spot_img
Homeນານາສາລະປະໂຫຍດຂອງໝາກກ້ຽງແລະໝາກນາວ

ປະໂຫຍດຂອງໝາກກ້ຽງແລະໝາກນາວ

Published on

image

ຈາກ​ລາຍ​ງານ​ການສຶກສາ​ຂອງ​ຫລາຍ​ປະເທດເລື່ອງ​ກາ​ນບໍ​ລິ​ໂພກ​ຫມາກໄມ້​ຈຳ​ພວກ​  ໝາກ​ນາວຫລື​ໝາກກ້ຽງໃຫ້​ປະໂຫຍດ​ແກ່​ສຸຂະພາບສະຫລຸບ​ໄດ້​ວ່າ”ກິນ​ໝາກກ້ຽງ​ມື້​ລະໜ່ວຍຈະ​ຊ່ວຍ​ຂັບໄລ​ພະຍາດ​ມະ​ເຮັງ​ບາງ​ຊະນິດ​ໃຫ້​ພົ້ນ​ໂຕ​ໄປ​ໄດ້”

ນັກ​ວິ​ໄຈ​ຂອງ​ອົງການ​ວິ​ໄຈ​ວິທະຍາ​ສາດ​ແລະ​ອຸດສາຫະກຳ​ເຄືອ​ຈັກຂອງ​ລັດຖະບານ​ອົດສະຕາລີລະ​ບຸ​ວ່າການ​ກິນ​ຫມາກໄມ້​ພວກ​ໝາກນາວ​ຫລື​ໝາກກ້ຽງຈະ​ຊ່ວຍ​ປ້ອງ​ກັນ​ມະ​ເຮັງ​ຢູ່ປາກກ່ອງ​ສຽງແລະ​ກະເພາະ​ລົງ​ໄດ້​ເຄິ່ງ​ໜຶ່ງແລະ​ຍິ່ງ​ກິນ​ຜັກ​ຫມາກໄມ້​ມື້​ລະ 5 ເທື່ອ​ເປັນ​ປະຈຳ​ແລ້ວກໍ​ຈະ​ຍິ່ງ​ຊ່ວຍ​ໃຫ້​ປ້ອງ​ກັນ​ອຳ​ມະພາດ​ໄດ້​ອີກ​ພະຍາດ​ເຖິງ 19 ​ສ່ວນຮ້ອຍນໍາອີກ

ຫມາກໄມ້​ຈຳ​ພວກ​ໝາກ​ນາວ​ຫລືໝາກກ້ຽງຊ່ວຍ​ປ້ອງ​ກັນ​ພະຍາດ​ຂອງ​ຮ່າງກາຍ​ໄດ້​ເພາະ​ຄຸນສົມບັດ​ເປັນ​ຕົວ​ລ້າງ​ພິດ​ຂອງ​ມັນພ້ອມ​ທັງ​ບຳ​ລຸງ​ລະບົບ​ພູ​ມຄຸ້ມ​ພະຍາດ​ໃຫ້​ແຂງ​ແຮງ ຂັດ​ຂວາງ​ຊີ້ນຮ້າຍ​ບໍ່​ໃຫ້​ລຸກ​ລາມແລະ​ປິ່ນປົວ​ຈຸລັງ​ຊີ້ນ​ຮ້າຍ​ໃຫ້​ກັບ​ຄືນ​ດີ​ໄດ້​ນໍາອີກ​ຮູ້​ແບບນີ້​ແລ້ວຖ້າ​ຢາກ​ມີ​ສຸຂະພາບ​ແຂງ​ແຮງລອງ​ຫາ​ໝາກກ້ຽງແລະໝາກນາວ​ມາ​ກິນ​​ດີກວ່າ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...