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025. ໃນຕອນເຊົ້າວັນທີ 21 ເມສາ 2025 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບການນໍາພາ-ຊີ້ນໍາວຽກງານຮອບດ້ານ...

ແຈ້ງການສະພາບອາກາດປະຈຳວັນທີ 23 ເມສາ 025

ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 23/04/2025 ຫາ ເວລາ 07 ໂມງ ຂອງວັນທີ 24/04/2025. ຄວາມກົດດັນຕໍ່າຂອງອາກາດຮ້ອນມີກໍາລັງປານກາງ ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມ ຕາເວັນຕົກພັດປົກຄຸມເປັນສ່ວນໃຫຍ່,...

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...