spot_img
Homeນານາສາລະຄໍາແນະນໍາ 10ຢ່າງ! ສໍາລັບຜູ້ທີ່ຕ້ອງການເຊົາສູບຢາ

ຄໍາແນະນໍາ 10ຢ່າງ! ສໍາລັບຜູ້ທີ່ຕ້ອງການເຊົາສູບຢາ

Published on

ປະຕິບັດງ່າຍໆ ທີ່ທ່ານກໍ່ສາມາດນໍາໄປໃຊ້ໄດ້ ບໍ່ຍາກດັ່ງທີ່ຄິດ!

10496

ຢາສູບເປັນສາເຫດເຮັດໃຫ້ເກີດ ພະຍາດຫຼາຍຢ່າງຕາມມາ ເຊິ່ງໄດ້ມີການສໍາຫຼວດເຖີງການເສຍຊີວິດທີ່ເກີດມາຈາກການສູບຢາເປັນຕົ້ນເຫດ ໄດ້ສະແດງໃຫ້ເຫັນວ່າໃນປີໜຶ່ງມັນໄດ້ຂ້າຄົນໄປເປັນຈໍານວນບໍ່ໜ້ອຍ. ແລະ ໃນມື້ນີ້ທາງທີມງານໄດ້ຄົ້ນຫາວິທີ ເຊົາຈາກການສູບຢາມາຝາກ ບັນດາທ່ານຜູ້ອ່ານທີ່ຕ້ອງການເຊົາສູບຢາແຕ່ບໍ່ຮູ້ວ່າຈະເລີ່ມຕົ້ນດ້ວຍວິທີໃດດີ.

1 ຂໍຄໍາປຶກສາ: ເພື່ອໃຫ້ທ່ານມີແນວທາງໃນການເຊົາສູບຢາ ທ່ານອາດຈະໂທລະສັບເພື່ອຂໍຄໍາແນະນໍາຈາກ ພາກສ່ວນທີ່ກ່ຽວຂ້ອງ ຫຼື ຂໍຄໍາປຶກສາຈາກຄົນຮູ້ຈັກທີ່ເຂົາເຈົ້າສາມາດເຊົາສູບຢາໄດ້ສໍາເລັດມາແລ້ວ.

2 ຫາກໍາລັງໃຈ: ທ່ານຄວນບອກໃຫ້ຄົນໃກ້ຊິດໄດ້ຮັບຮູ້ເຖິງຄວາມຕັ້ງໃຈຂອງທ່ານທີ່ຈະເຊົາສູບຢາ ເພາະກໍາລັງໃຈຈາກຄົນອ້ອມຂ້າງຈະຊ່ວຍໃຫ້ທ່ານມີຄວາມພະຍາຍາມທີ່ຈະເຊົາສູບຢາໃຫ້ໄດ້ ເພື່ອຄົນທີ່ທ່ານຮັກ.

a

3 ເປົ້າໝາຍຢູ່ທາງໜ້າ: ທ່ານຄວນວາງແຜນປະຕິບັດໂຕ ໃນລະຫວ່າງການເຊົາຢາສູບ ໂດຍກໍານົດມື້ທີ່ຈະເຊົາ ອາດຈະເລືອກວັນສໍາຄັນຕ່າງໆ ເຊັ່ນວັນເກີດ ວັນຄົບຮອບແຕ່ງງານ ຫຼື ວັນອຶ່ນໆ…

4 ບໍ່ຕ້ອງລໍຊ້າ : ທ່ານຄວນກຽມຕົວໃຫ້ພ້ອມ ດ້ວຍການໂຍນຖີ້ມອຸປະກອນທີ່ກ່ຽວຂ້ອງກັບການສູບຢາ ໃຫ້ໝົດ ກຽມໝາກໄມ້ ຫຼື ເຂົ້າໜົມທີ່ບໍ່ຫວານ ຫຼື ບໍ່ເຮັດໃຫ້ຕູ້ຍໄວ ເພື່ອຊ່ວຍໃນການຫຼຸດຄວາມຢາກສູບຢາ ລວມເຖິງການປ່ຽນກິດຈະກໍາຈາກການສູບຢາມາເປັນການ ອ່ານໜັງສື ຫຼື ກິນຢ່າງອຶ່ນແທນ ການສູບຢາ.

5 ຈົ່ງເຊື່ອໝັັ້ນ: ເມື່ອເຖິງມື້ທີ່ກໍານົດລົງມືປະຕິບັດ ຈົ່ງຕຶ່ນນອນດ້ວຍຄວາມສົດໃສ ບອກໂຕເອງວ່າກໍາລັງເຮັດໃນສິ່ງທີ່ດີທີ່ສຸດໃຫ້ກັບໂຕເອງ ແລະ ຄົນໃກ້ຊິດ ເມື່ອຢາກສູບຢາກໍ່ຂໍ້ໃຫ້ທົບທວນເຖິງເຫດຜົນທີ່ເຮັດໃຫ້ທ່ານຕັດສິນໃຈເລີກຢາສູບ ປັບປ່ຽນອະລິຍະບົດ ລ້າງໜ້າ ດື່ມນໍ້າ ຢູ່ໃກ້ຊິດກັບຄົນທີ່ບໍ່ສູບຢາ ຫຼິ້ນກັບ ລູກ ຫຼື ສັດລ້ຽງໃຫ້ຫຼາຍຂຶ້ນ ກໍ່ຈະຊ່ວຍໃຫ້ທ່ານຜ່ານພົ້ນຄວາມຢາກສູບຢາໄດ້ງ່າຍຂຶ້ນ.

