spot_img
Homeຂ່າວການສຶກສາວິທີແກ້ຄອມຄ້າງ ເຄື່ອງຄອມພິວເຕີຄ້າງເລື່ອຍໆຈະແກ້ໄຂແບບໃດ.

ວິທີແກ້ຄອມຄ້າງ ເຄື່ອງຄອມພິວເຕີຄ້າງເລື່ອຍໆຈະແກ້ໄຂແບບໃດ.

Published on

ວິທີແກ້ຄອມຄ້າງ ເຄື່ອງຄອມພິວເຕີຄ້າງເລື່ອຍໆຈະແກ້ໄຂແບບໃດ.

fgh

ຄອມຄ້າງ ຫຼື ຄອມພີວເຕີແຮ່ງຄ໌ ບັນຫາໜ້າເບື່ອທີ່ຫຼາຍໆຄົນຕ້ອງປະສົບຢູ່ເປັນປະຈໍາ ນອກຈາກຈະເຮັດໃຫ້ວຽກບໍ່ແລ່ນແລ້ວ ຍັງຕ້ອງມານັ່ງ ແລະ ຫາສາເຫດລວມສາລະພັດວິທີມາແກ້ໄຂບັນຫາຢູ່ເລື່ອຍໆ ມື້ນີ້ທີມງານມີວິທີແກ້ໄຂມາຝາກກັນ…

vxcb

ຄອມຄ້າງເກີດຈາກຫຍັງ?

ບັນຫາຄອມຄ້າງສ່ວຍຫຼາຍຈະມັກເກີດຂຶ້ນໄດ້ຈາກຫຼາຍສາເຫດດ້ວຍກັນ ບໍ່ວ່າຈະເປັນການບໍ່ເຂົ້າກັນຂອງອຸປະກອນຕ່າງໆເຊັ່ນ ສາຍໄຟ ຫຼືສາຍອຸປະກອນຫຼວມ ການລົງໂປຣແກຼມບໍ່ສົມບູນ ໂປຣແກຼມໃນເຄື່ອງຫຼາຍເກີນໄປ ແລະ ຮາຣ໌ດດີສກ໌ມີບັນຫາ ລວມທັງບັນຫາການມີໄວລັດໃນຄອມພິວເຕີດ້ວຍ.

x

ວິທີແກ້ໄຂ..

ວິທີແກ້ໄຂຄອມຄ້າງນັ້ນສາມາດເຮັດໄດ້ຫຼາຍວິທີ ໂດຍສ່ວນໜຶ່ງນັ້ນກໍ່ອາດຈະຂຶ້ນຢູ່ກັບບັນຫາຂອງສາເຫດດ້ວຍ ແຕ່ວິທີແກ້ໄຂບັນຫາຄອມຄ້າງຫຼັກໆ ທີ່ນິຍົມກັນມີດັ່ງນີ້:

1 ລົບໂປຣແກຣມທີ່ບໍ່ຈໍາເປັນໃນເຄື່ອງອອກ.

ເພາະໂປຣແກຣມທີ່ຫຼາຍເກີນໄປສົ່ງຜົນໃຫ້ການເຮັດວຽກຂອງຄອມຊ້າລົງໄດ້ ແລະ ບາງຄັ້ງອາດເຮັດໃຫ້ເກີດຄອມຄ້າງໄດ້ດັ່ງນັ້ນໂປຣແກຣມໃດທີ່ບໍ່ຈໍາເປັນກໍ່ຕ້ອງລົບອອກ ເພື່ອການເຮັດວຽກຂອງຄອມທີ່ມີປະສິດທິພາບສູງ.

2 ໝັ່ນສະແກນໄວຣັສເປັນປະຈໍາ

ໄວຣັສເປັນອີກໜຶ່ງສາເຫດທີ່ເຮັດໃຫ້ຄອມພິວເຕີຄ້າງ ຊຶ່ງຖ້າເປັນໜັກອາດເຮັດໃຫ້ຄອມພີວເຕີເພໄດ້ ນອກຈາກນີ້ຍັງເຮັດໃຫ້ຂໍ້ມູນສໍາຄັນຕ່າງໆ ຫາຍໄປໄດ້ອີກດ້ວຍ ຈຶ່ງຄວນໝັ່ນກວດຫາໄວຣັສຢ່າງສະໝໍ່າສະເໝີ.

