spot_img
Homeນານາສາລະແຂ້ວງາມດ້ວຍວາຍ

ແຂ້ວງາມດ້ວຍວາຍ

Published on

34_20091030093256.

ຂ່າວ​ນີ້​ເຮັດໃຫ້​ຄົນທີ່ມັກດື່ມ​ວາຍ​ດີ​ໃຈ​ຂຶ້ນ​ນຳຈາກ​ແຕ່ກ່ອນ​ທີ່​ນັກ​ວິ​ໄຈ​ຊາວ​ຝຣັ່ງ​​ຄົ້ນ​ພົບ​ວ່າ​ການ​ດື່ມ​ວາຍ​ແດງ​ມື້​ລະ1ຈອກອາດ​ຊ່ວຍ​ຫລຸດ​ຄວາມ​ສ່ຽງ​ຂອງ​ພະຍາດ​ຫົວ​ໃຈ​ເນື່ອງ​ຈາກ​ໃນ​ຜິວ​ແລະ​ເມັດ​ຂອງ​ລາແຊັງ​ອຸດົມ​ດ້ວຍ​ສານ​ຟະ​ລາ​ໂວ​ນອຍລ່າ​ສຸດ​ນີ້​ວາລະ​ສານ American Journal of Agricultural and food Chemistry ໄດ້​ລາຍ​ງານ​ວ່າ ນັກ​ວິທະຍາ​ສາດ​ຈາກ​ມະຫາ​ວິທະຍາ​ໄລ​ພາ​ເວຍປະເທດ​ອີ​ຕາ​ລີອອກ​ມາ​ເປີດ​ເຜີຍ​ເຖິງ​ຜົນ​ຂອງ​ການ​ດື່ມ​ວາຍ​ຂາວ​ຫລື​ວາຍ​ແດງ​ມື້​ລະ 1 ຈອກເປັນ​ປະຈຳ​ມີ​ສ່ວນ​ຊ່ວຍຫ​ລຸດ​ອັດຕາ​ສ່ຽງ​ໃນ​ການ​ເກີດ​ແຂ້ວແມງພະຍາດ​ກ່ຽວກັບ​ເຫືອກແລະ​ຍັງ​ຊ່ວຍ​ປິ່ນປົວ​ອາການ​ເຈັບ​ຄໍ​ນໍາອີກເນື່ອງ​ຈາກ​ມີ​ສ່ວນ​ປະສົມ​ທີ່​ສາມາດ​ຂ້າ​ແບກ​ທີ​ເຣຍ​ໄດ້“ໃນ​ຂະນະ​ທີ່​ສັບ​ພະຄຸນ​ຂອງ​ວາຍ​ໃນ​ການ​ຂ້າ​ເຊື້ອ​ແບກ​ທີ​ເຣຍ​ເປັນ​ທີ່​ຍອມ​ຮັບ​ກັນ​ຢ່າງ​ແພ່​ຫລາຍ​ໃນ​ໝວດຊາວ​ເກລັກ​ບູຮານຊຶ່ງ​ມັກ​ຈະ​ໃຊ້​ວາຍ​ໃນ​ການ​ປິ່ນປົວ​ບາດແຜແຕ່​ກໍ​ມີ​ຜູ້​ເຮັດ​ການສຶກສາ​ຢ່າງ​ຈິງ​ຈັງ​ເຖິງ​ຄຸນປະໂຫຍດ​ຂອງ​ວາຍໄວ້​ໜ້ອຍ​ຫລາຍກາ​ເບ​ລີ​​ລາ ກາ​ຊະ​ຊາ​ນີ ຊຶ່ງ​ເປັນ​ຜູ້​ລິ​ເລີ່ມ​ການ​ວິ​ໄຈ​ເລື່ອງ​ນີ້​ຊຶ່ງ​ລາວ​ຍັງ​ກ່າວ​ເສີມ​ອີກວ່າໂດຍ​ພາບ​ລວມ​ແລ້ວ​ການ​ວິ​ໄຈ​ເທື່ອ​ນີ້​ບອກໃຫ້​ເຫັນ​ວ່າ​ສ່ວນ​ປະສົມ​ທີ່​ໃຊ້​ໃນ​ການເຮັດ​ວາຍ​ຈະ​ເຮັດ​ຫນ້າທີ່​ປຽບ​ເຫມືອນ​ແອນ​ຕີ​ໄມ​ໂຄ​ແບກ​ທີ​ເຣຍ Streptococci ອັນ​ເປັນ​ຕົວ​ການ​ສຳຄັນ​ທີ່​ເຮັດໃຫ້​ເກີດ​ແຂ້ວພຸ​ແລະ​ແບກ​ທີ​ເຣຍ​ທີ່​ອາໄສ​ຢູ່ໃນ​ຊ່ອງ​ທາງເດີນ​ຫາຍ​ໃຈ