6 ຫ່າງໄກຈາກສິ່ງກະຕຸ້ນ: ໃນຊ່ວງນີ້ຂໍ້ໃຫ້ທ່ານລີກລ່ຽງກິດຈະກໍາທີ່ເຮັດໃຫ້ທ່ານເກີດຢາກສູບຢາ ເຊັ່ນ: ຖ້າທ່ານມັກ ດື່ມກາເຟ ຫຼື ດື່ມເຫຼົ້າແລ້ວ ຈະມັກສູບຢາໄປດ້ວຍ ກໍ່ຄວນເຊົາດື່ມໃນຊ່ວງນີ້ ລວມທັງລີກລ່ຽງການຢູ່ທາມກາງຄົນສູບຢາອີກດ້ວຍ.

7 ຢ່າເຄັງຄຽດ: ເມື່ອຮູ່ສຶກຄຽດໃຫ້ພັກສະໝອງ ຄາຍຄຽດກ່ອນຈັກໜ້ອຍ ໂດຍການເວົ້າລົມກັບຄົນອຶ່ນ ຫຼືອ່ານໜັງສືຕະລົກ ຄິດສະເໝີວ່າ ຄົນທີ່ເຊົາສູບຢາຄາຍຄຽດໄດ້ໂດຍບໍ່ຕ້ອງສູບຢາ.

8 ຫາເວລາອອກກໍາລັງກາຍ: ທ່ານຄວນຈັດເວລາອອກກໍາລັງກາຍມື້ລະ 15-20 ນາທີ ເພາະນອກຈາກຈະເປັນການຄູມນໍ້າໜັກທີ່ອາດຈະເພີ່ມຂຶ້ນແລ້ວ ຍັງເຮັດໃຫ້ສະໝອງປອດໂປ່ງ ເພີ່ມປະສິດທິພາບໃນການເຮັດວຽກຂອງຫົວໃຈ ແລະ ປອດ ຫາກບໍ່ມີເວລາອອກກໍາລັງກາຍກໍ່ຄວນຫາວິທີທີ່ອອກກໍາລັງກາຍໂດຍບໍ່ຕ້ອງໃຊ້ເວລາຢູ່ກັບມັນເຊັ່ນ: ຖ້າເຮົາມີວຽກທີ່ຈະຕ້ອງໄດ້ອອກຈາກຫ້ອງການຫຼືເຮືອນຂອງເຮົາໄປ, ຖ້າເປັນໄລຍະທາງທີ່ໃກ້ເຮົາກໍ່ຄວນຈະຍ່າງແທ່ນການຂີ້ລົດ ຫຼື ວ່າຍ່າງຂຶ້ນຂັ້ນໄດແທນການຂຶ້ນດ້ວຍລິຟທ໌ ເພຶ່ອຈະໄດ້ເຮັດໃຫ້ທ່ານອອກກໍາລັງໄປດ້ວຍ.

9 ບໍ່ທ້າທາຍ: ຢ່າຄິດວ່າລອງສູບຢ່າພຽງເທື່ອໜຶ່ງ ເທື່ອດຽວກໍ່ຄົງຈະບໍ່ເປັນຫັຍງ ເພາະການທົດລອງສູບຢາພຽງກອກ ດຽວອາດເຮັດໃຫ້ທ່ານຄືນໄປສູບຢາອີກກໍ່ເປັນໄດ້.

10 ຖ້າຫາກວ່າທ່ານຕັດບໍ່ໄດ້ອີຫຼີ ຕ້ອງກັບໄປສູບຢາອີກ ມັນກໍ່ບໍ່ໄດ້ໝາຍຄວາມວ່າເປັນສິ່ງທີ່ຊົ່ວຮ້າຍ ຢ່າງໜ້ອຍທ່ານກໍ່ໄດ້ຮຽນຮູ້ທີ່ຈະປັບປຸງຕົວເອງໃນຄັ້ງຕໍ່ໄປ. ຂໍພຽງພະຍາຍາມຕໍ່ໄປ ບໍ່ມີຄໍາວ່າສາຍເກີນໄປສໍາລັບການເລີ່ມຕົ້ນໃໝ່.

x

ຂໍເປັນກໍາລັງໃຈໃຫ້ ທ່ານປະສົບຄວາມສໍາເລັດ ໃນການ ຫຼຸດ-ລະ-ເຊົາ ຢາສູບ ເພື່ອທ່ານ ແລະ ຄົນທີ່ທ່ານຮັກ.

>>ຂອບໃຈແຫຼ່ງຂໍ້ມູນ http://www.trueplookpanya.com/new/cms_detail/general_knowledge/632

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...