spot_img
Homeຂ່າວທ້ອງຖິ່ນແຂວງວຽງ​ຈັນ ອາດ​ຈະ​ລວງ​ຄອງ​ນ້ຳ​ແຈ້ງ ປ້ອງ​ກັນ​ນ້ຳ​ຖ້ວມ​ນາ​ປະ​ຊາ​ຊົນ

ແຂວງວຽງ​ຈັນ ອາດ​ຈະ​ລວງ​ຄອງ​ນ້ຳ​ແຈ້ງ ປ້ອງ​ກັນ​ນ້ຳ​ຖ້ວມ​ນາ​ປະ​ຊາ​ຊົນ

Published on

e03ddabab97170230f4f72ea577d020b

ນ້ຳແຈ້ງເປັນອ່າງເກັບນ້ຳທີ່ມີປະຕູປິດ-ເປີດ ແລະ ມີລະບົບຊົນລະປະທານຈັກສູບນ້ຳຈຳນວນ 10 ແຫ່ງສະໜອງນ້ຳເຂົ້າເນື້ອທີ່ນາຂອງປະຊາຊົນເມືອງວຽງຄຳ ແລະ ເມືອງໂພນໂຮງ  ຈຳນວນເກືອບ 1.000 ເຮັກຕາ ແຕ່ຍ້ອນໃຊ້ງານມາຫຼາຍປີເຮັດໃຫ້ຄອງ ຕື້ນເຂີນ, ມີສິ່ງກີດຂວາງຕໍ່ການໄຫຼ ຂອງນ້ຳບໍ່ສະດວກ, ລະດູຝົນເນື້ອທີ່ທຳ ການຜະລິດຂອງປະຊາຊົນ   ຊຶ່ງລວມທັງ ນາສວນ ແລະ ອື່ນໆຖືກນ້ຳຖ້ວມ1.926 ເຮັກຕາເພື່ອແກ້ໄຂບັນຫານີ້ຂະແໜງ ຊົນລະປະທານແຂວງວຽງຈັນ, ຮ່ວມກັບ ກົມຊົນລະປະທານ ແລະ ສະຖາບັນຊົນ ລະປະທານ ແລະ ການລະບາຍແຫ່ງປະເທດຍີ່ປຸ່ນໄດ້ມີການລົງສຳຫຼວດພື້ນທີ່ຕົວຈິງ ແລະ ມີຜົນສະຫຼຸບອອກມາວ່າວິທີແກ້ໄຂຜົນ ຂອງນ້ຳຖ້ວມີທີ່ດີທີ່ສຸດນັ້ນຄືຕ້ອງໄດ້ມີການລວງຄອງນ້ຳແຈ້ງ ຊຶ່ງອາດຕ້ອງ ໃຊ້ງົບປະມານເຖິງ 1,8 ລ້ານກວ່າ ໂດລາ.

ການດຳເນີນງານກ່ຽວກັບວຽກ ງານດັ່ງກ່າວໃນຕົ້ນປີນີ້ ໂດຍແມ່ນສະ ຖາບັນຊົນລະປະທານ ແລະ ການລະບາຍຂອງຍີ່ປຸ່ນເປັນຜູ້ສະໜອງທຶນໃຫ້; ການປຶກສາຫາລືຄັ້ງຫຼ້າສຸດໄດ້ມີຂຶ້ນໃນວັນທີ 24 ກຸມພາທີ່ຜ່ານມາຢູ່ວິນລາທ່າ ໂພໄຊ, ໂດຍ ທ່ານ ທອງພູນ ພັນທະວົງຫົວໜ້າຂະແໜງຊົນລະປະທານແຂວງ ວຽງຈັນຊີ້ວ່າຕາມການລົງ ສຳຫຼວດຮ່ວມກັນລະຫວ່າງສາມພາກສ່ວນຄື: ກົມຊົນລະປະທານ, ຂະແໜງຊົນລະປະທານແລະ ສະຖາບັນຊົນລະປະທານ ແລະ ການລະບາຍແຫ່ງປະເທດຍີ່ “ປຸ່ນໃນໄລຍະຜ່ານມາພໍສະຫຼຸບໄດ້ສາເຫດທີ່ພາໃຫ້ນ້ຳຖ້ວມເນື້ອທີ່ນາຂອງປະຊາ ຊົນບໍລິເວນອ່າງນ້ຳແຈ້ງເປັນຍ້ອນ ການຕົກຕະກອນຕື້ນເຂີນ, ເກີດມີດອນ ຊາຍກາງນ້ຳ, ສຸມໄຜ່, ແລະ ຕົ້ນໄມ້ເກີດຂຶ້ນຫຼາຍເຮັດໃຫ້ການໄຫຼຂອງນ້ຳ ບໍ່ສະດວກ, ມີສະພາບນຳຖ້ວມໃນລະດູ ຝົນຢູ່ຕອນເທິງນ້ຳ ແລະ ສາຂານ້ຳແຈ້ງ,ພາຍຫຼັງນ້ຳຝົນຕົກໜັກມີນ້ຳຂັງຢູ່  ເຂດທົ່ງຮາບ ແລະ ໂພນໂຮງ, ການລະ ບາຍນ້ຳແຈ້ງລົງສູ່ນ້ຳງື່ມຕ້ອງໃຊ້ເວ ລາດົນຍ້ອນນ້ຳໄຫຼບໍ່ສະດວກ.

ສຳລັບວິທີແກ້ໄຂຕ້ອງໄດ້ມີການຂຸດລອກຄອງນ້ຳທັງໝົດ, ຂຸດລອກສະເພາະຈຸດນ້ຳແຈ້ງ, ຂຸດວັງເພື່ອດັກຕະກອນບໍລິເວນລຸ່ມນ້ຳສາຂາມາປ່ອງໃສ່ນ້ຳແຈ້ງ ເພາະມີດອນຊາຍເກີດຂຶ້ນບໍລິເວນດັ່ງ ກ່າວ ແລະ ວຽກອື່ນໆອີກ.

ແນວໃດກໍຕາມກອງປະຊຸມຄັ້ງນີ້ແມ່ນເປັນການສ້າງຄວາມເປັນເອກະ ພາບຮ່ວມກັນລະຫວ່າງລັດກັບປະຊາຊົນທາງດ້ານບັນຫາ,ວິທີການແກ້ໄຂ, ການສ້າງລະບົບເຕືອນໄພ; ສ່ວນການກໍ່ສ້າງຕົວຈິງຍັງເປັນຂອດຂອງວິຊາການ ທີ່ຕ້ອງດຳເນີນການຢ່າງລະອຽດຕາມ ລະບຽບການຕໍ່ໄປ.

 

ແຫລ່ງ​ຂ່າວ: ເສດ​ຖະ​ກິດ – ສັງ​ຄົມ

ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...