ໝາກໄມ້ ໃໝ່!! ໝາກນາວ ນີ້ວ ຫຼື ໝາກນາວຄາເວຍຣ໌

110324nzv7gm1ozpg3smzg

ຫຼາຍຄົນອາດເຄີຍໄດ້ຍິນແຕ່ປາຄາເວຍຣ໌ ແຕ່ມື້ນີ້ຈະເອົາໝາກນາວ “ຄາເວຍຣ໌” ມານໍາສະໜີໃຫ້ຮູ້ຈັກກັນ ເຂົ້າບອກວ່າລົດຊາດກໍ່ຄືກັບໝາກນາວບ້ານເຮົາ, Finger lime ຫຼື ໝາກນາວນີ້ວ ເປັນໝາກນາວຂອງປະເທດອອສເຕຣເລຍ ແລະ ມີຫຼາຍພັນເປັນພືດພື້ນເມືອງ ມີທັງໝົດ 18 ສາຍພັນ ຂະໜາດຂອງລໍາຕົ້ນສູງ 2-7​ແມັດ

  110325ecc2hvoh7tsh02no

ໝາກນາວນີ້ວ ຈະມີຫຼາຍສີສັນ ມີລັດສະນະຄ້າຍຄືໄຂ່ປາຄາເວຍຣ໌ ໝາກ ແລະ ເນື້ອຂອງມັນຈະຫອມ ອະໂຣມ່າ ຕ່າງຈາກໝາກນາວບ້ານເຮົາ

110325rrq9q9vwqn9n4j9v

ພໍ່ຄົວມັກຈະຕົກແຕ່ງຈານອາຫານໃຫ້ເບິ່ງສວຍງາມ ຫຼື ເອົາມາເພີ່ມລົດຊາດໃຫ້ກັບອາຫານຈານເດັດ ໃຫ້ມີລົດຊາດທີ່ແຊບຖືກໃຈຫຼາຍຂຶ້ນ ຊຶ່ງກໍ່ມີສີຕາມຄວາມນິຍົມດັ່ງນີ້:

110325ms79rczdassdq9sm

ສີເຣດ ແຊມເປນ ຈະມີເປືອກແດງ ເນື້ອດ້ານໃນແດງເຂັ້ມ ລົດຊາດສົ້ມຈີ໊ດ

ພິງຄ໌ ໄອຊ໌ ເປືອກຈະປັນສີສົມພູ ເນື້ອສີສົມພູ ລົດຊາດນຸ່ມລະມູນ

ຈາລີ ເຣດ ມີເປືອກສີຂຽວອ່ອນ ເນື້ອສີແດງໃສ

ເອມເມີຣັລ ຈະມີເປືອກສີຂຽວເຂັ້ມ ເນື້ອສີຂຽວ

ເທສຕີ້ ກຣີນ ຈະມີເປືອກສີຂຽວ ເນື້ອຂາວໃສ. ຫາກນໍາເອົາໝາກນາວໄປແຊ່ເຢັນ ແລ້ວເອົາມາຂູດເປືອກເປັນຜົງປະສົມໃນ ໄອສຄຣິມ ຈະໃຫ້ກິນຫອມ

110324tqp278ul8is9plli