3 ຄວນກວດເຊັກອຸປະກອນເປັນປະຈໍາ

ເພື່ອກວດເບິ່ງຄວາາມເຂົ້າກັນໄດ້ຂອງອຸປະກອນຕ່າງໆ ລວມໄປເຖິງສະພາບສາຍໄຟ ຈະໄດ້ຊ່ວຍໃຫ້ການເຮັດວຽກຂອງເຄື່ອງເຄື່ອນໄຫວໄດ້ດີ.

4 ກວດເຊັກຮາຣ໌ດດີສກ໌ຢ່າງສະໝໍ່າສະເໝີ

ເພາະຮາຣ໌ດດີສເປັນອຸປະກອນສ່ວນໜຶ່ງທີ່ມີຄວາມສໍາຄັນເປັນຢ່າງຍິ່ງ ຖ້າຮາຣ໌ດດີສມີບັນຫາກໍ່ຈະເຮັດໃຫ້ພາກສ່ວນອື່ນມີບັນຫາໄປນໍາ. ດັ່ງນັ້ນ, ຈຶ່ງຕ້ອງກວດເຊັກສະພາບຂອງຮາຣ໌ດດີສກ໌ສະໝໍ່າສະເໝີ ຖ້າເຫັນວ່າມີການຫຼຸດຫຼວມກໍ່ຈະໄດ້ມີການສ້ອມແປງປັບປຸງ.

ດັ່ງນັ້ນ, ໃຜທີ່ຕ້ອງ ປະສົບບັນຫາຄອມຄ້າງເປັນປະຈໍາ ລອງນໍາວິທີແກ້ຄອມຄ້າງເຫຼົ່ານີ້ໄປະປຕິບັດເບິ່ງ ເພື່ອຈະຊ່ວຍໃຫ້ຄອມເຮັດວຽກໄດ້ຢ່າງຄ່ອງໂຕ ມີປະສິດທິພາບຫຼາຍຂຶ້ນລວມທັງ ໝັ່ນກວດເຊັກສະພາບຄອມພີວເຕີເປັນປະຈໍາ ເພື່ອຮັກສາໃຫ້ຄອມຢູ່ຄູ່ກັບວຽກຂອງເຮົາໄປໄດ້ດົນໆ.

*ໝາຍເຫດ: ຮູບພາບເປັນພຽງສ່ວນປະກອບອາດບໍ່ມີສ່ວນກ່ຽວຂ້ອງໂດຍກົງກັບເນື້ອຫາ

>>ຂອບໃຈແຫຼ່ງຂໍ້ມູນ http://www.เกร็ดความรู้.net/%E0%B8%A7%E0%B8%B4%E0%B8%98%E0%B8%B5%E0%B9%81%E0%B8%81%E0%B9%89%E0%B8%84%E0%B8%AD%E0%B8%A1%E0%B8%84%E0%B9%89%E0%B8%B2%E0%B8%87/

 

ບົດຄວາມຫຼ້າສຸດ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...

ຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ

ຖວທ ແຂວງຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ອີງຕາມແຈ້ງການຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ລົງເມື່ອວັນທີ 12 ມິຖຸນາ 2025...

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ...

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງສູງເຖິງ 51.9 ອົງສາ

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ ຂະນະດຍວກັນຄຸນນະພາບອາກາດກໍຢູ່ໃນລະດັບ ບໍ່ດີ ດັດສະນີຄຸນນະພາບອາກາດຢູ່ທີ 245 ເຊິ່ງສູງເກີດເກນມາດຕະຖານ ສົ່ງຜົນກະທົບຕໍ່ສຸຂະພາບະຊາຊົນ. ໃນວັນທີ 11 ມິຖຸນາ 2025...