- ປັບປ່ຽນພຶດຕິກຳການກິນ
ກິນອາຫານໃຫ້ອີ່ມປະມານ7ໃນ10ສ່ວນຂອງກະເພາະອາຫານບໍ່ກິນອີ່ມຫລາຍເກີນໄປ ແລະຫລຸດອາຫານທີ່ໃຫ້ພະລັງງານຟຸ້ມເຟືອຍເຊັ່ນຂອງຫວານແລະຂອງທີ່ມີໄຂມັນແລະໃຫ້ພະລັງງານສູງເພາະເກີນຄວາມຈຳເປັນທີ່ຮ່າງກາຍຕ້ອງການ
ການກິນເພື່ອຮັກສາອາຍຸສາມາດເຮັດໄດ້ດັ່ງນີ້ກິນອາຫານສົດໃໝ່ບໍ່ແປຮູບກິນເຂົ້າເປັນປະຈຳ,ກິນຜັກຫມາກໄມ້ໃຫ້ຫລາຍທີ່ສຸດເພື່ອເສີມພູມຕ້ານທານປ້ອງກັນພະຍາດໂດຍສະເພາະຖົ່ວທຸກຊະນິດແລະຫມາກໄມ້ຕະກູນເບີລີທັງຫລາຍລວມທັງທັນຍະພືດບໍ່ຂັດສີ, ຍົກເວັ້ນຂອງໝັກດອງເພາະມີໂຊດຽມສູງ(ເກືອ)ຖ້າກິນຫລາຍອາດເພີ່ມຄວາມສ່ຽງຕໍ່ການເປັນຄວາມດັນສູງແລະມະເຮັງ,ເສີມວິຕາມິນລວມມື້ລະ1ເມັດແລະວິຕາມິນອີມື້ລະ100-400ໄອຢູ
- ໝັ່ນອອກກຳລັງກາຍ
ການອອກກຳລັງກາຍເປັນປະຈຳຊ່ວຍໃຫ້ຮ່າງກາຍສ້າງເສັ້ນເລືອດຝອຍຫລາຍຂຶ້ນເຮັດໃຫ້ເລືອດໄປຫລໍ່ລ້ຽງເນື້ອເຍື່ອດີຂຶ້ນແຕ່ຄວນລະວັງການຫລິ້ນກິລາທີ່ອາດເຮັດໃຫ້ເກີດການບາດເຈັບແລະການກະທົບຢ່າງຮຸນແຮງເພາະເຮັດໃຫ້ເນື້ອເຍື່ອຖືກທຳລາຍສົ່ງຜົນຕໍ່ປະສາດສຳຜັດແລະການຮັບຮູ້ເມື່ອແກ່ໂຕລົງການອອກກຳລັງກາຍທີ່ດີຢ່າງໜຶ່ງຄືການຍ່າງການຍ່າງທີ່ເປັນການອອກກຳລັງກາຍຄວນຍ່າງໃຫ້ໄດ້ຢ່າງນ້ອຍມື້ລະ45ນາທີຫລື 5, 000ກ້າວຕໍ່ມື້ແລະຍ່າງເປັນປະຈຳ5ມື້ຕໍ່ອາທິດແຕ່ຖ້າມີອາຍຸຫລາຍຂຶ້ນຄວນອອກກຳລັງກາຍທີ່ເໝາະສົມກັບອາຍຸເຊັ່ນໂຢຄະຫລືໄທຊິເພື່ອສ້າງຄວາມແຂງແຮງແລະຫ່ຽວຍານກ້າມຊີ້ນແທນ
- ພັກຜ່ອນໃຫ້ພຽງພໍ
