spot_img
Homeຂ່າວທ້ອງຖິ່ນ​ແຂວງ​ສະ​ຫວັນ​ນະ​ເຂດ ແຕ່ງ​ຕັ້ງ​ຮັກ​ສາ​ການ​ ເຈົ້າ​ເມືອງ​ອາດ​ສະ​ພອນ

​ແຂວງ​ສະ​ຫວັນ​ນະ​ເຂດ ແຕ່ງ​ຕັ້ງ​ຮັກ​ສາ​ການ​ ເຈົ້າ​ເມືອງ​ອາດ​ສະ​ພອນ

Published on

251

ຂປລ. ​ແຂວງ​ສະຫວັນ​ນະ​ເຂດ ​ໄດ້​ຕົກລົງ​ແຕ່ງ​ຕັ້ງ ທ່ານ ບົວ​ລີ ຈັນ​ສີ ຮອງ​ເລຂາ​ພັກ​ເມືອງ ​ອາດ​ສະ​ພອນ ​ເປັນ​ຜູ້ຮັກສາ​ການ​ເລຂາ​ພັກ​​ເມືອງ ​ເຈົ້າ​ເມືອງ​ໆອາດ​ສະ​ພອນ ຄົນ ​ໃໝ່ ​ແທນ​ຜູ້​ເກົ່າ​ທີ່​ເສຍ​ຊີວິດ​ ຕາມມະຕິ​ຕົກລົງ​ຂອງ​ຄະນະ​ປະຈຳ​ພັກ​ແຂວງ ​ແລະ ການ​ຕົກລົງ​ຂອງທ່ານ​ເຈົ້າ​ແຂວງໆ​ສະຫວັນ​ນະ​ເຂດ ​ເຊິ່ງ​ພິທີ​ປະກາດ​ການຈັດ​ຕັ້ງ​ໄດ້​ຈັດ​ຂຶ້ນ​ ໃນ​ວັນ​ທີ 23 ກຸມພາ 2015 ນີ້ ​ໂດຍ​ມີ ທ່ານ ລາ​ຫຸນ​ ມາ​ຜາງ​ວົງ ກຳມະການ​ປະຈຳ​ພັກ​ແຂວງ, ຫົວໜ້າ​ຄະນະ​ໂຄສະນາ-ອົບຮົມ​ແຂວງ .

ທ່ານ ບົວ​ລີ ຈັນ ​ສີ ​ໃຫ້​ສຳພາດ​ວ່າ: ຕົນ​ຈະ​ສູ້​ຊົນ​ເຮັດ​ໃຫ້ການ​ຊີ້​ນຳໆພາ​ ວຽກ​ງານ​ແຕ່​ລະ​ດ້ານ​ ພາຍ​ໃນ​ເມືອງ​ໃຫ້​ປະສົບ​ຜົນສຳ​ເລັດ ​ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ເມືອງກຳນົດ​ໄວ້ ສິ່ງສຳຄັນ​ແມ່ນ​ຈະ​ເປັນ​ແບບຢ່າງ​ນຳ​ໜ້າ ໃຫ້​ຄະນະ​ພັກ-ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ຕະຫລອດ​ຮອດພໍໍ່ແມ່​ປະຊາຊົນ ​ພາຍ​ໃນ​ເມືອງອາດ​ສະ​ພອນ ​ເຊິ່ງ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ ກໍຕ້ອງ​ໄດ້​ຮັບ​ການ​ຊີ້​ນຳ ຈາກ​ຄະນະ​ພັກ ຂັ້ນ​ເທິງ ​ກໍຄື ອຳນາດ​ການ​ປົກ ຄອງ​ທ້ອງ​ຖິ່ນ ​ໂດຍ​ຈະ​ສ້າງ​ຄວາມ​ສາມັກຄີ​ ໃຫ້​ເປັນ​ປຶກ​ແຜ່ນ ຢຶດໝັ້ນ​ແນວທາງ​ ຂອງ​ພັກ​ແຕ່ລະ​ໄລຍະ.

 

ແຫລ່ງ​ຂ່າວ: ສຳ​ນັກ​ຂ່າວ​ສານ​ປະ​ເທດ​ລາວ

ບົດຄວາມຫຼ້າສຸດ

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...