spot_img
Homeຂ່າວການພັດທະນາຖວ​ທ ນະ​ຄອນ​ຫລວງ ເຊັນ​ແລກ​ປ່ຽນ​ສຳ​ນັກ​ງານ ແລະ ທີ່​ດິນ ກັບ​ບໍ​ລິ​ສັດທີ​ເຄກ​ຣຸບ!

ຖວ​ທ ນະ​ຄອນ​ຫລວງ ເຊັນ​ແລກ​ປ່ຽນ​ສຳ​ນັກ​ງານ ແລະ ທີ່​ດິນ ກັບ​ບໍ​ລິ​ສັດທີ​ເຄກ​ຣຸບ!

Published on

20150128144611

ພິທີ​ເຊັນ​ສັນຍາ​ແລກປ່ຽນສຳນັກງານ ແລະ ທີ່​ດິນ​ບ່ອນ​ເກົ່າ ສຳນັກງານ ແລະ ທີ່​ດິນ​ບ່ອນ​ໃໝ່ ລະຫວ່າງພະ​ແນກ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ນະຄອນຫຼວງ​ວຽງ​ຈັນ ກັບບໍລິສັດ ທີ​ເຄກຣຸບ ຈຳກັດ​ຜູ້​ດຽວ ໄດ້ຈັດ​ຂຶ້ນ​ໃນ​ວັນ​ທີ 28 ມັງກອນ 2015 ທີ່​ພະ​ແນກ ຖວ​​ທ ນວ ໃຫ້ກຽດ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄັ້ງ​ນີ້ ລະຫວ່າງທ່ານນາງ ວັນເພັງ ແກ້ວ​ນະຄອນ ​ຫົວໜ້າ​ພະ​ແນກ ຖວ​​ທ ນວ ແລະ ທ່ານ ທັດ​ນະຄອນ ທຳ​ມະ​ວົງ ປະທານ​ບໍລິສັດ ທີ​ເຄ​ກຣູບ ຈຳກັດ​ຜູ້​ດຽວ ໂດຍການ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານຂອງ​ທ່ານ ສາຍທອງ ແກ້ວ​ດວງດີ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ ພ້ອມ​ດ້ວຍ​ຕາງໜ້າ​ພະແນກການກ່ຽວຂ້ອງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ການ​ຮ່ວມ​ລົງ​ນາມ​ໃນ​ຄັ້ງ​ນີ້ ແມ່ນ​ເພື່ອ​ແລກປ່ຽນ​ທີ່​ດິນ ແລະ ສຳນັກງານ​ຂອງ​ພະ​ແນກ​ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນວ ຫຼັງ​ເກົ່າ ໃຫ້​ບໍລິສັດ ທີເຄ​ກຣຸບ ຈຳກັດ​ຜູ້​ດຽວ ພ້ອມ​ນີ້ ບໍລິສັດ​ດັ່ງກ່າວ​ຍັງ​ໄດ້​ຈັດ​ສັນ​ເນື້ອທີ່​ດິນ​ຈຳນວນ 1 ເຮັກຕາ ທີ່​ຕັ້ງຢູ່​ແຄມ​ທາງ​ຕັດ​ໃໝ່ ລະຫວ່າງບ້ານ​ໜອງ​ບົວທອງ-ໜອງບຶກ ​ເພື່ອ​ເປັນ​ບ່ອນ​ປຸກ​ສ້າງ​ສຳນັກງານ​ໃໝ່​ຂອງ​ພະ​ແນກ ຖວ​​ທ ນວ ແລະ ກອງ​ວິຊາ​ການ​ໜັງສືພິມວຽງ​ຈັນ​ໃໝ່ ແລະ ວຽງ​ຈັນ​ທຸລະກິດ-ສັງຄົມ ໂດຍ​ບໍລິສັດ​ດັ່ງກ່າວ ໄດ້​ສຳ​ຫຼວດຄິດໄລ່​ອອກ​ແບບທາງ​ດ້ານ​ເຕັກນິກ​ຕ່າງໆ ເຊິ່ງເປັນ​ຕຶກ​ອາຄານ 3 ຊັ້ນ ຮູບຊົງລາວ ປະກອບ​ມີ 39 ຫ້ອງ​ເຮັດວຽກ ມີ​ຫ້ອງ​ປະຊຸມ ຫ້ອງ​ຮັບແຂກ ແລະ ຫ້ອງ​ມ້ຽນ​ເຄື່ອງ​ຄົບຊຸດ​ ມູນ​ຄ່າ​ການ​ກໍ່ສ້າງ​ເບື້ອງ​ຕົ້ນປະມານ 52,6 ຕື້​ກີບ ເຊິ່ງ​ລວມມູນ​ຄ່າ​ໃນ​ການ​ກໍ່ສ້າງ​ທັງ​ໝົດ​ປະມານ 89 ຕື້​ກວ່າ​ກີບ ໂດຍ​ບໍລິສັດດັ່ງກ່າວ ​ຈະ​ໄດ້​ຈັດ​ຕັ້ງ​ປະຕິບັດ​ດຳເນີນ​ການ​ກໍ່ສ້າງ​ຢູ່​ໃນ​ໄລຍະ​ເວລາ 3 ປີໃຫ້​ສຳເລັດ.

