spot_img
Homeຂ່າວການພັດທະນາຍີ່ປຸ່ນ ຊ່ວຍ 82 ພັນກວ່າໂດລາ ສ້າງຂົວຈົມ ຢູ່ແຂວງສະຫວັນນະເຂດ

ຍີ່ປຸ່ນ ຊ່ວຍ 82 ພັນກວ່າໂດລາ ສ້າງຂົວຈົມ ຢູ່ແຂວງສະຫວັນນະເຂດ

Published on

savan

ຂປລ. ລັດຖະບານ​ຍີ່ປຸ່ນ ​ໄດ້​ຕົກລົງ​ໃຫ້ການ​ຊ່ວຍ​ເຫລືອ​ລ້າ ​ແກ່​ລັດຖະບານ​ລາວ ຈຳນວນ 82.271 ​ໂດ​ລາ​ສະຫະລັດ ຫລື ປະມານ 600  ລ້ານກວ່າກີບ ​ເພື່ອ​ສ້າງ​ຂົວ​ຈົມ ​ຄອນ​ກີດ 2 ​ແຫ່ງ ​​ແລະ ​ສ້ອມ​ແປງ​ເສັ້ນທາງ​ ມີ​ຄວາມ​ຍາວ 5 ກິ​ໂລ​ແມັດຢູ່ 4 ບ້ານເຂດ​ຊຸມ​ຊົນຄື: ບ້ານ​ເຫລົ່າ​ໃຫຍ່, ບ້ານ​ແມດ, ບ້ານ​ໂພນ ​ແລະ ບ້ານໜອງບົວທອງ ​ເມືອງ​ອຸ ທຸມພອນ ​ແຂວງ​ສະຫວັນ​ນະ​ເຂດ. ​ແນ​ໃສ່​ການ​ສົ່ງ​ເສີມ​ການ​ບໍລິການ​ຂັ້ນ​ພື້ນຖານ​ຂອງ​ປະຊາຊົນ​ ​ແລະ ອຳນວຍ​ ຄວາມ​ສະດວກ​ ໃນ​ການ​ບໍລິການ-ຂົນ​ສົ່ງ​ສິນຄ້າ, ການໄປມາຫາສູ່​ເຊິ່ງກັນ ​ແລະ ກັນ. ລວມທັງ​ການ​ນຳ​ໃຊ້​ໄປ​ໂຮງຮຽນ, ສຸກສາລາ ​ແລະ ອື່ນໆ ​ເຊິ່ງມີ​ອາຍຸ​ໃຊ້​ງານ​ກວ່າ 25 ປີ ​ແລະ ປະກອບ​ມີ​ຂົວ​ໄມ້​ທີ່​ແຕກ​ຫັກ ທີ່​ສົມຄວນ​ຈະ​ໄດ້​ຮັບ​ການ​ປັບປຸງ​. ​ເມື​່ອຂົວ​ຈົມ​ທັງ​ສອງ​ແ​ຫ່ງ​ແລະ ​ການ​ສ້ອງ​ແປງ​ທາງສຳ​ເລັດ ປະຊາຊົນ​​ປະມານ 4.000 ຄົນ ທີ່​ອາ​ໄສ​ຢູ່​ບ້ານ​ຕ່າງໆ ລວມທັງ​ນັກຮຽນ ປະມານ 250 ຄົນ ຈະ​ໄດ້​ຊົມ​ໃຊ້​ຢ່າງ​ສະດວກ​ສະບາຍ​ຂຶ້ນ​ກວ່າ​ເກົ່າ.

ພິທີ​ລົງ​ນາມ​ການ​ຊ່ວຍ​ເຫລືອ​ຄັ້ງ​ນີ້ ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 25 ກຸມພາ 2015 ທີ່​ນະຄອນຫລວງ​ວຽງຈັນ ລະ​ຫວ່າງ​ທ່ານ ວົງ​ວິ​ສັກ ສອນ​ໄຟ​ທອງ ຫົວໜ້າ ຫ້ອງການ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ເມືອງ​ອຸທຸມພອນ ​ແລະ ທ່ານ ຮິ​ໂຣຢູກິ ຄິ​ຊີ​ໂນະ ​ເອກອັກ​ຄະຣາ​ຊະ​ທູດ ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ປະ​ເທດ​ຍີ່ປຸ່ນ​ ປະຈຳ​ລາວ ​ໂດຍ​ມີ​ທ່ານ ດຣ. ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ພ້ອມ​ດ້ວຍພະນັກ​ກ່ຽວຂ້ອງ​ສອງ​ຝ່າຍ​ ເຂົ້າ​ຮ່ວມ.

ທ່ານ ຮິ​ໂຣຢູກິ ຄິ​ຊີ​ໂນະ ກ່າວ​ວ່າ: ​ໂຄງການ​ນີ້​ ຈະ​ຊ່ວຍ​ເພີ່ມ​ຂີດ​ຄວາມ​ສາມາດ ຂອງ​ປະຊາຊົນ ທັງ​ປະກອບ ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ ເສດຖະ ກິດ-ສັງຄົມ​ ໃນ​ຊຸມ​ຊົນ ​ ພາຍ​ໃຕ້​ໂຄງການ​ເສີມ​ສ້າງ​ ຄວາມໝັ້ນຄົງ​ຂອງ​ມະນຸດ ຂັ້ນ​ຮາກ​ຖານ​ປະ​ເທດ​ຍີ່ປຸ່ນ ຫລື GGPs. ​ໃນ​ໄລຍະ​ຜ່ານ​ມາ ລັດຖະບານ​ຍີ່ປຸ່ນ ​ໄດ້​ໃຫ້ການ​ສະໜັບສະໜູນ ຊ່ວຍ​ເຫລືອ ​ເພື່ອ​ການ​ພັດທະນາ​ ພື້ນຖານ​ໂຄງ​ລ່າງ​ ມາ​ເປັນ​ເວລາ​ຫລາຍ​ປີ ພາຍ​ໃຕ້​ໂຄງການ GGPs, ຕັ້ງ​ແຕ່​ປີ 1989 ມາ​ຮອດ​ປັດຈຸບັນ​ມີ ທັງໝົດ 471 ​ໂຄງການ, ​ໃນ​ນັ້ນ​ ມີ 35 ​ໂຄງການ​ພັດທະນາ​ ພື້ນຖານ​ໂຄງ​ລ່າງ​ຂະໜາດນ້ອຍ.

 

ແຫລ່ງ​ຂ່າວ: ສຳ​ນັກ​ຂ່າວ​ສານ​ປະ​ເທດ​ລາວ

 

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...