ປະຕິເສດບໍ່ໄດ້ວ່າປະຈຸບັນການເຮັດວຽກງານຂອງເຮົາມີຫລາຍປັດໄຈທີ່ເຮັດໃຫ້ສ່ຽງຕໍ່ການເກີດນິ້ວມືອ່ອນແຮງບໍ່ວ່າຈະເປັນການຍົກຂອງໜັກຫິ້ວຂອງໜັກກົດໂທລະສັບຫລືແມ່ນແຕ່ການພິມຄອມພິວເຕີດົນໆກໍອາດເປັນສາເຫດທີ່ເຮັດໃຫ້ເກີດອາການນິ້ວອ່ອນແຮງ
ນິ້ວອ່ອນແຮງຈະມີອາການຈັງຂໍ້ມືບໍ່ສາມາດຈັບບາຍຫຍັງໄດ້ສະດວກແລະຍັງຕ້ອງລະມັດລະວັງເປັນພິເສດເພື່ອຈະໄດ້ບໍ່ເກີດການຜິດພາດໃນການຈັບບາຍ
ອາຊີໃດທີ່ສ່ຽງຕໍ່ການເກີດນິ້ວມືອ່ອນແຮງ
1. ນັກກອຟສາເຫດທີ່ນັກກອຟເກີດອາການນິ້ວອ່ອນແຮງມາຈາກການທີ່ນັກກອຟຕ້ອງຊ້ອມຕີກອຟເປັນເວລາດົນ ດັ່ງນັ້ນການທີ່ນິ້ວມືນັກກອຟຈັງມືຈັບໄມ້ກອຟໄວ້ແໜ້ນຈຶ່ງເກີດເປັນນິ້ວອ່ອນແຮງໄດ້ໂດຍບໍ່ຮູ້ໂຕ
2. ໝໍນວດແຜນບູຮານສາເຫດທີ່ໝົດນວດບູຮານເກີດອາການນິ້ວລັອກມາຈາກການທີ່ໝອນວົດແຜນບູຮານຈະຕ້ອງອອກແຮງນິ້ວມືຢ່າງຫລາຍໂດຍສະເພາະນິ້ວຫົວໂປ້ມື,ຂໍ້ນິ້ວມືທີ່ສອງແລະສາມເພາະຕ້ອງໃຊ້ໃນການກົດບີບທີ່ເສັ້ນໃຫ້ກັບລູກຄ້າທີ່ເສັ້ນເຄັ່ງຕຶງ
3. ຊ່າງສາເຫດທີ່ຊ່າງເກີດອາການນິ້ວມືອ່ອນແຮງມາຈາກການທີ່ຊ່າງຕ້ອງຢູ່ກັບເຄື່ອງມືທີ່ຕ້ອງໃຊ້ແຮງທັງມື້ຕົວຢ່າງ ເລື່ອຍຄ້ອນຍິ່ງຖ້າເປັນວຽກທີ່ຕ້ອງເຮັດເປັນວຽກທີປະນີດເພື່ອໃຫ້ວຽກອອກມາດີທີ່ສຸດກໍອາດຈະເກີດການຈັງນິ້ວມືຈົນເກີດອາການນິ້ວອ່ອນແຮງໄດ້
4. ນັກຢູໂດສາເຫດທີ່ນັກຢູໂດເກີດອາການນິ້ວມືອ່ອນແຮງມາຈາກການທີ່ນັກຢູໂດຕ້ອງໃຊ້ແຂນ,ຂໍ້ມື,ນິ້ວມືໃນການເຝິກຊ້ອມເພື່ອໃຫ້ມີຄວາມແຂງແຮງພໍທີ່ຈະສູ້ກັບຜູ້ຕໍ່ສູ້ແລະການເຝິກຊ້ອມຂອງນັກຢູໂດຈະສ່ຽງຕໍ່ການເປັນນິ້ວມືອ່ອນແຮງໄດ້ຫລາຍກວ່າອາຊີບອື່ນເພາະໃນການເຝິກຊ້ອມໂດຍການນຳເອົາຢາງໃນລົດຖີບມາມັດເຂົ້າກັບເສົາແລ້ວດຶງຂຶ້ນລົງຢູ່ຕະຫລອດເວລາ
5.ແມ່ເຮືອນສາເຫດທີ່ແມ່ເຮືອນເກີດອາການນິ້ວມືອ່ອນແຮງມາຈາກການເຮັດວຽກງານຂອງແມ່ເຮືອນບໍ່ວ່າຈະເປັນ ເຮັດຂອງກິນໄປຕະຫລາດ,ເຮັດຄວາມສະອາດເຮືອນ,ການຊັກຜ້າ,ປັ້ນຜ້າລ້ວນເປັນສາເຫດທີ່ເຮັດໃຫ້ເກີດອາການນິ້ວອ່ອນແຮງໄດ້
ເມື່ອເຮົາຮູ້ສາເຫດກັນແລ້ວວ່າອາການນິ້ວອ່ອນແຮງເກີດຂຶ້ນໄດ້ແບບໃດເຮົາມາຮູ້ວິທີການປິ່ນປົວກັນດີກ່ວາ
1. ການໃຊ້ຢາປິ່ນປົວອາດຈະເປັນຢາທາເພື່ອບັນເທົາອາການອັກເສບປວດບວມຫລືກິນຢາ
2. ການເຮັດກາຍະພາບບຳບັດໂດຍການນວດຄ່ອຍໆບໍລິເວນນິ້ວມືທີ່ມີອາການນິ້ວອ່ອນແຮງ
3. ການພົບແພດເພື່ອສີດຢາເຕຍລອຍສະເພາະທີ່ເພື່ອຫລຸດອາການອັກເສບລຸດປວດບວມວິທີນີ້ເປັນການປິ່ນປົວທີ່ມີປະສິດທິພາບຄ່ອນຂ້າງຫລາຍ
4. ການປິ່ນປົວໂດຍການຜ່າຕັດວິທີນີ້ເປັນວິທີທີ່ດີທີ່ສຸດເພາະເມື່ອຜາຕັດແລ້ວຈະບໍ່ກັບມາເປັນອີກ