ການ​ແລກປ່ຽນ​ດິນ​ຄັ້ງ​ນີ້ ກໍ່ເນື່ອງ​ຈາ​ກວ່າ ສຳນັກງານ​ເກົ່າຂອງ​ພະ​ແນກ​ດັ່ງກ່າວ ປະກອບ​ມີ 6 ຂະແໜງການ 6 ກອງ​ວິຊາການ ​ທີ່​ຕັ້ງ​ຢູ່​ກະ​ແຈກ​ກະຈາຍ​ ມີຄວາມ​ຫຍຸ້ງຍາກ​ແກ່​ການ​ຄຸ້ມຄອງ​ບໍລິຫານ ຫ້ອງການ​ເຮັດວຽກ​ບໍ່​ພຽງພໍ​ກັບ​ຈຳນວນ​ພະນັກງານ ຢູ່​ກະ​ແຈກ​ກະຈາຍ​ບໍ່​ລວມ​ສູນສະຖານທີ່​ຈອດ​ລົດ​ຄັບແຄບ ແອອັດ ຕຶກ​ອາຄານ​ຕ່າງໆ ເປັນຕຶກ​ເກົ່າ​ແກ່ ຊຸດໂຊມ​ຫຼາຍ ຖ້າ​ຈະປຸກ​ໃໝ່​ແມ່ນ​ຕ້ອງ​ໃຊ້​ງົບປະມານຢ່າງ​ຫຼວງຫຼາຍ ເຊິ່ງ​ລັດ​ບໍ່​ສາມາດ​ສະໜອງ​ໃຫ້​ໄດ້ ນອກ​ນີ້ ການ​ຄຸ້ມ​ຄອງ​ພາຫະນະ​ສື່​ມວນຊົນຂອງ ນວ ມີ​ຄວາມ​ຫຍຸ້ງຍາກ ​ເນື່ອງ​ຈາກ​ມີ​ວິທະຍຸ​ກະຈາຍສຽງ​ສອງ​ລະບົບ​ຄື້ນ ທີ່​ຕັ້ງ​ຢູ່​ຄົນລະ​ບ່ອນ ແລະ ພາຍ​ໃຕ້​ການ​ຄຸ້ມຄອງ​ແຕກ​ຕ່າງ​ກັນ.

ການ​ຍ້າຍ​ສຳນັກງານ​ໃໝ່​ນີ້ ຈະ​ມີ​ຄວາມ​ສະດວກ​ຫຼາຍ​ດ້ານ ເປັນຕົ້ນ​ແມ່ນ ຈະ​ໄດ້​ອາຄານ​ຫຼັງໃໝ່​ທີ່​ໄດ້​ມາດຕະຖານ ແລະ ມີສະຖານທີ່​ຈອດ​ລົດ​ກວ້າງຂວາງ ນອກ​ນີ້​ໃນ​ອະນາຄົດ​ຂ້າງ​ໜ້າ​ນີ້ ເຂດ​ດັ່ງກ່າວ​ຍັງ​ຈະ​ກາຍເປັນ​ນະຄອນ​ຫຼວງ​ວຽງ​ຈັນ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...