ຮ່າງກາຍຕ້ອງການພັກຜ່ອນແລະນອນຫລັບເພື່ອຊ່ອມແຊມສ່ວນທີ່ສູນເສຍການພັກຜ່ອນທີ່ດີຊ່ວຍໃຫ້ເກີດສະມາທິໃນການເຮັດວຽກງານຫລາຍຂຶ້ນໂດຍອາດຫາເວລາວ່າງມື້ລະ 10-15ນາທີນັ່ງລ້າໆໂດຍບໍ່ເຮັດຫຍັງເຮັດວຽກເບົາໆທີ່ມັກທັງອ່ານຫນັງສືຟັງເພງຍ່າງຫລິ້ນຢືດເສັ້ນຢືດສາຍແລະອາດຫາເວລາຫລັບຕອນກາງເວັນປະມານ10 -20 ນາທີນອກຈາກນີ້ໄລຍະມື້ພັກຄວນຫາເວລາວ່າງໄປພັກຜ່ອນກັບຄອບຄົວຫລືເຮັດກິດຈະກຳທີ່ມັກຢ່າເຮັດແຕ່ວຽກຫລາຍເກີນໄປແລະຄວນເຂົ້ານອນແຕ່ຫົວແລງຫລັບໃຫ້ສະນິດຢ່າງໜ້ອຍຄືນລະ7ຊົ່ວໂມງ
- ຫລີກລ້ຽງຢາສູບແລະແອວກໍຮໍ
ການສູບຢາມີຜົນຕໍ່ການເປັນພະຍາດຫົວໃຈພະຍາດລະບົບທາງເດີນຫາຍໃຈແລະມະເຮັງທີ່ອະໄວຍະວະຕ່າງໆເຊັ່ນປອດ,ປາກ,ຄໍ,ກະເພາະອາຫານ,ຕັບອ່ອນ,ກະເພາະຍ່ຽວແລະລຳໄສ້ລວມທັງມະເຮັງເມັດເລືອດຂາວເຊັ່ນດຽວກັບແອວກໍຮໍທີ່ທຳລາຍແລະເຮັດໃຫ້ເກີດການອັກເສບຂອງເນື້ອເຍື້ອຕ່າງໆນອກຈາກນີ້ເຮັດໃຫ້ເກີດຄວາມດັນເລືອດສູງນໍາອີກ
- ຄວບຄຸມນ້ຳໜັກໃຫ້ປົກກະຕິສະເໝີ
ການມີນ້ຳໜັກກາຍຈະເພີ່ມຄວາມສ່ຽງທີ່ຈະເປັນພະຍາດຕ່າງໆທັງຫົວໃຈຫລອດເລືອດມະເຮັງທີ່ອະໄວຍະວະຕ່າງໆທັງຜົ້ງເອິກ,ມົດລູກ,ລຳໄສ້ໃຫຍ່ແລະຫລອດອາຫານ
- ຫລຸດຄວາມຄຽດ
ເມື່ອເກີດຄວາມຄຽດຮ່າງກາຍຈະຫລັ່ງຮໍໂມນອີພິເນຟລິນ(Epinephrine)ແລະຮໍໂມນຄອລຕິຊອນ(Cortisol)ສະກັດກັ້ນສານອາຫານທີ່ມີຜົນຕໍ່ການຫລຸດການເຖົ້າກ່ອນໄວທັງວິຕາມິນຊີ ວິຕາມິນບີ,ແມກນີຊຽມແລະສັງກະສີນອກຈາກນີ້ຄວາມຄຽດຍັງກໍ່ໃຫ້ເກີດຄວາມປ່ຽນແປງທາງຮ່າງກາຍແລະລະບົບການຫາຍໃຈອາດເຮັດໃຫ້ເປັນພະຍາດຫອບ,ຫືດ,ພະຍາດພູມແພ້,ສິວຫລືພະຍາດຮ້າຍແຮງອື່ນໆເຊັ່ນເຈັບໜ້າເອິກແລະພະຍາດຫົວໃຈ,ປະຈຳເດືອນມາບໍ່ສະມໍ່າສະເໝີ,ພະຍາດເບົາຫວານ,ຄວາມດັນເລືອດສູງ,ພະຍາດຕຸ້ຍ,ບາດແຜໃນກະເພາະອາຫານແລະລຳໄສ້ຄວາມຜິດປົກກະຕິຂອງການເຮັດວຽກງານທາງເພດ(Sex ເສື່ອມ)ເປັນຕົ້ນ