Homeນານາສາລະວິທີຮັກສາຜົມດ້ວຍນໍ້າສົ້ມສາຍຊູ

ວິທີຮັກສາຜົມດ້ວຍນໍ້າສົ້ມສາຍຊູ

Published on

ທ່ານຮູ້ຫຼືບໍ່ວ່ານໍ້າສົ້ມສາຍຊູ ສາມາດເຮັດໃຫ້ຜົມງາມໄດ້…

ดเิ

 

 

ການໃຊ້ນໍ້າສົ້ມສາຍຊູນອກຈາກຈະຊ່ວຍໃຫ້ມີເສັ້ນຜົມເງົາງາມແລ້ວ ຍັງຊ່ວຍຄືນສະພາບເສັ້ນຜົມທີ່ແຫ້ງ ແລະ ແຕກປາຍໃຫ້ກັບມາມີສຸຂະພາບດີຂຶ້ນໄດ້.

25994_full  อ

1 ເອົານໍ້າສົ້ມສາຍຊູ 4 ບ່ວງກາເຟ ລົງໃນແຊມພູ 2 ບ່ວງໃຫຍ່ ແລ້ວລູບໃຫ້ທົ່ວຫົວໃນເວລາສະຜົມ.

2 ໃຊ້ນໍ້າສົມສາຍຊູຊະນິດໃສສໍາລັບສີຜົມອ່ອນ ແລະ ນໍ້າສົ້ມສາຍຊູ ບັລຊາມິດ ສໍາລັບຜົມທີ່ມີສີເຂັ້ມ.

3 ນໍ້າສົ້ມສາຍຊູທີ່ເຮັດຈາກແອບເປີນ ຈະຊ່ວຍໃນການກໍາຈັດແຊມພູທີ່ຕິດຄ້າງຢູ່ເທີງໜັງຫົວ ແລະ ປັບສະພາບເສັ້ນຜົມໄດ້ເປັນຢ່າງດີເວລາໃຊ້ໃນການລ້າງຜົມໃນຂັ້ນສຸດທ້າຍອາດຈະປະສົມນໍ້າອຸ່ນໃນປະລິມານເທົ່າກັນກ່ອນໃຊ້ກໍ່ໄດ້.

4 ໃຊ້ນໍ້າສົ້ມສາຍຊູຊະນິດໃສເຄິ່ງຖ້ວຍປະສົມນໍ້າໝາກນາວເຄິ່ງຖ້ວຍ ໝັກຜົມໄວ້ 10ນາທີ ກ່ອນສະຜົມຈະຊ່ວຍໃຫ້ສີຜົມທີ່ເຮົາຍ້ອມໄວ້ໃຫ້ມັນເຂັ້ນຂຶ້ນ.

5 ປະສົມນໍ້າສົ້ມສາຍຊູ ຊະນິດທີ່ເຮັດຈາກວາຍນ໌ ກັບຊອສຖົ່ວເຫຼືອງ ໃຊ້ໝັກຜົມ ແລະ ປະໄວ້15 ນາທີ ກ່ອນລ້າງອອກຈະຊ່ວຍຄັດສີຜົມທີ່ເຂັ້ມຫຼືດໍາໃຫ້ດໍາຂຶ້ນເທື່ອລະໜ້ອຍ ທັ່ງນີ້ນອກຈາກຊອສຖົ່ວເຫຼືອງ ຈະມີໂປຣຕີນທີ່ຊ່ວຍບໍາລູງເສັ້ນຜົມໃຫ້ແຂງແຮງຂຶ້ນແລ້ວ ຍັງມີເມັດສີທີ່ຈະຊ່ວຍໃຫ້ຜົມດໍາເຂັ້ມຂຶ້ນອີກດ້ວຍ. ໃຜທີ່ຢາກມີຜົມງາມແຕ່ບໍ່ຢາກລົງທຶນຫຼາຍ ລອງນໍານໍ້າສົ້ມສາຍຊູໄປຮັກສາຜົມກັນເບິ່ງກໍ່ໄດ້.

>>ຂອບໃຈແຫຼ່ງທີ່ມາhttp://www.trueplookpanya.com/new/clipded/index/101

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...