spot_img
Homeຂ່າວການພັດທະນາສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ້ ກໍ່​ສ້າງ​ສຳ​ເລັດ​ແລ້ວ ກຽມ​ເປີດ​ບໍ​ລິ​ການ​ທ້າຍ​ເດືອນ​ມີ​ນາ​ນີ້!

ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ້ ກໍ່​ສ້າງ​ສຳ​ເລັດ​ແລ້ວ ກຽມ​ເປີດ​ບໍ​ລິ​ການ​ທ້າຍ​ເດືອນ​ມີ​ນາ​ນີ້!

Published on

610cf7a065d3cbe27e0a2e9d43c132d7

ການພັດທະນາເຂດໜອງຈັນຕອນ ເໜືອ ມີຄວາມຄືບໜ້າດີພຽງລົງມືກໍ່ສ້າງ 2 ປີກວ່າໂຄງການໄລຍະໜຶ່ງຄືການສ້າງ ສູນຊ໋ອບປິ້ງມໍ, ຫ້ອງການທັນສະໄໝ, ໂຮງສາຍຮູບເງົາ ແລະ ສວນສາທາລະ ນະອ້ອມຂ້າງໜອງຈັນທີ່ເອີ້ນວ່າສູນ ການຄ້າວຽງຈັນເຊັນເຕີ ກໍ່ສຳເລັດ ແລະ ຈະເປີດໃຫ້ບໍລິການໃນປາຍເດືອນມີນາ ນີ້ອັນໄດ້ກາຍເປັນສີສັນໃໝ່ ສຳລັບການ ຊື້-ຂາຍຢູ່ໃຈກາງນະຄອນຫຼວງວຽງຈັນ.

ນີ້ເປັນການຮ່ວມມືລະຫວ່າງນັກທຸ ລະກິດລາວ ແລະ ນັກທຸລະກິດຈີນຄືບໍລິ ສັດກິດຕະພົງ ກຣຸບ ຈຳກັດ ແລະ ບໍລິສັດ ແຂວງຢຸນນານລົງທຶນຕ່າງປະເທດຈຳ ກັດ ລົງທຶນເຖິງ 120 ລ້ານໂດລາສະຫະ ລັດ ເພື່ອພັດທະນາເຂດໜອງຈັນຕອນ ເໜືອໃນເນື້ອທີ່ 5,3 ເຮັກຕາ ໃຫ້ເປັນສະ ຖານທີ່ທ່ອງທ່ຽວຂາຍ, ທີ່ປະຊຸມ, ທີ່ພັກ ແລະ ອື່ນໆ ໃຫ້ມີຄວາມທັນສະໄໝ ແລະ ສູນການຄ້າວຽງ ຈັນເຊັນເຕີນີ້ ກໍນອນໃນໂຄງການພັດ ທະນາດັ່ງກ່າວ.

ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານໃຫຍ່, ຜູ້ອຳນວຍການໃຫຍ່ ບໍລິສັດ ກິດຕະພົງ ກຣຸບ ຈຳກັດ, ຮອງ ປະທານສະພາບໍລິຫານ ບໍລິສັດ ພັດທະ ນາເສດຖະກິດສູນການຄ້າຄົບວົງຈອນ ໜອງຈັນຕອນເໜືອ ເປີດເຜີຍວ່າ: ການ ພັດທະນາເຂດໜອງຈັນຕອນເໜືອໄລຍະ ໜຶ່ງສ້າງສຳເລັດແລ້ວ 100% ແລະ ກຽມຈະເປີດໃຫ້ບໍລິການຢ່າງເປັນທາງ ການໃນວັນທີ 28 ມີນາ 2015 ນີ້, ປະຈຸ ບັນມີນັກທຸລະກິດກໍຄືຊາວຄ້າຂາຍຕ່າງປະເທດໄດ້ເຂົ້າມາຈັບຈອງຫ້ອງຂາຍ ກວມ 80% ແລ້ວ ໂດຍສິນຄ້າສວນໃຫຍ່ ທີ່ຈະນຳມາວາງຂາຍລ້ວນແຕ່ເປັນສິນ ຄ້າຍີ່ຫໍ້ດັງຈາກເກົາຫຼີ, ອິນໂດເນເຊຍ, ໄທ, ຈີນ, ຫວຽດນາມ ແລະ ສິນຄ້າອື່ນໆ ຈາກເອີຣົບ.

ແນວໃດກໍຕາມ ເຊື່ອວ່າສູນການຄ້າ ແຫ່ງນີ້ ຈະສ້າງບັນຍາກາດ ແລະ ສີສັນ ໃໝ່ໃຫ້ແກ່ການທ່ອງທ່ຽວ, ການຊື້-ຂາຍ ຕ່າງໆໃນລາວ ເນື່ອງຈາກວ່າ ສູນການ ຄ້າແຫ່ງນີ້ຕັ້ງໃຈກາງນະຄອນຫຼວງວຽງ ຈັນ ຊຶ່ງເປັນສູນກາງທາງດ້ານເສດຖະ ກິດ ແລະ ການເມືອງ ຊຶ່ງຈະສາມາດເຮັດ ໃຫ້ການຊື້-ຂາຍ ແລະ ການທ່ອງທ່ຽວ ໄດ້ມີບັນຍາກາດດີພໍສົມຄວນ.

ສ່ວນໂຄງການໄລຍະ 2 ທ່ານ ນາງ ອໍລະໄທ ກ່າວວ່າ: ແມ່ນຈະສືບຕໍ່ກໍ່ສ້າງ ເຮືອນເຊົ່າ (ອາພາດເມັນ) ແລະ ໄລຍະ 3 ແມ່ນຈະສ້າງໂຮງແຮມລະດັບ 5 ດາວ ແລະ ຫ້ອງປະຊຸມ ໂຄງການນີ້ລັດຖະ ບານສອງປະເທດໃຫ້ການສະໜັບສະ ໜູນຢ່າງເຕັມທີ່ ເພື່ອຊ່ວຍໃຫ້ເກີດເປັນ ຮູບປະທຳຖືກນຳໃຊ້ໃຫ້ເກີດປະໂຫຍດ ສູງສຸດແກ່ລັດຖະບານ ແລະ ຜູ້ລົງທຶນ.

 

ແຫລ່ງ​ຂ່າວ: ເສດ​ຖະ​ກິດ – ສັງ​ຄົມ

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...