ນອກ​ຈາກ​ຊ່ວຍ​ທຳລາຍ​ເຊື້ອ​ແບກ​ທີ​ເຣຍ​ທີ່​ກໍ່​ໃຫ້​ເກີດ​ແຂ້ວແມງ​ແລ້ວສ່ວນ​ປະສົມ​ຂອງ​ວາຍ​ຍັງ​ຊ່ວຍ​ຍັບ​ຢັ້ງ​ການ​ເຕີບໂຕ​ຂອງ​ເຊື້ອ​ແບກ​ທີ​ເຣຍ​ຊື່ S. pyogenes ທີ່​ອາໄສ​ຢູ່ໃນ​ຊ່ອງ​ທາງເດີນ​ຫາຍ​ໃຈ​ຊຶ່ງ​ສາມາດ​ກໍ່​ໃຫ້​ເກີດ​ອາການ​ເຈັບ​ຄໍ​ແລະ​ເປັນ​ໄຂ້​ໄດ້ ກ່ອນ​ໜ້າ​ນີ້​ກໍ​ມີ​ງານ​ວິ​ໄຈ​ຂອງ​ຫລາຍ​ປະເທດ​ທີ່​ກ່າວເຖິງ​ປະໂຫຍດ​ຂອງ​ວາຍເປັນ​ຕົ້ນ​ວ່າ​ນັກ​ວິ​ໄຈແອັດສະປາຍ​ແນະ​ນໍາວ່າ​ການ​ດື່ມ​ວາຍແດງ​ອາດ​ຊ່ວຍ​ຫລຸດຜ່ອນ​ຄວາມ​ແກ່ຫລັງ​ພົບ​ສານ​ເມ​ລາ​ໂທ​ນິນ​ໃນ​ຜິວ​ລາແຊັງລວມ​ເຖິງ​ອາຫານ​ອີກ​ຫລາຍ​ຊະນິດເຊັ່ນຫອມ​ຫົວ​ໃຫຍ່,ເຂົ້າແລະ​ເຊີ​ລີ ສາມາດ​ປົກ​ປ້ອງ​ຈຸລັງ​ຈາກ​ການ​ຖືກ​ທຳລາຍ​ຕາມ​ອາ​ຍຸ​ໄຂ​ທີ່​ເພີ່ມ​ຂຶ້ນຊຶ່ງ​ຄວນ​ຈະ​ເລີ່ມ​ກິນ​ຕັ້ງ​ແຕ່​ອາ​ຍຸ​​ເຂົ້າ 30 ປີ ຢ່າງໃດ​ກໍ​ຕາມ​ການ​ດື່ມ​ວາຍ​ຊຶ່ງ​ເປັນ​ເຄື່ອງ​ດື່ມ​ແອວກໍ​ຮໍ​ກໍ​ມີ​ໂທດ​ຕາມ​ມາ​ເຊັ່ນ​ກັນດັ່ງ​ນັ້ນ​ຖ້າ​ເຊື່ອ​ໃນ​ງານ​ວິ​ໄຈ​ແລ້ວ​ຄວນ​ຈະ​ດື່ມ​ພຽງ​ມື້​ລະ 1 ຈອກເທົ່າ​ນັ້ນ​ເຖິງ​ຈະ​ເປັນ​ຢາ​ປິ່ນປົວພະຍາດໄດ້

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...