spot_img
Homeນານາສາລະ ແຫຼ່ງໂປຣຕີນ 4ຢ່າງ ທີ່ຊ່ວຍບໍາລູງຄວາມຈໍາ!

ແຫຼ່ງໂປຣຕີນ 4ຢ່າງ ທີ່ຊ່ວຍບໍາລູງຄວາມຈໍາ!

Published on

1407085507

1 ປາ

ຫຼາຍຄົນຄົ່ງຈະເຄີຍໄດ້ຍິນຄໍາວ່າ ກິນປາແລ້ວຈະສະຫຼາດ! ຊຶ່ງຊີ້ນປາອຸດົມໄປດ້ວຍກົດອະມີໂນໄທໂຣຊິນ ເປັນກົດອະມີໂນທີ່ຮ່າງກາຍສັງເຄາະໄດ້ ມີບົດບາດໃນການກະຕຸ້ນ ແລະ ປັບປ່ຽນການເຮັດວຽກຂອງສະໝອງ ສາມາດຊ່ວຍຟື້ນຟູຄວາມຈໍາ ແລະ ສານດີເອຈ໌ເອ (Docosahexaenoic acid)ຄືກົດໄຂມັນຊະນິດບໍ່ອີ່ມໂຕຊຶ່ງມີຄວາມຈໍາເປັນຕໍ່ຮ່າງກາຍ ສານດັ່ງກ່າວນີ້ຂະຊ່ວຍໃນການພັດທະນາສະໝອງ ແລະ ສາຍຕາຊ່ວຍເສີມສ້າງຄວາມຈໍາ ແລະ ການຮຽນຮູ້ ທັງນີ້ຍັງຊ່ວຍປ້ອງກັນໂລກສະໝອງເຊື່ອມໄດ້ອີກດ້ວຍ ຊຶ່ງການກິນຊີ້ນປາບໍ່ວ່າຈະເປັນປາທະເລ ຫຼື ປານໍ້າຈືດ ສາມາດນໍາມາປະກອບອາຫານໄດ້ດ້ວຍວີທີທີ່ດີຕໍ່ສຸຂະພາບເຊັ່ນ ການຕົ້ມ, ການປິ້ງ ການນຶ້ງ ໄດ້ຢ່າງຫຼາກຫຼາຍເມນູ ຊຶ່ງປາເປັນແຫຼ່ງໂປຣຕີນທີ່ດີ ອີກທັງຍັງຍ່ອຍໄດ່ງາຍນໍາອີກ.

index

2 ໄຂ່

ໄຂ່ ຈັດເປັນແຫຼ່ງໂປຣຕີນທີ່ດີ ເພາະອຸດົມໄປດ້ວຍວີຕາມີນ ແລະ ເກືອແຮ່ ທີ່ສໍາຄັນປະກອບດ້ວຍໂປຣຕີນເຖິງ 6.3 ກຣາມ ໄຂມັນ ວີຕາມິນ ເອ ບີ ດີ ອີ ຟອສຟໍຣັສ ເຫຼັກ ແຄລຊ່ຽມ ສັງກະສີ ໄອໂອດິນ ຊີລີນຽມ ທັງນີ້ໃນໄຂແດງ ຍັງປະກອບໄປດ້ວຍໂຄລີນ ຊຶ່ງໂຄລີນເປັນສ່ວນປະກອບໃນເລຊິຕິນ ເປັນສານຈໍາເປັນທີ່ຮ່າງກາຍຈະນໍາໄປໃຊ້ເພື່ອສ້າງສານສື່ປະສາດ ມີສ່ວນຊ່ວຍໃນຂະບວນການສົ່ງກະແສປະສາດ ໂດຍສະເພາະໃນສະໝອງສ່ວນທີ່ເຮັດວຽກງານດ້ານຄວາມຈໍາ.

4

3 ນົມຖົ່ວເຫຼືອງ

ນົມຖົ່ວເຫຼືອງ ຈັດເປັນເຄື່ອງດື່ມທີ່ບໍາລູງສະໝອງທີ່ດີບໍ່ໜ້່ອຍ ໃນນົມຖົ່ວເຫຼືອງປະກອບໄປດ້ວຍ ວິຕາມີນ ເອ ບີ ບີ1 ບີ2 ບີ6 ບີ12 ຄາຣ໌ໂບໄຮເດຣຕ ແຄລຊ່ຽມ ຟອສຟໍຣັສ ໄນອາຊິນ ແລະ ເລຊີຕິນ ທີ່ເປັນສານບໍາລູງສະໝອງ ເສີມສ້າງປະສິດທິພາບໃນເລື່ອງຂອງຄວາມຈໍາ ປ້ອງກັນຄວາມຈໍາເຊື່ອມ.

nut

4 ພືດຕະກຸນຖົ່ວ

ຖົ່ວຈັດໄດ້ວ່າເປັນໂປຣຕີນທີ່ດີເຊັ່ນດຽວກັນ ບໍ່ວ່າຈະເປັນ ຖົ່ວດິນ ແກ່ນກະບົກ ແລະ ອຶ່ນໆ ຊຶ່ງໃນຖົ່ວຈະມີວີຕາມິນອີ ທີ່ມີສ່ວນຊ່ວຍເສີມສ້າງຄວາມຈໍາ.

>>ຂອບໃຈທີ່ມາ http://www.trueplookpanya.com/new/cms_detail/general_knowledge/21013

ບົດຄວາມຫຼ້າສຸດ

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...