spot_img
Homeຂ່າວການພັດທະນາມອບເຮືອນ 4 ຮ້ອຍກວ່າຫຼັງ ໃຫ້ປະຊາຊົນສອງບ້ານ ເມືອງກະລືມ ທີ່ຖຶກຍົກຍ້າຍ

ມອບເຮືອນ 4 ຮ້ອຍກວ່າຫຼັງ ໃຫ້ປະຊາຊົນສອງບ້ານ ເມືອງກະລືມ ທີ່ຖຶກຍົກຍ້າຍ

Published on

cbd819413a3e432c6bac0a7781a3802b

ພາຍຫຼັງການກໍ່ສ້າງຍົກຍ້າຍຈັດສັນເມືອງກະລຶມໃໝ່ໄດ້ດຳເນີນມາແຕ່ປີ 2012 ຈົນມາຮອດປະຈຸບັນນີ້ເຫັນວ່າມີ ຫຼາຍໜ້າວຽກທີ່ສຳເລັດແລ້ວເປັນຕົ້ນ ການປຸກສ້າງເຮືອນ ຊຶ່ງວັນທີ 19 ກຸມ ພານີ້ ກໍໄດ້ຈັດພີທີມອບ-ຮັບເຮືອນໃຫ້ແກ່ ປະຊາຊົນບ້ານແກ້ງກຸຍ, ບ້ານແກ້ງກຽນ ຂອງເມືອງກະລຶມ ແຂວງເຊກອງຂຶ້ນ ຢ່າງເປັນທາງການຢູ່ທີ່ສະໂມສອນ ເມືອງດັງກ່າວ.

ທ່ານ ແສງຈັນ ຈັນທອງສີ ຄະນະ ກອງເລຂາຄະນະກຳມະການຍົກຍ້າຍຈັດສັນ ເມືອງກະລຶມ ໃໝ່ຂັ້ນເມືອງໃຫ້ຮູ້ວ່າ: ການມອບ-ຮັບເຮືອນຄັ້ງນີ້້ຄະນະກຳມະການຍົກຍ້າຍ ຈັດສັນເມືອງກະລຶມໃໝ່ ໄດ້ຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 06/ຈຂ,ຊກ ແລະ ທິດຊີ້ ນຳຂອງທ່ານເຈົ້າເມືອງໆກະລຶມ ໃນນັ້ນໄດ້ແຕ່ງຕັ້ງຄະນະກຳມະການຮັບຜິດ ຊອບຈົກສະຫຼາກ ບ້ານໜຶ່ງອອກເປັນ 3 ຈຸດ ຊຶ່ງຈຸດທີ 1 ບ້ານແກ້ງກຽນ ນຳໂດຍທ່ານ ບົວເງິນ ພຽນດາວັນ ປະທານກວດກາພັກລັດ ເປັນປະທານ, ຈຸດທີ 2 ນຳໂດຍ ທ່ານ ສົມຫວັງ ກວດ ແກ້ວມະນີວົງ ຫົວໜ້າກອງບັນຊາການ ປກສ ເປັນປະທານ ແລະ ຈຸດທີ 3 ທ່ານ ຄຳປະເສີດ ດອຍບົວລະພາ ຫົວ ໜ້າຫ້ອງການ ຍທຂ ເປັນປະທານ.

ສ່ວນບ້ານແກ້ງກຸຍຈຸດທີໜຶ່ງ ທ່ານ ສາຍຄຳ ແກ້ວບຸນປານ ຮອງເຈົ້າເມືອງ ເປັນປະທານ, ຈຸດທີສອງ ທ່ານ ອຸດົມ ສຸກ ບຸດສວນທຽນ ຫົວໜ້າຄະນະໂຄສະ ນາອົບຮົມເມືອງເປັນປະທານ, ຈຸດທີສາມ ທ່ານ ຄຳພັນ ວົງດາລາດ ອະດີດຄະນະ ປະຈຳພັກເມືອງເປັນປະທານ.

ໂດຍເຮືອນທີ່ມອບ-ຮັບໃນຄັ້ງນີ້ມີ ທັງໝົດຈຳນວນ 439 ຫຼັງປະກອບມີ 3 ປະເພດຄື ປະເພດທີໜຶ່ງ 34 ຫຼັງ, ປະ ເພດສອງ 196 ຫຼັງ ແລະ ປະເພດສາມ 179 ຫຼັງ ເພື່ອຊົດເຊີຍໃຫ້ປະຊາຊົນ ທີ່ ຍົກຍ້າຍໄປຢູ່ເທສະບານ ເມືອງກະລຶມ ໃໝ່ໄດ້ມີບ່ອນຢູ່ອາໄສທີ່ຖາວອນ ແລະ ວັນດຽວກັນຍັງໄດ້ມອບທີ່ດິນທຳການ ຜະລິດໃຫ້ເຮືອນລະ 1 ເຮັກຕາອີກດ້ວຍ.

 

ແຫລ່ງ​ຂ່າວ: ເສດ​ຖະ​ກິດ – ສັງ​ຄົມ

 

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...